ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາຖະກະຖາວັນສ້າງຕັ້ງພັກ ແລະ ວັນນັກຮົບເສຍອົງຄະ-ເສຍສະຫຼະເພື່ອປະເທດຊາດ

     ໃນຕອນເຊົ້າຂອງວັນທີ 21 ມີນາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ ໄດ້ຈັດປາຖະກະຖາວັນສ້າງຕັ້ງພັກ
ປະຊາຊົນປະຕິວັດລາວ ຄົບຮອບ 62 ປີ (22/3/1955-22/3/2017) ແລະວັນນັກຮົບເສຍອົງຄະ-ເສຍສະຫຼະຊີວິດເພື່ອປະເທດຊາດ ໂດຍການປາຖະກະ
ຖາຂອງ ທ່ານ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກະຊວງ, ຄະນະກົມ
ໃຫຍ່, ມີບັນດາຄະນະພັກ-ຄະນະບັນຊາຈາກບັນດາກົມໃຫຍ່ຫ້ອງວ່າການກະຊວງ ແລະກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.


ພົນຈັດຕະວາ ຜາລົມ ລິນທອງ ປາຖະກະຖາວັນສ້າງຕັ້ງພັກ ແລະ ວັນນັກຮົບເສຍອົງຄະ-ເສຍສະຫຼະເພື່ອປະເທດຊາດ

     ການປາຖະກະຖາໃນຄັ້ງນີ້ ເພື່ອລະນຶກ ແລະທົບທວນຄືນປະຫວັດການກໍ່ສ້າງ ແລະເຕີບໃຫຍ່ຂອງພັກ, ພ້ອມທັງຮຽນຮູ້ ແລະເສີມຂະຫຍາຍມູນເຊື້ອ
ອັນປະເສີດຂອງບັນດານັກຮົບປະຕິວັດຮຸ່ນກ່ອນ ແລະທັງເປັນການຮໍ່າຮຽນເອົາແບບຢ່າງອັນດີງາມຂອງບັນດາພະນັກງານນັກຮົບຜູ້ທີ່ເສຍສະຫຼະຊີວິດ ເພື່ອ
ປະເທດຊາດໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ກໍແມ່ນອີກໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ໃນລາວ ເຊິ່ງມັນບໍ່ພຽງແຕ່ເປັນ “ວັນຄຽດແຄ້ນ” ຂອງ
ປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ, ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍຮ່ວມກັນລະຫວ່າງ 2 ຊາດລາວ-ຫວຽດນາມ
ອ້າຍນ້ອງທີ່ເປັນແວ່ນແຍງອັນເຫຼື້ອມໃສນ້ຳໃຈ ສູ້ຮົບພິລະອາດຫານບໍ່ຍອມຈຳນົນຂອງກອງທັບ ແລະປະຊາຊົນເມືອງທ່າແຂກພາຍໃຕ້ການບັນຊາທີ່ເດັດ
ດ່ຽວໜຽວແໜ້ນຂອງຄະນະກອງບັນຊາການກຳລັງປະກອບອາວຸດພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງ
ປະຊາຊົນລາວ ແລະຊາວຫວຽດນາມຕ່າງດ້າວທີ່ຮັກຊາດຈົນຊົ່ວກາລະນານ, ພ້ອມທັງຍົກໃຫ້ເຫັນທາດແທ້ ແລະອຸດົມການຂອງພັກ, ໝາກຜົນຂອງການ
ນຳພາຂອງພັກໃນແຕ່ລະໄລຍະຜ່ານມາ ເຊິ່ງຕະຫຼອດໄລຍະ 62 ປີ ແຫ່ງການນຳພາຂອງພັກເຮົາໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ ແລະສາ
ມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ. ສະນັ້ນໃນຊຸມປີຕໍ່ໜ້າພັກ ເຮົາຍິ່ງມີຄວາມຮັບຜິດຊອບຢ່າງໜັກໜ່ວງໃນການນຳພາປວງ
ຊົນລາວທັງຊາດ ປົກປັກຮັກສາຊາດໄວ້ໃຫ້ໝັ້ນຄົງ, ນຳພາສ້າງສາພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະສະຖຽນລະພາບປະ
ເທດ ດ້ອຍພັດທະນາຕາມແຜນທີ່ກຳນົດໄວ້ ກາຍເປັນປະເທດພັດທະນາ ແລະກ້າວຂຶ້ນສູ່ສັງຄົມນິຍົມ.