ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ຕ້ອນຮັບຄະນະສິລະປະກອນ
ມະຫາວິທະຍາໄລ ວັດທະນະທຳ ກອງທັບປະຊາຊົນຫວຽດນາມ


     ໃນວັນທີ 21 ພະຈິກນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າ ກົມໃຫຍ່ການເມືອງ ກອງທັບ ປະຊາຊົນລາວ ໄດ້ຕ້ອນຮັບຄະນະສິລະປະ ມະຫາວິທະຍາ
ໄລ ສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພັນເອກ ວູ້ໂຫ່ຕຸ່ງ ຮອງຫົວໜ້າ ອໍານວຍການ ມະຫາວິທະຍາໄລ ວັດທະນະທຳ ສິລະປະດົນຕີ ກອງ
ທັບປະຊາຊົນ ຫວຽດນາມ ໃນໂອກາດເດີນທາງມາເຄື່ອນໄຫວສະແດງມິດຕະພາບຢູ່ ສປປ ລາວ ລະຫວ່າງວັນທີ 20-29 ພະຈິກ ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ
ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະດັ່ງກ່າວທີ່ໄດ້ເດີນທາງມາເຄື່ອນໄຫວສະແດງມິດຕະພາບຢູ່ລາວໃນຄັ້ງນີ້. ເຊິ່ງເປັນການປະກອບສ່ວນອັນສຳຄັນ
ເຂົ້າໃນການສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ, ວັນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຄົບຮອບ 70 ປີ ແລະ
ວັນຊາດ ສປປ ລາວ ທີ 2 ທັນວາ ຄົບຮອບ 44 ປີໃຫ້ເປັນຂະບວນຟົດຟື້ນ, ປະກອບສ່ວນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີເປັນມູນເຊື້ອ, ຄວາມສາມັກຄີແບບ
ພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ລັດ ກໍຄື ສອງກອງທັບ ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນໃຫ້ໝັ້ນ ຄົງທະນົງແກ່ນຕະຫຼອດໄປ.

     ສະຫາຍ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ຍັງໄດ້ຍົກໃຫ້ເຫັນສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງກອງທັບລາວ-
ຫວຽດນາມ ທີ່ເຄີຍມີມູນເຊື້ອມາແຕ່ດົນນານ ໂດຍແມ່ນ ປະທານ ໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ ໄດ້ສ້າງຂຶ້ນ, ເຊິ່ງປະຊາຊົນສອງຊາດ ພວກເຮົາໄດ້ພ້ອມກັນ
ປົກປັກຮັກສາ, ເພີ່ມພູນຄູນສ້າງດ້ວຍຄວາມບໍລິສຸດຜຸດຜ່ອງ ແລະ ຈິງໃຈຕະຫຼອດມາ, ພ້ອມທັງຍົກໃຫ້ເຫັນການຊ່ວຍເຫຼືອຂອງ ມະຫາວິທະຍາໄລດັ່ງກ່າວ ໃນການກໍ່ສ້າງ
ຊັບພະຍາກອນ ດ້ານສິລະປະ ດົນຕີ ແລະ ການສະແດງໃຫ້ແກ່ ກອງທັບປະຊາຊົນລາວຕະຫຼອດໄລຍະຜ່ານມາ ແລະ ສະຫາຍ ຍັງໄດ້ອວຍພອນໃຫ້ການມາຢ້ຽມຢາມ ແລະ
ສະແດງມິດຕະພາບຢູ່ ສປປ ລາວ ຂອງຄະນະສິລະປະດັ່ງກ່າວ ໃນຄັ້ງນີ້ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

     ໂດຍກ່ອນໜ້ານີ້, ວັນທີ 20 ພະຈິກ, ກໍໄດ້ຈັດພິທີຕ້ອນຮັບຄະນະຜູ້ແທນດັ່ງກ່າວຢ່າງເປັນທາງການ ຢູ່ທີ່ ໂຮງແຮມອ່າງຄໍາ ໂດຍມີ ສະຫາຍ ພົນຈັດຕະວາ ສາຍສະ
ໝອນ ສະຫຼັບແສງ ຫົວໜ້າກົມ ໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບ ພ້ອມດ້ວຍຄະນະຮັບຜິດຊອບໃຫ້ການຕ້ອນຮັບຢ່າງອົບອຸ່ນ.

     ສໍາລັບການມາເຄື່ອນໄຫວສະແດງມິດຕະພາບຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນຈະໄດ້ສະແດງຮັບໃຊ້ພະນັກງານ-ນັກຮົບເຂດໃຈກາງຊາວ ນະຄອນຫຼວງວຽງຈັນ ຢູ່ຫໍວັດ
ທະນະທໍາແຫ່ງຊາດ, ສະແດງຮັບໃຊ້ພະນັກງານ-ນັກຮົບ ຢູ່ວິທະຍາຄານພະລາທິການກອງທັບ, ກອງບັນຊາການທະຫານ ແຂວງ ວຽງຈັນ ແລະ ກອງບັນຊາການທະຫານ
ແຂວງ ຄໍາມ່ວນ, ພ້ອມທັງຈະໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວຢູ່ ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ ແລະ ສະຖານທີ່ທ່ອງທ່ຽວ ແຂວງ ຄໍາມ່ວນ ອີກດ້ວຍ.