ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມກົມ ວສ-ປສ ການທະຫານ ຈັດຕັ້ງເຜີຍແຜ່ ແລະ
ປະຕິບັດຂໍ້ກຳນົດຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ

     
ພັນເອກ ສຸລິວັນ ແສງຈັນ ເປັນປະທານຈັດຕັ້ງເຜີຍແຜ່ ແລະ ປະຕິບັດຂໍ້ກຳນົດຂອງ ຄະນະປະຈຳພັກກະຊວງປ້ອງກັນປະເທດ ກ່ຽວກັບວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ

     ຕອນແລງຂອງວັນທີ 21 ມິຖຸນາ 2017 ນີ້, ຊາວໜຸ່ມກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງເຜີຍແຜ່ ແລະ ປະຕິບັດຂໍ້ກຳນົດຂອງ
ຄະນະປະຈຳພັກກະຊວງປ້ອງກັນປະເທດ ກ່ຽວກັບວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ສຸລິ
ວັນ ແສງຈັນ ຄະນະພັກຮາກຖານ, ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ຜູ້ຊີ້ນຳອົງການຈັດຕັ້ງມະຫານຊົນ ມີຕາງໜ້າພະແນກການ,
ສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນກົມເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.


ຮ້ອຍເອກ ຄອນສະໄໝ ທະວີເພັດ ຜ່ານຂໍ້ກຳນົດຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ
ກ່ຽວກັບວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ

     ໂອກາດນີ້, ສະຫາຍ ຮ້ອຍເອກ ຄອນສະໄໝ ທະວີເພັດ ເລຂາໜ່ວຍຊາວໜຸ່ມກົມ ວິທະຍາສາດ-ປະ ຫວັດສາດ ການທະຫານ ກໍໄດ້ຂຶ້ນຜ່ານຂໍ້
ກຳນົດຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ ກ່ຽວກັບວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ ສະບັບເລກທີ 1882/ຄປຈກຊ, ລົງວັນ
ທີ 16/5/2017 ຢ່າງກວ້າງຂວາງເລິກເຊິ່ງໃນຖັນແຖວການຈັດຕັ້ງນຳພາ-ບັນຊາ, ອົງການ ຂະແໜງການ, ການຈັດຕັ້ງ ແລະ ສະມາ ຊິກຊາວໜຸ່ມທົ່ວ
ກອງທັບ ແນໃສ່ຍົກສູງຄວາມຮັບຮູ້ເຂົ້າໃຈໃຫ້ເປັນເອກະພາບໃນການດຳເນີນວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ. ເປັນຕົ້ນແມ່ນບັນດາ
ບັນຫາພື້ນຖານກ່ຽວກັບຫຼັກການຈັດຕັ້ງ, ນຳພາ, ຊີ້ນຳວຽກງານຊາວໜຸ່ມ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອເຄື່ອນໄຫວຖືກຕ້ອງຕາມພາລະບົດ
ບາດຂອງຕົນ ແລະ ມີໝາກຜົນສູງ;ມາດຖານການຄັດເລືອກ ແລະ ຄົ້ນຄວ້າພະນັກງານຜູ້ເຮັດວຽກງານຊາວໜຸ່ມຂັ້ນພະແນກ, ຂັ້ນຂະແໜງ ແລະ ການ
ສັບຊ້ອນປະກອບເລຂາຊາວໜຸ່ມແຕ່ລະຂັ້ນຢູ່ກົມກອງຮາກຖານໃຫ້ຖືກຕ້ອງ ແລະ ເຂັ້ມງວດຕາມຂໍ້ກຳນົດຂອງຂັ້ນເທິງ.


ພັນເອກ ສຸລິວັນ ແສງຈັນ ໃຫ້ທິດຊີ້ນຳກ່ຽວກັບວຽກງານຈັດຕັ້ງເຜີຍແຜ່ ແລະ ປະຕິບັດຂໍ້ກຳນົດຂອງ
ຄະນະປະຈຳພັກກະຊວງປ້ອງກັນປະເທດ ກ່ຽວກັບວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ

     ຕອນທ້າຍ ສະຫາຍ ພັນເອກ ສຸລິວັນ ແສງຈັນ ກໍໄດ້ໃຫ້ທິດຊີ້ນຳກ່ຽວກັບວຽກງານດັ່ງກ່າວ ພ້ອມທັງ ເນັ້ນໜັກໃຫ້ບັນດາສະຫາຍສະມາຊິກຊາວໜຸ່ມ
ເອົາໃຈໃສ່ວຽກງານຂໍ້ກຳນົດກົດລະບຽບຂອງຊາວໜຸ່ມໃນການ ເຄື່ອນໄຫວວຽກງານການນຳພາບັນຊາໃນຂົງເຂດຂອງຕົນໃຫ້ເຂັ້ມແຂງທັນສະໄໝ, ມີ
ແນວຄິດຄົ້ນຄວ້າພັດທະນາຫາສິ່ງໃໝ່ໆ ເຝິກຝົນຫຼໍ່ຫຼອມຕົນເອງເຮັດສຳເລັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີຄວາມສາມັກຄີ ເຊື່ອ
ໝັ້ນຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ໃຫ້ສົມກັບວ່າຊາວໜຸ່ມເປັນແຂນຂວາຂອງພັກ, ຊອກຮູ້ຮໍ່າຮຽນ
ກຳໃຫ້ໄດ້ແນວທາງການນຳພາຂອງພັກ ທາງດ້ານວັດທະນະທຳສັງຄົມຕາມແນວທາງຂອງພັກ-ລັດໃນຍຸກສະໄໝໃໝ່, ມີຄຸນສົມບັດສິນທຳປະຕິວັດ ເຝິກ
ຝົນກໍ່ສ້າງຕົນເອງເຮັດໃຫ້ກົມກອງເກີດມີຜົນປະໂຫຍດຕໍ່ສ່ວນລວມ ແລະ ປະເທດຊາດ.


ຈັດຕັ້ງເຜີຍແຜ່ ແລະ ປະຕິບັດຂໍ້ກຳນົດຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ ກ່ຽວກັບວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ