ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງປາຖະກະຖາ
ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

     ວັນທີ 18 ຕຸລາ 2018 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 70 ປີຂຶ້ນ. ໂດຍການເປັນປະທານຂອງ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ
ງານ-ນັກຮົບເຂົ້າຮ່ວມ.


ພັນເອກ ວິຊຽນ ສີສະອາດ ເປັນປະທານພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

     ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງ ແລະ ພັນໂທ ອຸເທບ ພົມມະເທບ ຮອງຫົວໜ້າພະແນກການເມືອງ ໄດ້ຜັດປ່ຽນກັນປາຖະກະຖາມູນເຊື້ອຂອງ
ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 70 ປີ ພາຍໃຕ້ການນຳພາຂອງພັກໃນແຕ່ລະໄລຍະຂອງການຕໍ່ສູ້ຕ້ານພວກລ່າເມືອງ
ຂຶ້ນຝຣັ່ງໃນຊຸມປີ 1945-1954 ຖືເປັນໄລຍະທີ່ດຸເດືອດຂ້ຽວຂາດໃນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວ ແລະ ເພື່ອນຍຸດທະສາດ 3 ຊາດອິນດູຈີນ ເປັນສາຍເຫດ
ເຮັດໃຫ້ຝຣັ່ງຕ້ອງຍອມຈຳນົນ ແລະ ຖອນກຳລັງອອກຈາກປະເທດລາວ ເປັນການມອບຜືນແຜ່ນດິນອັນແສນຮັກໃຫ້ປະຊາຊົນລາວໄດ້ອອກຈາກແອກປົກຄອງ ແລະ ນຳໃຊ້
ຂະບວນເພີ່ມພູນຜະລິດຜົນກຳລັງເລີ່ມຕົ້ນຂຶ້ນຈັກກະພັດອາເມຣິກາກໍເລີ່ມຕົ້ນເຂົ້າມາຄອບຄອງເປັນຄັ້ງໃໝ່ທ້າຍປີ 1954 ອາເມຣິກາໄດ້ຂົນກຳລັງພົນ ແລະ ອາວຸດກະສຸນ
ເຂົ້າມາຮຸກຮານໜັກກວ່າໝູ່ແມ່ນປີ 1962-1968 ໄດ້ມີບັ້ນຮົບໃຫຍ່ຫຼາຍຄັ້ງແຕ່ເໜືອຮອດໃຕ້ໃນເງື່ອນໄຂ 3 ກ້ຽງ ຈູດກ້ຽງ, ຂ້າກ້ຽງ ແລະ ທຳລາຍກ້ຽງ ພວກເຂົາໃຊ້ກຳ
ລັງພາກພື້ນດິນ ແລະ ກຳລັງທາງອາກາດຖິ້ມລະເບີດແຕ່ກໍບໍ່ສາມາດບ່ັນທອນກອງທັບປະຊາຊົນລາວ ແລະ ທະຫານອາສາສະໝັກຫວຽດນາມໄດ້ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ
ຈຶ່ງເຮັດໃຫ້ກຳລັງຂອງພວກມັນອ່ອນແອລົງ ແລະ ສາມາດຍຶດອຳນາດໄດ້ໃນປີ 1975 ຈາກນັ້ນເປັນຕົ້ນມາກອງທັບປະຊາຊົນລາວໄດ້ມີການເຕີບໃຫຍ່ຂະຫຍາຍຕົວທັງປະ
ລິມານ ແລະ ຄຸນນະພາບ ປົກປັກຮັກສາໝາກຜົນຂອງການປະຕິວັດໄດ້ຢ່າງສະຫງ່າງາມ ພັກ ແລະ ລັດຖະບານໄດ້ມອບຫຼຽນໄຊຄຳຈຳນວນ 4 ໜ່ວຍ ແລະ ຫຼາຍກົມກອງ
ໄດ້ເປັນກົມກອງວີລະຊົນ ແລະ ຫຼາຍສະຫາຍໄດ້ເປັນວີລະຊົນ ແລະ ນັກຮົບແຂ່ງຂັນຢ່າງສົມກຽດ ຈາກຜົນງານ ແລະ ໄຊຊະນະດັ່ງກ່າວສະຫາຍຮອງຫົວໜ້າກົມ ວສ-ປສ
ການທະຫານ ຮຽກຮ້ອງໃຫ້ພະນັກງານ-ນັກຮົບພາຍໃນກົມຈົ່ງສືບຕໍ່ຮັກສາມູນ ເຊື້ອອັນດີງາມດັ່ງກ່າວ ນຳເອົາບົດຮຽນຈາກປະຫວັດສາດມານຳໃຊ້ເຂົ້າໃນການດຳລົງຊີວິດ
ຂອງຕົນ ເພື່ອມາພັດທະນາກົມກອງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນຢ່າງແທ້ຈິງ.