ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂຊຸດຝຶກອົບຮົມໄລຍະສັ້ນວິຊາຊອກຄົ້ນ-ກູ້ໄພ ແລະ ແພດຊ່ວຍເຫຼືອສຸກເສີນຜູ້ປະສົບໄພພິບັດ

     ກະຊວງປ້ອງກັນປະເທດໄດ້ຈັດພິທີໄຂຊຸດອົບຮົມໄລຍະສັ້ນວິຊາຊອກຄົ້ນ-ກູ້ໄພ ແລະ ແພດຊ່ວຍເຫຼືອສຸກເສີນຜູ້ປະສົບໄພພິບັດ ໂດຍການຮ່ວມມືກັບ
ຊ່ຽວຊານທະຫານຢີ່ປຸ່ນຂຶ້ນທີ່ສະໂມສອນກົມຊ່າງແສງ (ຄ 58) ໃນວັນທີ 20 ພະຈິກນີ້, ໂດຍການເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ທາເກຊິ ຮີກິຮາຣະ, ເອກອັກຄະຣາຊະທູດຢີ່ປຸ່ນປະຈຳລາວ, ມີຄະນະກົມຊ່າງແສງ, ຄະນະໜ່ວຍງານວິຊາການ
ລາວ ຢີ່ປຸ່ນ ແລະ ມີບັນດານັກຝຶກອົບຮົມເຂົ້າຮ່ວມ.


ພົນຕີ ອ່ອນສີ ແສນສຸກ ເປັນປະທານພິທີໄຂຊຸດອົບຮົມໄລຍະສັ້ນ ວິຊາຊອກຄົ້ນ-ກູ້ໄພແລະແພດຊ່ວຍເຫຼືອສຸກເສີນຜູ້ປະສົບໄພພິບັດ

     ພັນໂທ ປາດຖະໜາ ບຸດຕິສັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບັນ ດາຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບ
ເລກທີ 3949/ກປທ, ລົງວັນທີ 12/10/2017 ວ່າດ້ວຍການອະນຸມັດໃຫ້ກົມໃຫຍ່ເສນາທິການກອງທັບ ຈັດຕັ້ງຝຶກອົບຮົມໄລຍະສັ້ນວິຊາຊອກຄົ້ນ-ກູ້ໄພ
ແລະ ແພດຊ່ວຍເຫຼືອສຸກເສີນຜູ້ປະສົບໄພພິບັດດ້ວຍການຮ່ວມມືກັບຊ່ຽວຊານທະຫານຢີ່ປຸ່ນ ເພື່ອປະຕິບັດຕາມເນື້ອໃນຂອງກອງປະຊຸມບໍ່ເປັນທາງການ
ຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ຢີ່ປຸ່ນ ໃນເດືອນພະຈິກ ປີ 2016 ທີ່ວຽງຈັນ ເພື່ອຜັນຂະຫຍາຍ “ວິໄສທັດອາຊຽນ” ແລະ ເພື່ອສືບຕໍ່ການພົວ
ພັນຮ່ວມມືທີ່ດີລະຫວ່າງທະຫານທັງສອງປະເທດ ໂດຍສະເພາະແມ່ນການຮ່ວມມືໃນວຽກງານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ,
ເພື່ອຝຶກອົບຮົມດ້ານວຽກງານຊອກຄົ້ນ-ກູ້ໄພ ແລະ ແພດຊ່ວຍເຫຼືອສຸກເສີນຜູ້ປະສົບໄພພີບັດໃຫ້ກອງທັບປະຊາຊົນລາວນັບມື້ນັບເຂັ້ມແຂງຂຶ້ນ, ເພື່ອຍົກ
ລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ-ນັກຮົບໃຫ້ມີຄວາມຊຳນານໃນການຈັດຕັ້ງເຄື່ອນໄຫວຊອກຄົ້ນ, ກອບກູ້ ແລະ ແກ້ໄຂຜົນກະທົບຈາກ
ໄພພິບັດຢູ່ ສປປ ລາວ ແລະ ກຽມພ້ອມເຂົ້າຮ່ວມການເຄື່ອນໄຫວຊ່ວຍເຫຼືອເພື່ອມະນຸດສະທຳ ແລະ ບັນເທົາທຸກຕ້ານໄພພິບັດຮ່ວມກັບບັນດາປະເທດອາ
ຊຽນ ແລະ ສາກົນ. ການຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດຈຳນວນ 60 ສະຫາຍ, ຝຶກເປັນຄູຈຳນວນ 12 ສະຫາຍ ແລະ ຈະດໍາເນີນ
ເປັນເວລາ 5 ວັນ (ແຕ່ວັນທີ 20-25 ພະຈິກ 2017) ຈຶ່ງຈະໄດ້ອັດລົງຢ່າງເປັນທາງການ.

     ໂອກາດນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ກໍໄດ້ກ່າວເປິດບັ້ນຝຶກອົບຮົມ ແລະ ຊີ້ໃຫ້ເຫັນຄວາມໝາຍຄວາມສຳຄັນ, ການຈັດຕັ້ງອົບຮົມຫັດແອບໃນ
ຄັ້ງນີ້ ແມ່ນເພື່ອກະກຽມຄວາມພ້ອມໃນການຕ້ານ ແລະ ຮັບມືກັບໄພພິບັດທາງທຳມະຊາດ ໂດຍສະເພາະອຸທົກກະໄພໃນລະດູຝົນ ພ້ອມທັງເນັ້ນໜັກໃຫ້
ຄະນະຮັບຜິດຊອບ, ພະນັກງານນັກຮົບປະຈຳພາກສະໜາມ ແລະ ເທິງແຜນທີ່ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເຊື່ອມຊຶມກຳແໜ້ນຈຸດ
ປະສົງຄາດໝາຍເນື້ອໃນຂອງການຝຶກຊ້ອມພ້ອມກັນຜ່ານຜ່າທຸກຂໍ້ຫຍຸ້ງຍາກເຮັດໃຫ້ການຝຶກອົບຮົມຄັ້ງນີ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງອອກ.