ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງທົ່ວກອງທັບ

     ວັນທີ 21 ສິງຫານີ້, ຢູ່ທີ່ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມພົບປະໂອ້ລົມພະນັກງານຫຼັກແຫຼ່ງໃນກອງທັບ ໂດຍການເປັນປະທານ ແລະ ໂອ້ລົມ
ຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ພົນໂທ ສຸວອນ ເລືອງ
ບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກະຊວງ ແລະ ຄະນະພັກ-ຄະ ນະບັນຊາທັງກຳລັງຫຼວງ-ກຳລັງທ້ອງຖິ່ນເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມພົບປະໂອ້ລົມພະນັກງານຫຼັກແຫຼ່ງໃນກອງທັບ

     ໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືທັງພາຍໃນ ແລະ ຕ່າງປະ
ເທດທີ່ພົວພັນເຖິງໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງເນັ້ນໜັກໃຫ້ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕົນໃນ
ໄລຍະໃໝ່, ຄ່ຽງຄູ່ກັບການຫັນລົງກໍ່ສ້າງຮາກຖານການເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ກຳແໜ້ນແນວທາງການຕ່າງປະເທດຂອງພັກ, ກົດໝາຍ
ສາກົນ ແລະ ກົດໝາຍລະຫວ່າງຊາດ, ເພື່ອເຮັດໃຫ້ສະພາບມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງໄດ້ເນັ້ນໜັກໃຫ້ຄະນະນຳກະຊວງ ພ້ອມທັງຄະນະພັກ-ຄະນະບັນຊາ ກຳລັງຫຼວງ-ກຳລັງທ້ອງຖິ່ນ ເພີ່ມທະ
ວີປັບປຸງແບບແຜນວິທີເຮັດວຽກ, ກໍ່ສ້າງກອງທັບໃຫ້ມີແບບ ແຜນທັນສະໄໝຕາມແນວທາງນະໂຍບາຍຂອງພັກເຮົາໃນໄລຍະໃໝ່, ເພື່ອເຮັດໃຫ້ກອງທັບ
ເຕີບໃຫຍ່ເຂັ້ມແຂງ ແລະ ນຳເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ລົງໄປຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່ການເມືອງຂອງແຕ່ລະກົມກອງໃຫ້ເກີດຜົນ
ປະໂຫຍດສູງສຸດ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ, ເພື່ອປັບປຸງກໍ່ສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝຂຶ້ນຢ່າງບໍ່
ຢຸດຢັ້ງ.