ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາປີ 2020


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 22 ກຸມພາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາປີ 2020 ແລະ ທິດທາງແຜນ
ການວຽກງານຈຸດສຸມປະຈໍາປີ 2021 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດ
ຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາ ສະຫາຍ ຄະນະນໍາ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທີ່ມາຈາກກໍາ
ລັງຫຼວງ, ກໍາລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມສະຫຼຸບຕີລາຄາ ວຽກງານປ້ອງກັນຊາດປະຈໍາ
ສົກປີ 2020-2021 ຂຶ້ນຢ່າງເປັນທາງການ. ເຊິ່ງສະຫາຍໄດ້ກ່າວວ່າ: ການດໍາເນີນກອງປະຊຸມຄັ້ງນີ້ແມ່ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວ
ກອງທັບ ແລະ ປວງຊົນລາວທັງຊາດ ຫາກໍ່ສໍາເລັດການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45
ປີ, ລະນຶກວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ທີ່ເຄົາຮົບຮັກຄົບ ຮອບ 100 ປີ, ຍິ່ງໄປກວ່ານັ້ນແມ່ນພວກເຮົາມີຄວາມພາກພູມໃຈ, ປິຕິ
ຍິນດີ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ດໍາເນີນໃນກາງ ເດືອນ ມັງກອນ
2021 ທີ່ຜ່ານມາ, ດ້ວຍບັນຍາກາດເຂດອັນເບີກບານມ່ວນຊື່ນ, ເຕັມໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ເປັນຂີດໝາຍ ປະຫວັດສາດແຫ່ງການເຕີບ
ໃຫຍ່ຂະຫຍາຍຕົວຂອງພັກເຮົາທາງດ້ານປະລິມານ ແລະ ຄຸນນະພາບ; ອີກເຫດການຫນຶ່ງທີ່ສໍາຄັນແມ່ນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX
ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II. ສະເພາະກອງທັບເຮົາພວມ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະ
ຊວງປ້ອງກັນປະເທດ ເຂົ້າສູ່ຊີວິດຕົວຈິງ, ພ້ອມນີ້ບັນດາກົມກອງທ້ອງຖິ່ນ ກໍໄດ້ສໍາເລັດການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບ
ຮອບ 72 ປີ ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ການ
ສ້າງກົມກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ, ມີບັນ
ຍາກາດຟົດຟື້ນ, ກວ້າງຂວາງໃນທົ່ວກອງທັບ.

     ໃນປີ 2020 ການນໍາພາ-ຊີ້ນໍາຂອງຄະນະພັກ ກະຊວງປ້ອງກັນປະເທດ, ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງນະໂຍ
ບາຍຂອງພັກ ແລະ ວຽກງານຈຸດສຸມ ຂອງກະຊວງປ້ອງກັນປະເທດ ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ຍັງຮັບປະກັນສະຖຽນລະພາບທາງ
ດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ເຮັດໃຫ້ບົດບາດອິດ
ທິພົນຂອງຊາດລາວເຮົາພົົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ. ໃນນັ້ນ, ກອງທັບເຮົາ ໄດ້ເປັນກໍາລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງ
ປະຊຸມສໍາຄັນດັ່ງທີ່ໄດ້ກ່າວມາຂ້າງເທິງມີຄວາມສະຫງົບປອດໄພ 100% , ສ້າງໄດ້ຄວາມເຊື່ອຫມັ້ນ, ຄວາມໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນ
ບັນດາເຜົ່າ. ພວກເຮົາໄດ້ສຸມໃສ່ຮັບປະກັນປົກປັກຮັກສາອໍານາດ ອະທິປະໄຕ ຂອງຊາດ ຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມ
ສະຫງົບ-ປອດໄພ ໂດຍພື້ນຖານ, ການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ ມີການຂະຫຍາຍຕົວ,
ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບເຮົາກໍມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນ
ລະບຽບ, ມີແບບແຜນ ແລະ ທັນສະໄໝ; ແຕ່ເຫັນວ່າຍັງມີຫຼາຍບັນຫາທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ ແກ້ໄຂເປັນຕົ້ນແມ່ນປະກົດການຫຍໍ້ທໍ້ຕ່າງໆ, ຄຸນ
ທາດການເມືອງ ຂອງພະນັກງານຈໍານວນໜຶ່ງຍັງມີການເຊື່ອມຖອຍລົງ, ຂາດຄວາມຈູບຈ້າວຫ້າວຫັນຕໍ່ວຽກງານ, ບັນຫາຢາເສບຕິດ, ການຄ້າມະນຸດ,
ອາດຊະຍາກໍາ ແລະ ອື່ນໆ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະກໍ່ຄື ການປັບປຸງກໍ່ສ້າງ ກອງທັບເຮົາໄປ
ພ້ອມໆກັນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ເປັນຕົ້ນແມ່ນວຽກງານເຮັດໃຫ້ ສະພາບມີຄວາມ
ສະຫງົບ, ການປັບປຸງກໍ່ສ້າງກໍາລັງ, ການປະກອບສ່ວນພັດທະນາ ເສດຖະກິດ-ວັດທະນະທໍາ-ສັງຄົມ ກໍ່ຄືວຽກງານອື່ນໆ ຂອງກອງທັບເຮົາມີບາງດ້ານຕ້ອງ
ໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງ ເພື່ອມີວິທີການຊຸກຍູ້-ຊີ້ນໍາການຈັດຕັ້ງປະຕິບັດ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດວຽກ
ງານໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າາທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບ
ປຸງກໍ່ສ້າງ ກອງທັບເຮົາ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບ ທິດທາງແຜນການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ
2021. ບົນພື້ນຖານຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບ
ການຢ່າງພາວະວິໄສ, ເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກໍານົດທິດທາງວຽກງານຈຸດສຸມ ໃນປີ 2021 ໃຫ້ແທດເໝາະ
ກັບສະພາບຕົວຈິງຂອງກອງທັບເຮົາ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນ
ທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ. ກອງປະຊຸມວຽກງານປ້ອງກັນຊາດ ປະຈໍາປີ 2020 ຂອງກະຊວງປ້ອງກັນປະເທດ ຈະດໍາເນີນເປັນເວລາ 2
ວັນຈຶ່ງຈະສໍາເລັດ.