ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ

     ວັນທີ 21 ມິຖຸນາ 2021ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ
ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ສະຫາຍ ພົນຈັດຈັດຕະວາ ໄພວັນ ຈັນ
ທະພົມມາ ກໍາມະການຄະນະພັກກະຊວງ ຮັກສາການ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີມີຄະນະພັກ,ຫົວໜ້າກົມ, ຮອງກົມ, ພະນັກງານທົ່ວ
ຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ສະຫາຍ ພົນຈັດຈັດຕະວາ ໄພວັນ ຈັນທະພົມມາ ໄດ້ກ່າວວ່າ: ເພື່ອສືບຕໍ່ການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການຢ່າງແຂງແຮງ, ປັບປຸງຍົກສູງ
ຫຼັກໝັ້ນ ການເມືອງໃຫ້ຄະນະພັກແຕ່ລະຂັ້ນ, ພະນັກງານ-ນັກຮົບທຸກຄົນມີຄວາມຮັບຮູ້ເຂົ້າໃຈ, ເຊື່ອມຊຶມກໍາແໜ້ນ ແລະ ເປັນ ເອກະພາບຕໍ່ບັນດາເນື້ອ
ໃນສໍາຄັນຂອງມະຕິກອງປະຊຸມຄະນະ ໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມ ໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ຫັນມະຕິ
ດັ່ງກ່າວເປັນທິດທາງ, ວຽກງານ ແລະ ເປັນແຜນການປະຕິບັດງານລະອຽດຂອງອົງຄະນະພັກແຕ່ ລະຂັ້ນ, ຍົກສູງຄວາມເປັນເຈົ້າການ ແລະ ຄວາມສາມາດ
ຂອງພະນັກງານ-ນັກຮົບ ໃນທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສໍາເລັດຢ່າງຈົບງາມ, ເຮັດໃຫ້
ກົມກອງ ແລະ ບຸກຄົນ ມີການຫັນປ່ຽນໃຫມ່ຢ່າງຈະແຈ້ງ.

     ສືບຕໍ່ຜັນຂະຫຍາຍມະຕິດັ່ງກ່າວ ໂດຍຕິດພັນກັບການປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນ, ປັບປຸງ ແບບແຜນວິທີເຮັດວຽກ ແລະ ແບບແຜນ
ດໍາລົງຊີວິດ, ແກ້ໄຂປະກົດການຫຍໍ້ທໍ້ ໃນການຈັດຕັ້ງກໍຄືຖັນແຖວ ພະນັກງານ, ສະມາຊິກພັກ ແລະ ນັກຮົບ ໃນທົ່ວຫ້ອງວ່າການກະຊວງກະຊວງປ້ອງກັນ
ປະເທດ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກ, ຍົກສູງການນໍາພາຂອງພະນັກງານ, ສະມາຊິກພັກ ແລະ ນັກຮົບ ໃຫ້ມີຄວາມ
ເດັດດ່ຽວໜ່ຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ; ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພ, ທໍາລາຍຂອງອິດທິກໍາລັງປໍລະປັກ ແລະ ກຸ່ມ
ຄົນບໍ່ດີ, ຈໍາກັດການເສື່ອມຖອຍທາງດ້ານແນວຄິດ, ຄຸນສົມບັດສິນທໍາ ປະຕິວັດ ແລະ ແບບແຜນດໍາລົງຊີວິດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ,
ເປັນກ້ອນກໍາລັງແຮງໃນການ ປະຕິບັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ສູ່ຄວາມມັ່ງຄັ່ງເຂັ້ມແຂງປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກ
ຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

     ເອການສານທີ່ນໍາມາເຜີຍແຜໃນຄັ້ງນີ້ປະກອບມີ ເອກະສານຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025),
ກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຄໍາສັ່ງແນະນໍາເພີ່ມເຕີມຂອງ
ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ກໍ່ນົດກົດ ລະບຽບໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍ
ໃນສໍານັກງານອົງການກະຊວງປ້ອງກັນປະເທດ.

     ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/06/2021