ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ຈັດກອງປະຊຸມເຜີຍແຜ່ແຜນການວຽກງານປ້ອງກັນ

     ໃນວັນທີ 19 ຕຸລາ 2018 ນີ້, ກົມໃຫຍ່ເສນາທິການກອງທັບໄດ້ຈັດກອງປະຊຸມມອບໝາຍໜ້າທີ່ໃຫ້ບັນດາກົມກອງ, ກຳລັງຫຼວງ-ກຳລັງທ້ອງຖິ່ນ, ວິທະຍາຄານ,
ໂຮງຮຽນ, ໃນການປ້ອງກັນງານສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ກຳມະ
ການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມກອງ, ກຳ
ລັງຫຼວງ-ກຳລັງທ້ອງຖິ່ນ, ວິທະຍາຄານ, ໂຮງຮຽນ, ກຳລັງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຮັບຜິດຊອບເຮັດວຽກງານປ້ອງກັນເຂົ້າຮ່ວມ.


ພົນຕີ ຄຳລຽງ ອຸທະໄກສອນ ເປັນປະທານກອງປະຊຸມເຜີຍແຜ່ແຜນການວຽກງານປ້ອງກັນ

     ທ່ານ ພົນຈັດຕະວາ ສອນທອງ ແກ້ວລໍຄຳ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ກໍໄດ້ຜ່ານແຜນການປ້ອງກັນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ
ປະຊາຊົນລາວຄົບຮອບ 70 ປີ ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປຸກລະດົມກຳລັງແຮງສັງລວມ
ທົ່ວປ່ວງຊົນຮອບດ້ານເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດ້ວຍການສຸມໃສ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ແລະ ທົ່ວເຖິງເອົາການ
ປຸກລະດົມມວນຊົນສ້າງສະຕິເປັນເຈົ້າການຂອງປະຊາຊົນເພື່ອຮັກສາຄວາມສະຫງົບ, ປອດໄພໃນທ້ອງຖິ່ນຂອງຕົນ, ຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບ, ປັບປຸງລະບຽບ
ວິໄນຂອງບັນດາກົມກອງ-ທ້ອງຖິ່ນ ແລະ ເພີ່ມທະວີຄວາມຮັບຜິດ ຊອບຂອງພະນັກງານຊ້ີນຳ-ບັນຊາໃນແຕ່ລະຂັ້ນໃຫ້ເຂັ້ມງວດ, ສຸມທຸກກຳລັງແຮງ ແລະ ຄວາມອາດສາ
ມາດເຂົ້າໃນວຽກງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ມີຜົນສຳເລັດປອດໄພ 100%, ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບ
ຄຳຄິດ, ຄຳເຫັນໃສ່ແຜນການເນື້ອໃນແຜນການດັ່ງກ່າວເພື່ອປະຕິບັດໃຫ້ບັນລຸຄາດໝາຍສູ້ຊົນຢ່າງມີຜົນສຳເລັດດີທີ່ສຸດ.

     ໂອກາດນີ້, ທ່ານ ພົນຕີ ຄຳລຽງ ອຸທະໄກສອນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ຄະນະ
ຮັບຜິດຊອບແຕ່ລະຂັ້ນຈົ່ງເພີ່ມທະວີເອົາໃຈໃສ່ເປັນເຈົ້າການປຸກລະດົມແນວຄິດໃຫ້ພະນັກງານ-ນັກຮົບຮັບຮູ້ເຊື່ອມຊຶມກຳແໜ້ນບັນດາເນື້ອໃນຄາດໝາຍດັ່ງກ່າວໃນການ
ເຄື່ອນໄຫວເຮັດວຽກງານປ້ອງກັນໃນຄັ້ງນີ້ ເພື່ອໄປຈັດຕັ້ງປະຕິບັດຢູ່ກົມກອງ, ທ້ອງຖິ່ນຂອງຕົນໃຫ້ມີປະສິດທິຜົນສູງຮັບປະກັນເຮັດໃຫ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງ
ທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ມີຄວາມສະຫງົບປອດໄພ ແລະ ເປັນຂະບວນຟົດຟື້ນກວ້າງຂວາງ, ເອົາໃຈໃສ່ກວດກາຄັດເລືອກເອົານາຍ ແລະ ພົນທະຫານທີ່ເຮັດ
ໜ້າທີ່ປ້ອງກັນຕ້ອງເອົາຜູ້ທີ່ມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີຄວາມຮັບຜິດຊອບ, ໂດຍສະເພາະພະນັກງານບັນຊາ, ມີການຄັດ
ເລືອກຢ່າງຄັກແນ່, ພ້ອມກັນນັ້ນເອົາໃຈໃສ່ເຮັດວຽກງານການເມືອງນຳພາແນວຄິດໃຫ້ນາຍ ແລະ ພົນທະຫານທີ່ເຮັດວຽກງານປ້ອງກັນແຕ່ລະສະຫາຍໄດ້ເຊື່ອມຊຶມເຂົ້າໃຈ
ຕໍ່ໜ້າທີ່ການເມືອງຂອງຕົນ.