ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ 213 ສະຫຼຸບວຽກງານກວດກາ​ພັກ-​ລັດໄລຍະ 5 ປີ ຜ່ານ​ມາ


     ວັນທີ 20 ພຶດສະພາ 2022 ນີ້, ກົມ 213 ໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານກວດກາພັກ-ລັດ ໄລຍະ 5 ປີ (2016-
2021) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ (2021-2025), ໂດຍການເປັນປະທານຂອງ ສະຫາຍ ພົນຕີ ທອງວັນ ຈັນທະວົງ ກໍາມະການຄະນະພັກ
ກະຊວງປ້ອງກັນປະເທດຫົວໜ້າກົມ 213, ມີສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຮອງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ມີຄະນະພັກ-
ຄະນະບັນຊາກົມ 213, ພະນັກງານຫຼັກແຫຼ່ງບັນດາຫ້ອງ ແລະ ກົມກອງຮາກຖານເຂົ້າຮ່ວມ.

     ສະຫາຍ ພັນໂທ ສັງຄົມ ຈະເລີນສັກ ຫົວໜ້າຫ້ອງການເມືອງ ກົມ 213 ໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານກວດກາພັກ-ລັດ ໄລຍະ 5
ປີຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາ ຂອງກົມ ໄດ້ເປັນເຈົ້າການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານດັ່ງກ່າວຕິດພັນກັບວຽກງານພັກ-ວຽກງານການ
ເມືອງ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນຢູ່ພາຍໃນກົມກອງ ຮັບປະກັນເຮັດໃຫ້ກົມກອງມີຄວາມສະຫງົບປອດໄພໃນທຸກດ້ານ, ພ້ອມກັນນັ້ນ,
ກໍໄດ້ຈັດຕັ້ງເຜີຍແຜ່ບັນດານິຕິກຳທີ່ກ່ຽວກັບວຽກງານກວດກາເປັນຕົ້ນແມ່ນຄໍາສັ່ງເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດ
ໃສ ເຂັ້ມແຂງ ໜັກແໜ້ນ, ເອກະສານຍຸດທະສາດການສໍ້ລາດບັງຫຼວງ, ມະຕິວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດ
ບັງຫຼວງ, ເພື່ອແນໃສ່ສຶກສາອົບຮົມ ໃຫ້ພະນັກງານນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງສັດຕູ,
ປຸກລະດົມຊຸກຍູ້ພະນັກງານ-ນັກຮົບເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ຖືເອົາວຽກງານດັ່ງກ່າວໃຫ້ກາຍເປັນຄວາມຮັບຜິດຊອບຂອງແຕ່ລະ
ສະຫາຍ ແລະ ເປັນເຈົ້າການປ້ອງກັນຕົນເອງ ກໍຄືກົມກອງເຮັດໃຫ້ສະພາບການເມືອງພາຍໃນມີຄວາມສະຫງົບໜັກແໜ້ນ ໂດຍພື້ນຖານ. ໃນນີ້, ດ້ານວຽກ
ງານກວດກາພັກໄລຍະ 5 ປີ ຜ່ານມາໄດ້ຊີ້ນໍາພະແນກການທີ່ກ່ຽວຂ້ອງເຄື່ອນໄຫວກວດກາພັກຢູ່ 7 ຫົວໜ່ວຍກົມກອງທີ່ຂຶ້ນກັບ, ມີທັງໝົດ 50 ໜ່ວຍ
ພັກ, ມີສະມາຊິກພັກທັງໝົດ 1.345 ສະຫາຍ, ສາມາດຮັບຮອງເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 43 ໜ່ວຍພັກ, ບໍ່ໄດ້ແບ່ງປະເພດມີ 2
ໜ່ວຍພັກ (ຍ້ອນສ້າງຕັ້ງໃໝ່), ມີສະມາຊິກພັກແຂງ 1.293 ສະຫາຍ, ກາງ 6 ສະຫາຍ ແລະ ບໍ່ໄດ້ແບ່ງປະເພດມີ 46 ສະຫາຍ, ດ້ານວຽກງານກວດກາລັດ
ໄດ້ສຸມໃສ່ກວດກາການເບີກຈ່າຍເງິນເດືອນ, ເງິນຮ່ວງງົບປະມານປະຈໍາປີ, ລາຍຮັບ-ລາຍຈ່າຍໃຫ້ຖືກຕ້ອງຕາມຫຼັກການທີ່ກົມການເງິນວາງອອກ, ກວດ
ກາການຮັບ ແລະ ເບີກ-ຈ່າຍ ນໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງຮັບໃຊ້ເຮືອນຄົວລວມທີ່ຂັ້ນເທິງປະກອບໃຫ້ປະຕິບັດຖືກຕ້ອງຕາມຫຼັກການ
ວິຊາສະເພາະ, ໄດ້ກວດກາພາຫະນະ-ອາວຸດລູກກະສຸນ ແລະ ຄຸ້ມຄອງຮັກສາຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ.

     ຜ່ານການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ໃນໄລຍະຜ່ານມາເຫັນວ່າ: ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຮູ້ນໍາພາກົມກອງຈັດຕັ້ງປະຕິບັດ
ວຽກງານດັ່ງກ່າວຢ່າງມີຈຸດສຸມ, ບັນດາປາກົດການຕ່າງທີ່ເກີດຂຶ້ນຖ້າທຽບໃສ່ຈໍານວນພົນແມ່ນມີໜ້ອຍແຕ່ກໍໄດ້ຮັບການແກ້ໄຂດ້ວຍຄວາມຍຸຕິທໍາ ແລະ
ໄດ້ຮັບຜົນສໍາເລັດ, ການເປັນແບບຢ່າງຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ແມ່ນເຮັດໄດ້ດີມີການກວດກາຕົນເອງ, ກວດກາການຈັດຕັ້ງເປັນປົກກະຕິ,
ສາມາດຕ້ານ ແລະ ສະກັດກັ້ນໄດ້ບັນດາປາກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ກົມກອງມີຄວາມປອດໃສ, ມີຄວາມສະຫງົບໜັກແໜ້ນເຂັ້ມແຂງ. ຈາກນັ້ນ, ຜູ້
ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ, ຍົກໃຫ້ເຫັນດ້ານດີ, ບັນຫາທີ່ຍັງຄົງຄ້າງ ແລະ ຊອກວິທີ
ການ-ມາດຕະການ ປັບປຸງແກ້ໄຂໃຫ້ຂາດຕົວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ຢູ່ກົມ 213 ໃນຕໍ່ໜ້າໄດ້ຮັບໝາກຜົນສູງ
ກວ່າເກົ່າ.

     ໂອກາດນີ້, ສະຫາຍຫົວໜ້າ ກົມ 213 ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານວິຊາການແຕ່ລະຂັ້ນເອົາໃຈໃສ່ເກັບກຳ, ຄຸ້ມ
ຄອງສະພາບການເມືອງພາຍໃນ ແລະ ປາກົດການຫຍໍ້ທໍ້ຕ່າງໆ, ຖືສໍາຄັນວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ມີສະຕິລະວັງ
ຕົວສູງ ຈໍາແນກ ໃຫ້ໄດ້ມິດສັດຕູຢ່າງຈະແຈ້ງ, ເປັນເຈົ້າການຕ້ານສະກັດກັ້ນປາກົດການຫຍໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນກັບຕົນເອງ ກໍຄືພາຍໃນກົມກອງ. ພ້ອມ
ກັນນັ້ນ, ກໍຕ້ອງເພີ່ມທະວີວຽກງານກວດກາພັກ-ລັດໃຫ້ຮັດກຸມກວ່າເກົ່າ ເພື່ອເຮັດໃຫ້ກົມກອງມີຄວາມສະຫງົບໜັກແໜ້ນ ແລະ ບັນຫາສໍາຄັນແມ່ນພ້ອມ
ກັນນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ໄດ້ຮັບໝາກຜົນສູງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/05/2022