ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X
ແລະ ດຳເນີນຊີວິດການເມືອງໃຫ້ພະນັກງານຫຼັກແຫຼ່ງທົ່ວກອງທັບ

     ກະຊວງປ້ອງກັນປະເທດໄດ້ເປີດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X ແລະ ດໍາເນີນຊີວິດການ
ເມືອງໃຫ້ພະນັກງານຫຼັກແຫຼ່ງທົ່ວກອງທັບ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນໃນວັນທີ 21 ສິງຫາ 2018 ນີ້, ຢູ່ທີ່ສະໂມ
ສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນ
ຕີກະຊວງປ້ອງກັນປະເທດ, ມີຮອງລັດຖະມົນຕີ, ຄະນະນຳກະຊວງປ້ອງກັນປະເທດ, ບັນດາຄະນະພັກ-ຄະນະບັນຊາຈາກບັນດາກົມໃຫຍ່, ຫ້ອງວ່າການກະ
ຊວງ ແລະ ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະ
ບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X ແລະດໍາເນີນຊີວິດການເມືອງໃຫ້ພະນັກງານຫຼັກແຫຼ່ງທົ່ວກອງທັບ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດກອງປະຊຸມເຊິ່ງໄດ້ກ່າວວ່າ: ການດຳເນີນຊີວິດການເມືອງທົ່ວກອງທັບຄັ້ງນີ້ແມ່ນມີຄວາມຈຳເປັນ
ພາວະວິໄສ, ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພື່ອປັບປຸງ, ເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ
ປະຕິບັດບັນດາຫຼັກການກໍ່ສ້າງພັກ, ເຊິ່ງກ່ອນອື່ນໝົດແມ່ນຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມເຊິ່ງກັນ ແລະ ກັນ. ເພື່ອແນ
ໃສ່ແກ້ໄຂປາກົດການຫຍໍ້ທໍ້ດ້ານຕ່າງໆພາຍໃນພັກໃຫ້ຫຼຸດໜ້ອຍຖອຍລົງ, ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັນນີ້ຍັງເປັນການທົບ
ທວນຄືນທາດແທ້ມູນເຊື້ອປະຕິວັດອັນສະຫງ່າລາສີຂອງກອງທັບຕະຫຼອດໄລຍະ 70 ປີ ພາຍໃຕ້ການນໍາພາຂອງພັກ, ທັງເປັນການເຊີດຊູຍົກສູງຄຸນນະພາບ
ໃນການເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກຂອງພະນັກງານ-ນັກຮົບ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂໃໝ່ໃນການ
ປະຕິບັດໜ້າທີ່ການເມືອງຂອງກອງທັບ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ດຳເນີນໄປເປັນເວລາ 4 ວັນ ເພື່ອພ້ອມກັນທົບທວນ ແລະ ເຊື່ອມຊຶມຄືນບັນດາເອກະສານດັ່ງນີ້: 1 ຕີລາຄາການຈັດ
ຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ X ແລະ ບາງວຽກທີ່ຈະສຸມໃສ່ໃນຕໍ່ໜ້າ. 2 ມະຕິຂອງຄະນະບໍລິຫານງານ
ສູນກາງພັກປະຊາຊົນປະຕິວັດລາວສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມ
ຄອງສັງຄົມດ້ວຍກົດໝາຍ. 3 ຄໍາສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ແຂວງ-ນະ
ຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ. 4 ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າ
ງາມຂອງກອງທັບປະຊາຊົນລາວ. 5 ເອກະສານຕັ້ງໜ້າເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງພະນັກງານ-ນັກ
ຮົບໃນໄລຍະໃໝ່.

     ເພື່ອເຮັດໃຫ້ກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກ່າວມານັ້ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍ
ທີ່ເຂົ້າຮ່ວມຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ບັ້ນດຳເນີນຊີວິດການເມືອງຄັ້ງນີ້ໃຫ້ດີທີ່ສຸດ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳເຫັນຢ່າງ
ກົງໄປກົງມາຕໍ່ເນື້ອໃນຕ່າງໆໃຫ້ເລິກເຊິ່ງ, ຊອກໃຫ້ເຫັນດ້ານດີຜົນງານທີ່ເຮັດໄດ້ ແລະ ພຶດຕິກຳຕົວຈິງໃນປີຜ່ານມາ ເພື່ອສືບຕໍ່ຜັນຂະຫຍາຍ ພ້ອມນັ້ນກໍ
ຕ້ອງຊອກໃຫ້ເຫັນບັນຫາທີ່ເປັນຈຸດອ່ອນຂໍ້ຄົງຄ້າງໂດຍສົມທຽບຕົວຈິງຢູ່ອົງການກົມກອງເພື່ອຊອກຫາວິທີປັບປຸງແກ້ໄຂພ້ອມກັນເຊີດຊູຄວາມຮັບຜິດຊອບ
ເປັນເຈົ້າການດໍາເນີນກອງປະຊຸມດັ່ງກ່າວໃຫ້ສຳເລັດຜົນເປັນຢ່າງດີ.