ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊືື້ອໃໝ່ 1.097 ຄົນ
(ຕິດເຊື້ອພາຍໃນ ມີ 1.082 ຄົນ ແລະ ນໍາເຂົ້າ 15 ຄົນ)


     ວັນທີ 19 ພະຈິກ ປີ 2021 ນີ້, ໂດຍໄດ້ຮັບການມອບໝາຍຈາກ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄການລະບາດພະຍາດ ໂຄ
ວິດ-19, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮັບຊາບ ກ່ຽວກັບ
ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ.

     ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ມາຮອດວັນທີ 18 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາ
ເຊືື້ອ COVID-19 ທັງໝົດ 5,987 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,097 ຄົນ (ຕິດເຊື້ອພາຍໃນ ມີ 1,082 ຄົນ ແລະ ຕິດເຊື້ອນໍາເຂົ້າ 15
ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,082 ຄົນ ຈາກ 16 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້: 1. ນະຄອນຫຼວງ 460 ຄົນ
ໃນ 167 ບ້ານ ແລະ 9 ເມືອງ: ເມືອງຈັນທະບູລີ 47 ຄົນ ຈາກ 18 ບ້ານ, ເມືອງສີໂຄດຕະບອງ 58 ຄົນ ຈາກ 28 ບ້ານ, ເມືອງໄຊເສດຖາ 98 ຄົນ
ຈາກ 38 ບ້ານ, ເມືອງສີສັດຕະນາກ 67 ຄົນ ຈາກ 20 ບ້ານ, ເມືອງນາຊາຍທອງ 24 ຄົນ ຈາກ 12 ບ້ານ, ເມືອງໄຊທານີ 91 ຄົນ ຈາກ 31 ບ້ານ,
ເມືອງຫາດຊາຍຟອງ 49 ຄົນ ຈາກ 18 ບ້ານ, ເມືອງສັງທອງ 5 ຄົນ ຈາກ 2 ບ້ານ, ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ. 2. ຫຼວງພະບາງ ມີ 137 ຄົນ ໃນ
46 ບ້ານ ແລະ 10 ເມືອງ. 3. ແຂວງວຽງຈັນ ມີ 72 ຄົນ ໃນ 31 ບ້ານ ແລະ 9 ເມືອງ. 4. ຫຼວງນ້ຳທາ ມີ 12 ຄົນ ໃນ 9 ບ້ານ ແລະ 2 ເມືອງ. 5. ຜົ້ງ
ສາລີ ມີ 78 ຄົນ ໃນ 20 ບ້ານ ແລະ 4 ເມືອງ. 6. ຈຳປາສັກ ມີ 59 ຄົນ ໃນ 33 ບ້ານ ແລະ 4 ເມືອງ. 7. ອຸດົມໄຊ ມີ 18 ຄົນ ໃນ 6 ບ້ານ ແລະ 3
ເມືອງ. 8. ຄຳມ່ວນ ມີ 13 ຄົນ ໃນ 6 ບ້ານ ແລະ 4 ເມືອງ. 9. ເຊກອງ ມີ 14 ຄົນ ໃນ 9 ບ້ານ ແລະ 2 ເມືອງ. 10. ບໍລິຄຳໄຊ ມີ 49 ຄົນ. 11. ສະ
ຫວັນນະເຂດ ມີ 27 ຄົນ ໃນ 19 ບ້ານ ແລະ 3 ເມືອງ. 12. ບໍ່ແກ້ວ ມີ 65 ຄົນ ໃນ 19 ບ້ານ ແລະ 3 ເມືອງ. 13. ສາລະວັນ ມີ 19 ຄົນ ໃນ 5 ບ້ານ
ແລະ 2 ເມືອງ. 14. ຫົວພັນ ມີ 5 ຄົນ. 15. ໄຊຍະບູລີ ມີ 52 ຄົນ ໃນ 15 ບ້ານ ແລະ 1 ເມືອງ. 16. ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ ຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 12 ຄົນ ແລະ ຈຳປາສັກ 2 ຄົນ ເຊິ່ງ
ທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ.

     ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້. ມາຮອດວັນທີ 19 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄ
ວິດ-19 ຢູ່ ສປປ ລາວ 59,895 ຄົນ, ເສຍຊີວິດສະສົມ 119 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 403 ຄົນ, ກໍາລັງປິ່ນປົວ
11,220 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້: ຜູ້ທີ 1: ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບຳນານ, ບ້ານສີຫອມ, ເມືອງຈັນທະ
ບູລິ, ນະຄອນຫລວງວຽງຈັນ. - ພະຍາດປະຈໍາຕົວ: ມະເຮັງລຳໄສ້ ແລະ ຄວາມດັນເລືອດສູງ - ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ - ວັນທີ 12 ພະ
ຈິກ 2021: ຄົນເຈັບມີອາການໄຂ້, ໄອ, ຫາຍໃຈຝືດ - ວັນທີ 14 ພະຈິກ 2021: ໄດ້ມາກວດ ຢູ່ໂຮງໝໍມິດຕະພາບ ພ້ອມທັງເກັບຕົວຢ່າງມາກວດຊອກ
ຫາ ພະຍາດໂຄວິດ-19 - ວັນທີ 15 ພະຈິກ 2021: ຜົນກວດພົບເຊື້ອ ແລະ ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ - ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ
ແຕ່ວັນທີ 15-18 ພະຈິກ 2021 ເປັນເວລາ 04 ວັນ - ຮອດເວລາ 18:18 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ ຜູ້ທີ 2: ເພດ
ຍິງ, ອາຍຸ 82ປີ, ອາຊີບ: ແມ່ເຮືອນ, ບ້ານພູເຂົາຄຳ, ເມືອງແກ້ວອຸດົມ, ແຂວງວຽງຈັນ - ພະຍາດປະຈໍາຕົວ: ຄວາມດັນເລືອດສູງ - ຜ່ານມາບໍ່ໄດ້ຮັບການ
ສັກວັກຊີນກັນໂຄວິດ-19 - ຜູ້ກ່ຽວຕິດເຊື້ອຈາກສະມາຊິກໃນຄອບຄົວ - ວັນທີ 9 ພະຈິກ 2021: ຜົນກວດຢັ້ງຢືນຕິດເຊື້ອ ແລະ ຖືກນຳສົ່ງຈາກໂຮງໝໍ
ເມືອງແກ້ວອຸດົມ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ, ໄຂ້ ແລະ ໄອ - ນັບແຕ່ວັນທີ 09-18 ພະຈິກ
2021: ໃນຕະຫລອດໄລຍະການປິ່ນປົວ ອາການຂອງຜູ້ກ່ຽວບໍ່ດີຂຶ້ນ - ວັນທີ 17 ພະຈິກ 2021: ຄົນເຈັບຫາຍໃຈຫອບ ແພດໝໍ, ພະຍາບານໄດ້ສຸມທຸກ
ກຳລັງເຊີດຊູທັງຢາ ແລະ ອຸປະກອນເຕັມທີ່ ແຕ່ຄົນເຈັບບໍ່ມີອາການຕອບສະໜອງ - ມາຮອດເວລາ 16:30 ໂມງ ຂອງວັນທີ 18 ພະຈິກ 2021 ຜູ້ກ່ຽວ
ໄດ້ເສຍຊີວິດ ຜູ້ທີ 3: ເພດຊາຍ, ອາຍຸ 1 ເດືອນ 14 ມື້, ອາຊີບ: ເດັກ, ບ້ານຜາບ່ອງ, ເມືອງຫີນເຫີບ, ແຂວງວຽງຈັນ - ຕິດເຊື້ອຈາກສະມາຊິກໃນຄອບ
ຄົວ - ວັນທີ 17 ພະຈິກ 2021: ເຂົ້າໄປກວດຢູ່ສຸກເສີນໂຮງຫມໍແຂວງວຽງຈັນ ຍ້ອນອາການໄຂ້, ຮາກ, ຖ່າຍ ເປັນນໍ້າດູດນົມໄດ້ເລັກນ້ອຍ ຈຶ່ງໄດ້ເກັບ
ຕົວຢ່າງກວດ ຜົນເປັນບວກ ແລະ ຖືກສົ່ງໂຕມາສູນປິ່ນປົວໂຄວິດໂພນໂຮງ - ວັນທີ 18 ພະຈິກ 2021: ເດັກບໍ່ດູດນົມ, ຫາຍໃຈໄວ, ອາການທາງລະບົບ
ຫາຍໃຈຊຸດໂຊມ, ແພດໄດ້ສຸມໃສ່ເຊີດຊູໃຫ້ຢາເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ - ມາຮອດເວລາ 4:00 ໂມງ ຂອງວັນທີ 19 ພະຈິກ 2021:
ຄົນເຈັບໄດ້ເສຍຊີວິດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/11/2021