ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກວດກາຄຸນນະພາບຂອງປືນຕິດລົດ 122-HL-70

     ຫວ່າງມໍ່ໆມານີ້, ກົມໃຫຍ່ເຕັກນິກກອງທັບໄດ້ຈັດຕັ້ງຍິງກວດກາຄຸນນະພາບຂອງປືນຕິດລົດ 122-HL-70 ພາຍຫຼັງຜ່ານການຄົ້ນຄວ້າດັດແປງ ໂດຍ
ການເຂົ້າຮ່ວມຮັບຊົມຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕິກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບ ເຊິ່ງມີຄະນະນຳກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາບັນດາກົມໃຫຍ່, ຫ້ອງການ, ພະແນກການ ແລະ ກົມກອງທີ່ກ່ຽວຂ້ອງອ້ອມ
ຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເຂົ້າຮ່ວມຈັດຕັ້ງຍິງກວດກາຄຸນນະພາບຂອງລູກປືນຕິດລົດ 122-HL-70

     ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງ
ທັບ ໄດ້ລາຍງານໃຫ້ຮູ້ວ່າ: ໂດຍສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກວາງອອກ ແລະ ມະຕິກອງ
ປະຊຸມໃຫຍ່ ຄັ້ງທີ່ 4 ຂອງອົງຄະນະພັກກະຊວງປ້ອງກັນປະເທດ ຕໍ່ກັບວຽກງານປັບປຸງກໍ່ສ້າງກອງທັບໃຫ້ມີລະບຽບແບບແຜນທັນສະໄໝເວົ້າລວມ, ເວົ້າ
ສະເພາະແມ່ນການຍົກສູງນ້ຳໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນວຽກງານຮັບປະກັນເຕັກນິກຄະນະນຳກົມໃຫຍ່ກອງ
ທັບຈຶ່ງໄດ້ຮີບຮ້ອນຄົ້ນຄວ້າ ແລະ ເຊື່ອມຊຶມສິດ ແລະ ໜ້າທີ່ພາລະບົດບາດຂອງຕົນ ແລະ ນຳໄປຈັດຕັ້ງຜັນຂະຫຍາຍປະຕິບັດໃຫ້ເປັນຮູບປະທຳ ໂດຍສະ
ເພາະແມ່ນວຽກງານຮັບປະກັນເຕັກນິກພາຫະນະອາວຸດຍຸດໂທປະກອນໃຫ້ແກ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໄດ້ນຳໃຊ້ເຂົ້າໃນການອົບຮົມຫັດ
ແອບກຽມພ້ອມສູ້ຮົບ ແລະ ສູ້ຮົບໄດ້ດີໃນທຸກສະພາບເງື່ອນໄຂການຄົ້ນຄວ້າດັດແປງພາຫະນະອາວຸດຍຸດໂທປະກອນທີ່ມີຢູ່ແລ້ວໃຫ້ກະທັດຮັດແທດ
ເໝາະກັບສະພາບແວດລ້ອມຕົວຈິງຂອງປະເທດເຮົາ ທັງເປັນການຫຼຸດຜ່ອນການສີ້ນເປືອງງົບປະມານ ແລະ ເປັນການເສີມຂະຫຍາຍຄວາມຮູ້, ຄວາມສາ
ມາດ, ຫົວຄິດປະດິດສ້າງຂອງຖັນແຖວພະນັກງານວິຊາສະເພາະວິຊາການພາຍໃນທີ່ເປັນທ່າແຮງບົ່ມຊ້ອນເຂົ້າໃນພຶດຕິກຳຕົວຈິງໃຫ້ມີປະສິດທິຜົນ ເຊິ່ງ
ກົມອຸດສາຫະກຳປ້ອງກັນຊາດໄດ້ຜ່ານບົດວິພາກ-ຄົ້ນຄວ້າດັ່ງກ່າວມາຍັງກົມໃຫຍ່ເຕັກນິກເຮັດໜັງສືສະເໜີຂໍອະນຸຍາດຈາກລັດຖະມົນຕີກະຊວງປ້ອງກັນ
ປະເທດ ເພື່ອດຳເນີນການຄົ້ນຄວ້າດັດແປງປືນໃຫຍ່ລາກແກ່ມາຕິດຕັ້ງໃສ່ເທິງລົດຕີນຢາງປືນທີ່ນຳມາດັດແປງໃນຄັ້ງນີ້ແມ່ນປືນໃຫຍ່ 122 D30, ມາ
ຕິດຕັ້ງໃສ່ລົດອູຣານ 4320 ແລະ ເອີ້ນຊື່ໃໝ່ວ່າ ປືນຕິດລົດ 122-HL-70.

     ຜ່ານການຍິງທົດລອງໃສ່ເປົ້າໝາຍຈຳລອງຕົວຈິງແມ່ນມີປະສິດທິຜົນດີບັນລຸໄດ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້ ເພື່ອເປັນພື້ນຖານບ່ອນອີງແກ່
ການສືບຕໍ່ຄົ້ນຄວ້າດັດແປງແກ້ໄຂໃຫ້ມີປະສິດທິພາບ ແລະ ຮັບປະກັນທາງດ້ານເຕັກນິກໃຫ້ດີຂຶ້ນ.