ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດຢູ່ ທະຫານແຂວງ ສະຫວັນນະເຂດ


     ວັນທີ 21 ສິງຫາ 2019 ນີ້, ຄະນະອານຸກໍາມະການ ສະກັດກັ້ນການຄ້າມະນຸດ ກະຊວງປ້ອງກັນປະເທດ ໄດ້ລົງເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ
ໃຫ້ແກ່ນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ກຳມະການ ຄະນະປະຈຳ
ພັກ ກະຊວງປ້ອງກັນປະເທດ, ຫົວໜ້າ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຫົວໜ້າຄະນະອະນຸກໍາມະການສະກັດກັ້ນການຄ້າມະນຸດ, ໂດຍມີ ສະຫາຍ ພົນຈັດຕະວາ ຈະ
ເລີນ ວົງວິໄຊ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ, ມີບັນດາອານຸກໍາມະການສະກັດກັ້ນ ການຄ້າມະນຸດ ກະຊວງປ້ອງກັນປະເທດ, ຜູ້ຕາງ
ຈາກພະແນກການສົນທິສັນຍາຫຼາຍຝ່າຍ ແລະ ຜູ້ຕາງໜ້າພະແນກສົນທິສັນຍາສອງຝ່າຍ, ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ຜູ້ຕາງໜ້າພະແນກ
ການກົມທະຫານຊາຍແດນ, ຜູ້ຕາງໜ້າ ກົມຕໍາຫຼວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະຫງົບ, ຜູ້ຕາງໜ້າ ກອງບັນຊາການທະຫານເມືືອງ
ທົ່ວແຂວງ, ພາກສ່ວນກ່ຽວຂ້ອງພ້ອມດ້ວຍພະນັກງານ-ນັກຮົບ ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ເຂົ້າຮ່ວມ.

     ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ກ່າວເປີດກອງປະຊຸມໃຫ້ຮູ້ວ່າ: ການເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດນີ້, ກໍເພື່ອຢາກໃຫ້ປະຊາຊົນລາວບັນດາ
ເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນສະກັດກັ້ນບໍໃຫ້ມີການຄ້າມະນຸດເກີດຂຶ້ນໃນສັງຄົມລາວ ຂອງພວກເຮົາ, ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບົບລະ
ບຽບ, ທຸກຄົນມີກຽດສັກສີເທົ່າທຽມກັນ, ມີຊີວິດ-ສຸຂະພາບທີ່ດີ, ເພື່ອປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເຊິ່ງການ
ຄ້າມະນຸດນັ້ນກໍແມ່ນການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼື ການນໍາສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼື ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼື ລີ້ຊ່ອນ
ດ້ວຍການຂົນຂວາຍ, ແນະນໍາ, ຕົວະຍົວະຫຼອກລວງ, ຊື້ຈ້າງຈອບອອຍ, ຍຸຍົງ, ສວຍໃຊ້ອໍານາດ, ບັງຄັບ, ນາບຂູ່, ຜູກມັດດ້ວຍໜີ້ສິນ, ການເອົາເດັກມາລ້ຽງ ຫຼື ເອົາເດັກ
ມາເປັນລູກລ້ຽງແບບແອບແຝງ, ໜັ້ນ ໝາຍແບບແອບແຝງ, ການຖືກ ນໍາພາ, ຂໍທານ, ການຖ່າຍຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກ ຫຼື ດ້ວຍຮູບການອື່ນໆ, ເພື່ອຂູດ
ຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ບັງຄັບໃຫ້ເປັນໂສເພນີ, ເອົາອະໄວຍະວະເພດຕ່າງໆ ຂອງຮ່າງກາຍໄປຂາຍ ຫຼື ເອົາໄປເຮັດສິ່ງອື່ນໆ ທີ່ຂັດກັບກົດ
ໝາຍ ແລະ ວັດທະນະທໍາອັນດີງາມຂອງຊາດ ຫຼື ຈຸດປະສົງອື່ນໆ ເພື່ອຜົນປະໂຫຍດສວນຕົົວ. ສະນັ້ນພວກເຮົາທຸກຄົນຕ້ອງໄດ້ລະມັດລະວັງ ເປັນຫູເປັນຕານໍາກັນ ເພື່ອສະ
ກັດກັ້ນ ແລະ ຕ້ານການຄ້າມະມຸດໂດຍການປົກປ້ອງ, ການດໍາເນີນຄະດີໃສ່ຜູ້ກະທໍາຜິດໃນສະຖານະການຄ້າມະນຸດ, ປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍດ້ວຍການປະ
ສານສົມທົບລະຫວ່າງການຈັດຕັ້ງພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ພາກພື້ນ ແລະ ສາກົນ.

     ສະຫາຍ ພັນໂທ ວິລະວົງ ມະນີແສງ ຮອງຫົວໜ້າການເມືອງ, ຫົວໜ້າ ຫ້ອງການເມືອງ ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ກໍໄດ້ລາຍງານສະພາບການ
ເຄື່ອນໄຫວ ແລະ ສະກັດກັ້ນການຄ້າມະນຸດຢູ່ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາກໍຄືປັດຈຸບັນ ບັນຫາການຄ້າມະນຸດ ຍັງເປັນສິ່ງທ້າທາຍຕໍ່ອໍານາດການ
ປົກຄອງຂອງລັດ ໂດຍສະເພາະແມ່ນກໍາລັງ ປກສ-ປກຊ ຂອງພວກເຮົາ, ເພາະຍັງມີປະຊາຊົນ ຈໍານວນໜຶ່ງ ຍັງບໍ່ທັນຮັບຮູ້-ເຂົ້າໃຈຈະແຈ້ງ, ຍັງມີຄວາມຮູ້ເທົ່າບໍ່ເຖິງການຫຼົງ
ເຊື່ອກົນອຸບາຍຂອງກຸ່ມຄົນບໍ່ດີ ຈົນຕົກເປັນເຄື່ອງມືຂອງພວກ ​ເຂົາເຫຼົ່ານັ້ນ ເປັນຕົ້ນແມ່ນ ມີພວກນາຍໜ້າຮັບເອົາເງິນຈາກພວກນາຍທຶນທີ່ຢູ່ປະເທດໃກ້ຄຽງ ເພື່ອມາຂົນ
ຂວາຍເອົາຊາວໜຸ່ມ-ແມ່ຍິງ ທີ່ມີອາຍຸຕໍ່າກວ່າ 18 ປີ ອອກໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດ ໄທ, ນອກນັ້ນຍັງມີກຸ່ມຄົນອີກຈໍານວນໜຶ່ງ ທີ່ເປີດຮ້ານ
ຂາຍບໍລິການ ດ້ວຍການເປີດຮ້ານກິນດື່ມ ເປັນສິ່ງບັງໜ້າເພື່ອປົກປິດການກວດກາຂອງເຈົ້າໜ້າທີ່ ແລະ ຂຶ້ນຖະບຽນການຄ້າພາຍຫຼັງທີ່ໄດ້ເປີດ ແລ້ວກໍຊອກຫາເອົາຍິງສາວ
ຢູ່ພາຍໃນແຂວງ, ຕ່າງແຂວງ ຫຼື ຕ່າງປະເທດ ເປັນຕົ້ນແມ່ນຍິງສາວປະເທດ ຫວຽດນາມ ມາຢູ່ ຮ້ານ ເພື່ອຂາຍບໍລິການທາງເພດ. ເຊິ່ງວຽກງານດັ່ງກ່າວນີ້, ໄລຍະຜ່ານມາ
ກໍາລັງ ທະຫານ ແຂວງ ກໍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວເກັບກໍາສະພາບດັ່ງກ່າວ ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ໂດຍສະເພາະແມ່ນຢູ່ຂອບເຂດລຽບ
ຕາມຊາຍແດນ ລາວ-ໄທ, ລາວ-ຫວຽດນາມ ແລະ ເຂດຫ່າງໄກສອກຫຼີກ ບ່ອນທີ່ສົງໄສວ່າກຸ່ມຄົນບໍດີສວຍໃຊ້ໂອກາດຢູ່, ສວຍໃຊ້ຊ່ອງຫວ່າງ ແລະ ເງື່ອນໄຂຕ່າງໆ, ທີ່
ເປັນຜົນລົບຕໍ່ສັງຄົມ, ເປັນການເຄື່ອນໄຫວຫາຜົນປະໂຫຍດ ໂດຍບໍ່ຊອບທໍາ ແລະ ບໍ່ຄໍານຶງເຖິງກົດໝາຍ, ຂາດຄວາມເປັນມະນຸດສະທໍາ, ຜິດກັບຮີດຄອງປະເພນີອັນດີ
ງາມຂອງຊາດ.

     ສ່ວນແຜນການໃນຕໍ່ໜ້າ ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ແມ່ນຈະສືບຕໍ່ປະສານສົມທົບກັບ ປກສ ແຂວງ ໂດຍມອບໃຫ້ພະແນກສະກັດກັ້ນ ແລະ
ຕ້ານການຄ້າມະນຸດຈັດເອົາກໍາລັງລົງປະຈໍາຢູ່ແຕ່ລະດ່ານ, ແບ່ງໜ້າທີ່ຄວາມຮັບຜິດຊອບຂອງຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ ໃຫ້ລະອຽດ, ສືບຕໍ່ຊຸກຍູ້ຢູ່
ບັນດາເມືອງ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ, ແບ່ງໜ້າທີ່ຄວາມຮັບຜິດຊອບຂອງຄະນະກໍາມະການຕ້ານການຄ້າມະນຸດຂັ້ນເມືອງ ຕາມດໍາລັດ ເລກທີ 245/ນຍ.