ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບ ສຳເລັດການຢ້ຽມຢາມສະຫະພັນຣັດເຊຍ

     ຕອບຮັບຕາມການເຊີນຂອງກົມໃຫຍ່ພະລາທິການ-ເຕັກນິກ ກຳລັງປະກອບອາວຸດສະຫະພັນຣັດເຊຍ, ຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບ
ປະຊາຊົນລາວ ເຊິ່ງນຳໂດຍ ທ່ານ ພົນຈັດຕະວາ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ
ແລະເຮັດວຽກຢູ່ສະຫະພັນຣັດເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 12-18 ມີນາ 2017 ນີ້, ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະພົບປະແລກປ່ຽນ
ບົດຮຽນລະຫວ່າງຄະນະຜູ້ແທນສອງຝ່າຍ ເຊິ່ງຝ່າຍຣັດເຊຍນຳໂດຍ ທ່ານ ພົນຈັດຕະວາ ກະເຣຈູກິນ ນິໂກລາຍ ຮອງຫົວໜ້າກົມໃຫຍ່ ຮັບປະກັນດ້ານ
ພະລາທິການ-ເຕັກນິກກຳລັງປະກອບອາວຸດ ແຫ່ງສະຫະພັນຣັດເຊຍ ພ້ອມຄະນະ.


ພົນຈັດຕະວາ ປ.ອ ວົງຄຳ ພົມມະກອນ ພ້ອມຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນ ຣັດເຊຍ

     ໃນການພົບປະຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍຕ່າງກໍໄດ້ແຈ້ງສະພາບການ ແລະບົດຮຽນການເຄື່ອນ ໄຫວໃນການຈັດຕັ້ງຮັບປະກັນວຽກງານພະລາ
ທິການ ແລະການຄຸ້ມຄອງກໍ່ສ້າງວຽກງານເຫຼົ່າຮົບພະລາທິການ, ເຕັກນິກຂອງແຕ່ລະຝ່າຍໃຫ້ກັນຊາບ ແລະພ້ອມກັນຢັ້ງຢືນຄືນກ່ຽວກັບທິດທາງແຜນການ
ພົວພັນຮ່ວມມື ແລະຊ່ວຍເຫຼືອຊຶ່ງກັນ ແລະກັນ ໃນຂົງເຂດວຽກງານພະລາທິການເຕັກນິກ ເປັນຕົ້ນແມ່ນການພົບປະຢ້ຽມຢາມເພື່ອແລກປ່ຽນບົດຮຽນ
ເຊິ່ງກັນ ແລະກັນ ພ້ອມທັງສະເໜີໃຫ້ມີການພົບປະແລກປ່ຽນຄະນະຜູ້ແທນຂັ້ນວິຊາການນຳກັນ.

     ສ່ວນຝ່າຍກົມໃຫຍ່ພະລາທິການ-ເຕັກນິກກຳລັງປະກອບອາວຸດຣັດເຊຍ ມີຄວາມຍິນດີ ແລະກຽມ ພ້ອມທີ່ຈະຮັບເອົາພະນັກງານວິຊາສະເພາະພະລາ
ທິການ, ເຕັກນິກຂອງກອງທັບປະຊາຊົນລາວໄປຮັບການອົບຮົມ, ກໍ່ສ້າງ ຫຼື ບຳລຸງໄລຍະສັ້ນຢູ່ບັນດາໂຮງຮຽນ, ສະຖາບັນວິທະຍາຄານພະລາທິການ-ເຕັກ
ນິກຂອງກຳລັງປະກອບອາວຸດສະຫະພັນ ຣັດເຊຍ ຕາມຂະແໜງການວິຊາສະເພາະທີ່ຝ່າຍລາວມີຄວາມຕ້ອງການ ແລະທາງຝ່າຍ ຣັດເຊຍຍັງມີຄວາມສົນໃຈ
ຕາມການສະເໜີຂອງລາວໃນການກໍ່ສ້າງໂຮງໝໍທະຫານອາກາດໃຫ້ເປັນໂຮງໝໍທີ່ມີຄວາມທັນສະໄໝ.

     ໃນຕອນທ້າຍຂອງການພົບປະລະຫວ່າງສອງຝ່າຍ, ທ່ານ ພົນໂທ ອາເລັກໄຊ ກູສະແຢນກົບ ຫົວໜ້າກົມໃຫຍ່ຮັບປະກັນພະລາທິການ-ເຕັກນິກກຳລັງ
ປະກອບອາວຸດ ຣັດເຊຍ ກໍໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ.

     ການໄປຢ້ຽມຢາມໃນຄັ້ງນີ້ ຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ຍັງໄດ້ໄປຢ້ຽມ ຢາມກອງພັນໃຫຍ່ ຮັບປະກັນດ້ານພະລາທິ
ການ-ເຕັກນິກເອກະລາດເລກທີ 100 ທີ່ເມືອງ ອາລາ ບີໂນ ແລະ ໄປທ່ຽວຊົມຫໍພິພິທະພັນກອງທັບ ຣັດເຊຍ ທີ່ນະຄອນຫຼວງ ມົດສະກູ ອີກດ້ວຍ.