ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ຕິດຕາມກວດກາ ແລະ
ຊີ້ນຳວຽກງານປ້ອງກັນຢູ່ຕາມເສັ້ນທາງ 4 B ຫາ 1 D

     ໃນວັນທີ 20 ພະຈິກ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາ
ທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ຕິດຕາມກວດກາ ແລະ ຊີ້ນຳວຽກງານປ້ອງກັນຢູ່ຕາມເສັ້ນທາງ 4 B ຫາ 1 D ເພື່ອຮັບປະກັນຄວາມປອດໄພ
ໃຫ້ແກ່ຂະບວນຄາລະວານທີ່ຈະເດີນທາງໄປສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີທີ່ຈະເປີດຂຶ້ນໃນມໍ່ໆນີ້.


ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ຕິດຕາມກວດກາ ແລະຊີ້ນຳວຽກງານປ້ອງກັນຢູ່ຕາມເສັ້ນທາງ 4B ຫາ 1D

     ໂອກາດນີ້, ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍລິຄຳໄຊກໍໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບວຽກງານ
ເຮັດໃຫ້ສະພາບໃນຂອບເຂດຄວາມຮັບຜິດຊອບຂອງກົມກອງມີຄວາມສະຫງົບປອດໄພ ເຊິ່ງໃນປັດຈຸບັນແມ່ນເອົາໃຈໃສ່ເຂົ້າໃນການຫ້າງຫາກະກຽມວຽກງານປ້ອງກັນ
ໃຫ້ແກ່ຄະນະນຳຂະບວນຄາລະວານທີ່ຈະເດີນທາງໄປຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ, ໂດຍໄດ້ປະສານສົມທົບເອົາກຳລັງທະຫານ
ເມືອງບໍລິຄັນໃຫ້ເປັນເຈົ້າການເຮັດວຽກງານປ້ອງກັນແຕ່ລະຈຸດທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍໃນແຕ່ລະດ້ານທີ່ຢູ່ໃນຄວາມຮັບຜິດຊອບ. ຈາກນັ້ນ ທ່ານ ພົນໂທ
ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ລົງກວດກາການເຮັດໜ້າທີ່ວຽກງານປ້ອງກັນແຕ່ລະຈຸດຂອງກຳລັງທະຫານເມືອງບໍລິຄັນ ພ້ອມທັງໄດ້ເນັ້ນໜັກ ແລະ ຮຽກຮ້ອງ
ໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຜູ້ທີ່ເຮັດວຽກປ້ອງກັນໃນຄັ້ງນີ້ ຈົ່ງເພີ່ມທະວີກຳລັງແຮງເຂົ້າໃສ່ວຽກງານປ້ອງກັນຢ່າງເຂັ້ມງວດ ແລະ ເດັດ
ຂາດ ເພ່ືອເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ ແລະ ເອົາໃຈໃສ່ສົມທົບແໜ້ນກັບກຳລັງກໍ່ສ້າງຮາກຖານ, ກຳລັງ ປກຊ-ປກສ ແລະ
ອຳນາດການປົກຄອງທ້ອງຖິ່ນຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງສຶບຕໍ່ຕິດຕາມເປັນຫູເປັນຕາຊ່ວຍເຫຼືອຕິດຕາມສະພາບກຸ່ມຄົນບໍ່ຫວັງດີຈະເຂົ້າມາມ້າງເພທຳລາຍເຮັດໃຫ້
ສະພາບບໍ່ມີຄວາມສະຫງົບ ແລະ ສຶບຕໍ່ຊຸກຍູ້ປຸກລະດົມຂົນຂວາຍໂຄສະນາແກ່ປະຊາຊົນເປັນເຈົ້າການເຂົ້າໃນວຽກງານ ປກຊ-ປກສ ຢ່າງຕັ້ງໜ້າ. ຈາກນັ້ນທ່ານຍັງໄດ້ລົງ
ກວດກາຢູ່ກອງຮ້ອຍ 1 ທີ່ຂຶ້ນກັບກອງພັນ 615 ທະຫານແຂວງບໍລິຄຳໄຊ.