ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທິດສະດີການເມືອງກອງທັບ
ປິດຊຸດເຝິກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນລະບົບ 2 ເດືອນປະຈຳປີ 2021

     ວັນທີ 22 ກັນຍາ 2021 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປິດຊຸດເຝິກອົບຮົມ ວຽກງານ ວິຊາສະເພາະ ສືບສວນ-ສອບສວນ ໃຫ້
ພະນັກງານປ້ອງກັນພາຍໃນ ກອງທັບປະຊາຊົນລາວ ລະບົບ 2 ເດືອນປະຈຳປີ 2021 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະ
ພັງເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ທອງດຳ ພົງສະຫວັດ ຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່
ການເມືອງກອງທັບ, ສະຫາຍ ພັນເອກ ພິເສດ ຫງຽນ ຈອງ ງາ ຫົວໜ້າຄະນະຊ່ຽວຊານ ກົມສືບສວນ-ສອບສວນ ກອງທັບປະຊາຊົນຫວຽດນາມພ້ອມຄະ
ນະ, ພະນັກງານ, ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.

     ສະຫາຍ ພັນໂທ ວັນເຮືອງ ສີວິໄລ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງໂຮງຮຽນທິດສະດີການເມືອງ ກອງທັບ ໄດ້ຂຶ້ນລາຍງານຜົນສຳເລັດຂອງການບໍາລຸງ
ວຽກງານສືບສວນ-ສອບສວນ ໃນໄລຍະ 2 ເດືອນຜ່ານມາ ເຫັນວ່າລະດັບຄວາມຮັບຮູ້ຄວາມເຂົ້າໃຈນັກເຝິກອົບຮົມແຕ່ລະສະຫາຍສາມາດກຳໄດ້ບັນດາ
ຫຼັກມູນພື້ນຖານທາງດ້ານທິດສະດີຫຼັກການຂອງການສືບສວນ-ສອບສວນ ໃນແຕ່ລະຂັ້ນຕອນ ສ້າງໃຫ້ນັກເຝຶກອົບຮົມ ແຕ່ລະສະຫາຍ ມີວິທິການໃນການ
ຊອກຮູ້ບັນດາສາເຫດຂອງຄະດີທີ່ເກີດຂຶ້ນຢ່າງຖືກຕ້ອງ, ສອດຄ່ອງກັບເງືອນໄຂ. ສາມາດຕອບສະໜອງໄດ້ກັບຄວາມຕ້ອງການໃນສະເພາະໜ້າ ແລະ ຍາວ
ນານ ໂດຍສະເພາະແມ່ນແຜນການດໍາເນີນວຽກງານສືບສວນ-ສອບສວນໃນກອງທັບ.

     ຈາກນັ້ນ ສະຫາຍ ພັນເອກ ພິເສດ ຫງຽນ ຈອງ ງາ ຫົວໜ້າຄະນະຊ່ຽວຊານກົມສືບສວນ-ສອບສວນ ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ກໍ
ໄດ້ມີຄໍາເຫັນກ່າວອຳລາ ແລະ ຂຶ້ນຮັບກະຕ່າດອກໄມ້ຈາກຄະນະພັກ-ຄະນະອຳນວຍການໂຮງຮຽນທິດສະດີການເມືອງ ກອງທັບ ໂດຍໃຫ້ກຽດຂຶ້ນມອບ
ໂດຍ ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ. ພ້ອມນັ້ນ, ໃນພິທີຍັງໄດ້ຈັດຕັ້ງຜ່ານຂໍ້
ຕົກລົງຂອງໂຮງຮຽນທິດສະດີການເມືອງກອງທັບ ວ່າດ້ວຍການມອບໃບຢັ້ງຢືນໃຫ້ນັກເຝຶກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນ ລະບົບ 2
ເດືອນ ປະຈຳປີ 2021 ຈຳນວນ 40 ສະຫາຍ ໂດຍການຂຶ້ນມອບຂອງ ສະຫາຍ ພັນເອກ ປອ ຄໍາໄພ ຟອງດາລາ ຫົວໜ້າການທະຫານໂຮງຮຽນທິດສະດີ
ການເມືອງກອງທັບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/09/2021