ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

21 ມີຖຸນາ 2021 ນີ້ ສປປ ລາວ ມີພຽງກໍລະນີນຳເຂົ້າ 1 ຄົນທີ່ກວດພົບເຊື້ອພະຍາດໂຄວິດ-19

     ໃນວັນທີ 21ມີຖຸນາ ປີ 2021 ທ່ານ ດຣ.ພອນປະເສີດ ໄຊຍະມຸງຄຸນ ຕາງໜ້າ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ
ຂອງ ພະຍາດ COVID-19 ໄດ້ລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວໃຫ້ຮູ້ວ່າ: ເມື່ອວັນທີ 20 ມີຖຸນາ 2021 ທົ່ວປະ
ເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 911 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ, ເສຍຊິວິດສະສົມທັງ
ໝົດ 03 ຄົນ (ໃໝ່ 00 ), ປິ່ນປົວດີທັງໝົດ 1,948 ຄົນ (ໃໝ່4ຄົນ) ແລະ ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ103 ຄົນ. + ກ່ຽວກັບກໍລະນີຕິດເຊື້ອ
ໃໝ່ 1 ຄົນ ແມ່ນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ ແລະ ໄດ້ເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ
ຂອງແຂວງສະຫວັນນະເຂດ, ພາຍຫຼັງໄດ້ຜົນກວດ ພົບເຊື້ອ ປັດຈຸບັນໄດ້ນໍາຜູ້ກ່ຽວໄປປີ່ນປົວຢູ່ໂຮງໝໍແລ້ວ (ຈໍານວນບ້ານເຂດແດງ ໃນນະຄອນຫຼວງວຽງ
ຈັນ ປະຈຸບັນມີ 15 ບ້ານ ໃນ 5 ເມືອງຄື: ເມືອງຈັນທະບູລີ, ເມືອງສີສັດຕະນາກ, ໄຊເສດຖາ, ໄຊທານີ ແລະ ສີໂຄດຕະບອງ ແລະ ມື້ນີ້ບໍ່ມີບ້ານໃໝ່ທີ່ກໍາ
ນົດເປັນບ້ານເຂດແດງ).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/06/2021