ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງດຳເນີນຊີວິດການເມືອງປັບປຸງປົວແປງພັກ


ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ເປັນປະທານກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງປົວແປງພັກ

     ວັນທີ 22 ພຶດສະພາ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດໃຫ້ມີກອງປະຊຸມເປີດບັ້ນດຳເນີນຊີ
ວິດການເມືອງປົວແປງພັກຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມວິທະຍາ
ສາດ-ປະຫວັດສາດ ການທະຫານ, ມີບັນດາສະຫາຍຄະນະພັກຮາກຖາກກົມ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.


ພັນເອກ ວິຊຽນ ສີສະອາດ ຂຶ້ນເຜີຍແຜ່ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ

     ການດຳເນີນຊີວິດການເມືອງແມ່ນຈະໄດ້ດຳເນີນໄປເປັນເວລາ 5 ວັນ ຄືນັບແຕ່ວັນທີ 22-26 ພຶດສະພາ 2017 ຊຶ່ງໄດ້ນຳເອົາ 3 ເອກະສານມາຄົ້ນ ຄ້ວາເຊື່ອມຊຶມ:1: ເອກະສານເດັດດ່ຽວ ປັບປຸງປົວແປງພັກມີຄວາມປອດໃສເຂັ້ມແຂງໜັກແໜ້ນ, ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງ, ມີທັດສະ ນະຊົນຊັ້ນ, ຝຶກຝົນຫຼໍ່ຫຼອມຄຸນທາດການ ເມືອງໃຫ້ສະມາຊິກພັກມີຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນການນຳພາແບບແຜນວິທີເຮັດວຽກຂອງ ໜ່ວຍພັກ ຢຶດໝັ້ນທັດສະນະລວມສູນປະ ຊາທິປະໄຕພາຍໃນພັກເດັດດ່ຽວແກ້ໄຂພະຍາດອາດຍາສິດ, ຕ້ານການສໍ້ລາດບັງຫຼວງ. 2: ເອກະສານຜົນສຳ ເລັດບັນດາໜ້າວຽກທີ່ຄະນະພັກກະຊວງປ້ອງກັນປະເທດຊີ້ນຳ-ນຳພາ ທົ່ວກອງທັບ ໃນໄລຍະຜ່ານມາ ນັບທັງທິດທາງໜ້າທີ່ລວມ ແລະ ຄາດໝາຍສູ້ຊົນ ໃນປີຕໍ່ໜ້າ. 3: ບົດສະຫຼຸບ ຕີລາຄາຜົນສຳເລັດໃນວຽກງານ ຊີ້ນຳ-ນຳພາຂອງຄະນະພັກຮາກຖານກົມວິທະຍາສາດ-ປະຫວັດສາດ ການທະຫານ ຄັ້ງທີ 3 ທັງນີ້ກໍ່ເພື່ອເປັນການສຶກສາອົບຮົມ ພະນັກງານສະມາຊິກພັກມີຄວາມຮັບຮູ້ສ້າງແນວຄິດຈິດສຳນຶກທີ່ດີ ພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງມີຈິດໃຈຮັກຊາດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງ ພັກ-ລັດ ມອບໝາຍໃຫ້.