ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ


ພັນເອກ ສຸລິວັນ ແສງຈັນ ເປັນປະທານປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປ

     ໃນຕອນເຊົ້າຂອງວັນທີ 22 ກັນຍາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບ
ເກົ່າແຫ່ງຊາດລາວ ຄົບຮອບ 15 ປີ ( 9/9/2002-9/9/2017 ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າ
ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພັກ-ຄະນະບັນຊາ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບຟັງຢ່າງ
ພ້ອມພຽງ.


ພັນໂທ ອູເທບ ພົມມະເທບ ຂຶ້ນຫວນຄືນວັນສ້າຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປ

     ໂອກາດນີ້, ພັນໂທ ອູເທບ ພົມມະເທບ ຮອງຫົວໜ້າຫ້ອງການເມືອງກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຫວນຄືນປະຫວັດການກຳ
ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໃນຕະຫຼອດ
ໄລຍະ 15 ປີຜ່ານມາ ເຫັນໄດ້ເຖີງມູນເຊື້ອ ແລະ ຜົນງານອັນໃຫຍ່ຫຼວງຂອງຖັນແຖວນັກຮົບເກົ່າໃນການຕໍ່ສູ້ເພື່ອກອບກູ້ເອົາເອກະລາດ, ການປົກປັກຮັກ
ສາ ແລະ ພັດທະນາປະເທດຊາດພາຍໃຕ້ການນຳພາຂອງພັກ, ການກຳເນີດ ແລະ ພາລະບົດບາດ, ໜ້າທີ່ຂອງອົງການ ສນຫລ, ຜົນງານການເຄື່ອນໄຫວ
ຂອງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວແຕ່ລະສະໄໝ. ວັນທີ 9 ກັນຍາ 2002 ແມ່ນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ
ເປັນວັນສຳຄັນຂອງຊາດ, ຂອງພັກ ແລະ ຂອງນັກຮົບເກົ່າແຫ່ງຊາດລາວທີ່ໝູນວຽນມາ ຄົບຮອບ 15 ປີ ( 9/9 /2002-9/9/2017 ) ຊຶ່ງແມ່ນວັນກຳ
ເນີດເກີດຂຶ້ນຂອງອົງການຈັດຕັ້ງມະຫາຊົນຂອງພັກຕື່ມອີກອົງການໜຶ່ງ ແລະ ທັງເປັນວັນປະຫວັດສາດທີ່ມີຄວາມໝາຍຄວາມສຳຄັນສຳລັບຖັນແຖວນັກ
ຮົບປະຕິວັດ ນັກຮົບເກົ່າໃນປັດຈຸບັນ, ພະນັກງານ, ສະມາຊິກພັກຜູ້ສືບທອດ ກໍ່ຄືຄົນຮຸ້ນໜຸ່ມ ທີ່ຈະໄດ້ພ້ອມກັນຫວນຄືນມູນເຊື້ອ ແລະ ຈາລຶກຄຸນງາມ
ຄວາມດີຂອງຄົນຮຸ້ນພໍ່ແມ່, ລຸງ-ປ້າ, ອາວ-ອາ ຂອງພວກເຮົາທີ່ມີຕໍ່ປະເທດຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ.


ພັນເອກ ສຸລິວັນ ແສງຈັນ ໂອ້ລົມຕໍ່ທີ່ປະຊຸມກ່ຽວກັບວັນສຳຄັນດັ່ງກ່າວ

     ຕອນທ້າຍ, ພັນເອກ ສຸລິວັນ ແສງຈັນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້
ພະນັງານ-ນັກຮົບເຊື່ອມຊຶມເອົາຄຸນງາມຄວາມດີຂອງເພີ່ນມາເປັນແບບຢ່າງໃນການປະຕິບັດວຽກງານໃຫ້ເກີດດອກອອກຜົນ.


ບັນຍາກາດພາຍໃນກອງປະຊຸມ