ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມມອບໝາຍໜ້າທີ່ໃຫ້ກຳລັງ ປກສ-ປກຊ ປ້ອງກັນກອງ​ປະຊຸມ​ໃຫ່ຍ
ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ ທີ XI ຂອງພັກປະຊາຊົນປະຕິວັດລາວ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈຳການຄະນະກຳມະການປ້ອງກັນຊາດ
ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດເປັນປະທານ

     ວັນທີ 21 ກໍລະກົດນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມມອບໝາຍໜ້າທີ່ໃຫ້ ກຳລັງຫຼວງ-ກຳລັງທ້ອງຖິ່ນ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປ້ອງ
ກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ ໜ້ານີ້ໃຫ້ມີຄວາມສະຫງົບປອດໄພ 100% ໂດຍການເປັນກຽດ
ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າ ກົມໃຫຍ່,
ຮອງຫົວໜ້າ ກົມໃຫຍ່, ກອງພົນ, ກອງບັນຊາການທະຫານແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການ ຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດລາຍງານແຜນ
ການຂອງ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ກໍຄືຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງ
ປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະແມ່ນກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກ, ກໍຄືກອງປະຊຸມໃຫຍ່ຂອງຄະນະພັກແຂວງ ແລະ
ຂັ້ນກະຊວງໃຫ້ມີຄວາມສະຫງົບປອດໄພ ເຊິ່ງກອງປະຊຸມໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນເຊິ່ງເປັນການສຶບຕໍ່ຮັບປະກັນເຮັດໃຫ້ປະເທດ ຊາດມີສະຖຽນລະພາບທາງ
ດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

     ໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມ ແລະ ເນັ້ນ ໜັກໃຫ້ບັນດາສະຫາຍທີ່ຖືກມອບໝາຍໜ້າທີ່ຈົ່ງພ້ອມກັນ ເອົາ
ໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ມີນໍ້າໃຈຮັກຊາດ-ຮັກບ້ານເກີດເມືອງນອນ, ເປັນເຈົ້າການໃນການປົກປັກ
ຮັກສາປະເທດຊາດ, ມີວິທີການສະກັດກັ້ນ, ຕອບຕ້ານການໂຄສະນາໃສ່ຮ້າຍປ້າຍສີຕໍ່ ແນວທາງນະໂຍບາຍຂອງພັກ ຂອງກຸ່ມຄົນບໍ່ຫວັງດີ, ເພີ່ມທະວີການຊີ້ນຳ-ນຳພາ
ວຽກງານປັບປຸງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ກາຍເປັນກຳລັງຫຼັກແຫຼ່ງ ໃນການປ້ອງກັນໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ
ພັກປະຊາຊົນປະຕິວັດລາວ ປະສົບຜົນສຳເລັດ ແລະ ມີຄວາມສະຫງົບປອດໄພ 100%.