ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍບໍລິເວນ 107 ເປີດຊຸດຮຽນແພດຊັ້ນກາງ ລະບົບກໍ່ສ້າງ 3 ປີ


ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ເປັນປະທານພິທີເປີດຊຸດຮຽນແພດຊັ້ນກາງ ລະບົບກໍ່ສ້າງ 3 ປີ

     ຕອນເຊົ້າວັນທີ 18 ກັນຍາ 2020 ນີ້, ຢູ່ໂຮງໝໍບໍລິເວນ 107 ໄດ້ຈັດພິທີເປີດຊຸດຮຽນແພດຊັ້ນ ກາງລະບົບກໍ່ສ້າງ 3 ປີ ຢ່າງເປັນທາງການໂດຍການ
ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ພະລາທິການ
ກອງທັບ, ມີສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກອົງການກົມໃຫຍ່ ຫົວໜ້າ ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີ
ສະຫາຍ ພັນເອກ ໄພວັນ ຈັນທະສຸກ ເລຂາຄະນະພັກຮາກຖານອຳນວຍການໂຮງໝໍພ້ອມດ້ວຍຄະນະ, ມີພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

     ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດເປີດຮຽນການແພດ ລະບົບກໍ່ສ້າງຫຼັກສູດ 3 ປີ ຢູ່ໂຮງໝໍບໍລິເວນ 107,
ຈາກນັ້ນ ສະຫາຍ ພັນໂທ ຄຳຄ່ອງ ພິມມະວົງສາ ຄະນະພັກຮາກຖານ, ຄະນະອຳນວຍການໂຮງໝໍ ຄະນະຮັບຜິດຊອບໂຮງຮຽນແພດຊັ້ນກາງ ໄດ້ຂຶ້ນຜ່ານ
ແຜນການຫຼັກສູດການຮຽນ-ການສອນ ເຊິ່ງໃນຊຸດນີ້ມີນັກສຶກສາແພດ ຈຳນວນ 30 ສະຫາຍ, ຍິງ 12 ສະຫາຍ, ມີ 38 ວິຊາຮຽນເທົ່າກັບ 2.806 ຊົ່ວ
ໂມງ.

     ການເປີດຮຽນແພດຊັ້ນສູງ ແນໃສ່ຍົກສູງທາງດ້ານເຕັກນິກວິຊາການແພດ ເພື່ອຮັບໃຊ້ເຂົ້າໃນພາລະກິດຂອງກອງທັບຂັ້ນກອງພັນ, ກອງພົນທຽບເທົ່າ
ແລະ ຮັບໃຊ້ພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອປະກອບສ່ວນເຂົ້າໃນການພັດທະນາສັງຄົມຂອງຊາດໃຫ້ມີປະສິດທິພາບສູງ. ໃນໂອກາດດຽວກັນນັ້ນ, ທາງໂຮງ
ໝໍບໍລິເວນ 107 ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ 2 ສະຫາຍຄື: ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ
1 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ.

     ໃນໂອກາດເຂົ້າຮ່ວມເປັນປະທານເປີດຊຸດຮຽນແພດຊັ້ນກາງ ລະບົບກໍ່ສ້າງ 3 ປີ ໃນຄັ້ງນີ້, ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ຮອງຫົວໜ້າ ກົມ
ໃຫຍ່ພະລາທິການກອງທັບ ກໍໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີເຊິ່ງ ກ່ອນອື່ນສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາຂອງໂຮງໝໍ 107 ທີ່ມີ
ຄວາມຕັດສິນໃຈສູງຕໍ່ການນຳພາໂດຍຮອບດ້ານເຮັດໃຫ້ກົມກອງຂອງຕົນມີການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ສັງຄົມຍອມຮັບໃນການປິ່ນປົວຜູ້ບາດເຈັບ
ແລະ ເຈັບປ່ວຍທີ່ເຂົ້າມາໃຊ້ບໍລິການໂດຍສະເພາະແມ່ນຊາວນະຄອນຫຼວງພະບາງ ແລະ ເຂດພາກເໜືອຂອງລາວ ໃນນັ້ນຍັງມີຄວາມຮັບຜິດຊອບໃນການ
ເປີດໂຮງຮຽນສ້າງແພດຊັ້ນກາງ ຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ສຳເລັດໄປຫຼາຍຊຸດແລ້ວ, ພ້ອມນັ້ນສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະພັກຄະນະບັນຊາແຕ່ລະຂັ້ນ
ພ້ອມກັນສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນເອກະພາບເຮັດ ວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບສືບຕໍ່ໃນການດຳເນີນຊີວິດການເມືອງໃຫ້
ເປັນປົກກະຕິ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງຕາມແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ເອົາໃຈໃສ່ຊີ້
ນຳການຮຽນ-ການສອນຕາມຫຼັກສູດຮັກສາໄວ້ມູນເຊື້ອແພດປະຕິວັດ ແລະ ຮັກສາໃຫ້ໄດ້ຈັນຍາບັນຈັນຍາທຳຂອງແພດ ຕາມຄຳຂວັນຂອງກະຊວງສາທາ
ລະນະສຸກທີ່ວ່າ 5 ດີ 1 ພໍໃຈ.