ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບປິດການແຂ່ງຂັນກີລາມວນຊົນປະຈຳປີ 2018

     ການແຂ່ງຂັນກີລາມວນຊົນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ
98 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຂອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ປິດລົງໃນວັນທີ 19 ພະຈິກ 2018 ນີ້, ໂດຍການ
ເປັນປະທານຂອງ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຫົວ
ໜ້າກົມ, ຮອງກົມ, ພະແນກການ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ, ຄະນະນຳນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ປະສິດ ທ່ຽງທຳ ມອບລາງວັນໃຫ້ແກ່ກົມກອງທີ່ໄດ້ຊະນະເລີດໃນການແຂ່ງຂັນກີລາມວນຊົນປະຈຳປີ 2018

     ພັນໂທ ນາງ ພົມມາ ສິງເທບ ຫົວໜ້າພະແນກສະຫະພັນແມ່ຍິງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນສະຫຼຸບລາຍງານຜົນການແຂ່ງຂັນກີລາໃນໄລຍະ 15 ວັນເຕັມ
ເຊິ່ງມີ 7 ລາຍການຄື: ກີລາເປຕັງຊາວໜຸ່ມຮຸ່ນທົ່ວໄປ, ເປຕັງຮຸ່ນອາວຸໂສ, ບານສົ່ງຊາຍ, ບານສົ່ງຍິງ, ກີລາກະຕໍ້, ກີລາການທະຫານແລ່ນມ້າງປະກອບອາວຸດ ແລະ ກີລາ
ການທະຫານນັກຮົບແຂງແຮງ, ໃນນີ້ເປຕັງປະສົມຊາຍ-ຍິງ ຮຸ່ນທົ່ວໄປມີ 55 ທີມ, ເປຕັງ ຮຸ່ນອາວຸໂສ 54 ທີມ, ບານສົ່ງຊາຍ 18 ທີມ, ບານສົ່ງຍິງ 9 ທີມ, ກີລາກະຕໍ້ມີ
16 ທີມ, ກີລາການທະຫານແລ່ນມ້າງປະກອບອາວຸດມີ 13 ທີມ ແລະ ກີລາການທະຫານນັກຮົບແຂງແຮງມີ 7 ທີມ. ຜົນຂອງການແຂ່ງຂັນບານສົ່ງຊາຍຊະນະເລີດກອງ
ພັນ 587 ໄດ້ຮັບເງິນສົດ 1.500.000ກີບ, ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດກອງຮ້ອຍ 58 ໄດ້ຮັບເງິນສົດ 1.000.000 ກີບ, ທີ 3 ກອງພັນ 704 ໄດ້ຮັບເງິນສົດ
ຈຳນວນ 800.000 ກີບ, ແລະ ທີ 4 ສູນລະຫັດເຕັກນິກກົດລັບ, ໄດ້ຮັບເງິນສົດ 500.000 ກີບ, ບານສົ່ງຍິງຊະນະເລີດກອງພັນ 587 ໄດ້ຮັບເງິນສົດ 1.500.000 ກີບ
ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດໂຮງຮຽນ 307 ໄດ້ຮັບເງິນສົດ 1.000.000 ກີບ, ທີ 3 ໂຮງຮຽນ 303 ໄດ້ຮັບເງິນສົດ 800.000 ກີບ ແລະ ທີ 4 ກອງພັນ 214 ໄດ້
ຮັບເງິນສົດ 500.000 ກີບ, ເປຕັງຮຸ່ນອາວຸໂສຊະນະເລີດຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຮັບເງິນສົດ 1.000.000 ກີບ, ຮອງຊະນະເລີດໂຮງຮຽນ 303
ໄດ້ຮັບເງິນສົດ 700.000 ກີບ, ທີ 3 ກອງພັນ 986 ໄດ້ຮັບເງິນສົດ 400.000 ກີບ ແລະ ທີ 4 ກົມແຜນທີ່ກອງທັບ ໄດ້ຮັບເງິນສົດ 300.000 ກີບ, ເປຕັງຊາວໜຸ່ມທົ່ວ
ໄປຊະນະເລີດສູນວິໄຈເຄມີໄດ້ຮັບເງິນສົດ 1.000.000 ກີບ, ຮອງຊະນະເລີດກອງພັນ 704 ໄດ້ຮັບເງິນສົດ 700.000 ກີບ, ທີ 3 ກອງພັນ 588 ໄດ້ຮັບເງິນສົດ
400.000 ກີບ ແລະ ທີ 4 ກອງພັນ 579 ໄດ້ຮັບເງິນສົດ 300.000 ກີບ, ກະຕໍ້ຊະນະເລີດກອງພັນ 704 ໄດ້ຮັບເງິນສົດ 1.000.000 ກີບ, ຮອງຊະນະເລີດກອງກີລາກອງ
ທັບໄດ້ຮັບເງິນສົດ 700.000 ກີບ, ທີ 3 ໂຮງຮຽນ 712 ໄດ້ຮັບເງິນສົດ 400.000 ກີບ, ທີ 4 ກອງພັນ 15 ເຄມີໄດ້ຮັບເງິນສົດ 300.000 ກີບ, ແລ່ນມ້າງປະກອບອາ
ວຸດຊະນະເລີດກອງພັນ 587 ໄດ້ຮັບເງິນສົດ 1.000.000 ພ້ອມຂັນ 1 ໜ່ວຍ, ທີ 2 ກອງພັນ 588 ໄດ້ຮັບເງິນສົດ 800.000 ກີບ, ທີ 3 ໂຮງຮຽນ 307 ໄດ້ຮັບເງິນສົດ
600.000 ກີບ, ທີ 4 ໂຮງຮຽນທະຫານຊາຍແດນ 712 ໄດ້ຮັບເງິນສົດ 400.000 ກີບ ແລະ ກີລາການທະຫານນັກຮົບແຂງແຮງຊະນະເລີດໂຮງຮຽນຊ່າງແສງໄດ້ຮັບເງິນ
ສົດ 1.000.000 ກີບ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດກອງພັນ 425 ໄດ້ເງິນສົດ 800.000 ກີບ, ທີ 3 ໂຮງຮຽນ 303 ໄດ້ຮັບເງິນສົດ 600.000 ກີບ ແລະ ທີ 4
ໂຮງຮຽນ 307 ໄດ້ເງິນສົດ 400.000 ກີບ.