ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເຂົ້າອວຍພອນທູດປ້ອງກັນຊາດ ສສ ຫວຽດນາມ


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ
ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນທູດປ້ອງກັນຊາດ ສສ ຫວຽດນາມ

     ວັນທີ 18 ທັນວາ 2020 ນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນ
ປະເທດ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນ ທູດປ້ອງກັນຊາດ ສສ ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ
ຫວຽດນາມຄົບຮອບ 76 ປີ ວັນທີ 22 ທັນວາ 1944-22 ທັນວາ 2020 ນີ້.

     ໂອກາດນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນ ກົມ ວສ-ປສ ການທະ
ຫານ ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນສາຍພົວພັນມິດຕະພາບ ລະຫວ່າງສອງຊາດສອງກອງທັບ ທີ່ເຄີຍມີມູນເຊື້ອອັນດີຮ່ວມກັນຕະ
ຫຼອດມາ ໂດຍ ສະເພາະກໍຄື ກົມ ວສ-ປສ ແລະ ທູດປ້ອງກັນຊາດ ຫວຽດນາມ ສືບຕໍ່ພົວພັນຮ່ວມມື ໃຫ້ໜັກແໜ້ນ ເຂັ້ມແຂງຍິ່ງໆຂຶ້ນ, ຝາກຄໍາອວຍ
ພອນໄປຍັງການນໍາ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍສະເພາະພະນັກງານ-ນັກຮົບ ທີ່ປະຈໍາການຢູ່ຫ້ອງການທີ່ປຶກສາທູດປ້ອງກັນຊາດ ກະ
ຊວງປ້ອງກັນປະເທດ ສສ ຫວຽດນາມ ຈົ່ງຢູ່ດີມີແຮງ, ມີສຸຂະພາບເຂັ້ມແຂງສືບຕໍ່ພາລະກິດຂອງຕົນ ໃຫ້ສໍາເລັດທຸກໜ້າທີ່ນໍາພາ ກົມກອງໃຫ້ຈະເລີນ
ກ້າວໜ້າຍິ່ງໆຂຶ້ນ.

     ພ້ອມນີ້ ສະຫາຍ ພັນເອກ ໂບ້ ວັນ ທົ່ງ ຫົວໜ້າ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ປະຈໍາລາວ ກໍໄດ້
ສະແດງຄວາມຂອບໃຈ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເສີມສ້າງສາຍພົວພັນທາງການທູດ ໂດຍສະເພາະ ວຽກງານປ້ອງກັນຊາດ ສອງກອງທັບ
ລາວ-ຫວຽດນາມ ໃຫ້ນັບມື້ມີທ່າກ້າວຂະຫຍາຍຕົວອັນໃໝ່ ສືບຕໍ່ພົວພັນວຽກງານອົງການກ່ຽວຂ້ອງ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ທີ່ພົວ
ພັນ ກັບ ກົມ ວສ-ປສ ການທະຫານ ໃຫ້ມີທ່າກ້າວຂະຫຍາຍຕົວອັນໃໝ່ຍິ່ງໃຫຍ່ ກວ່າເກົ່າສືບຕໍ່ແລກປ່ຽນຊ່ຽວຊານ ແລະ ວຽກພົບປະຄະນະ ຜູ້ແທນ
ໃຫ້ນັບມື້ມີບັນຍາກາດອັນໃໝ່.