ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຂດພັດທະນາກຸ່ມບ້ານຄັງວຽງ ສະຫຼຸບຖອດຖອນບົດຮຽນ
ວຽກງານຮອບດ້ານ 6 ເດືອນຕົ້ນປີ 2017

     ໃນວັນທີ 19 ມິຖຸນາ 2017 ນີ້, ເຂດພັດທະນາກຸ່ມບ້ານຄັງວຽງ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານພັດທະ
ນາກຸ່ມບ້ານຄັງວຽງ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການພັດທະນາທ້າຍປີ 2017 ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ສຸວອນ
ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນຳພັດທະນາກຸ່ມ
ບ້ານຄັງວຽງ, ມີທ່ານ ສິງຫາ ສະຕິທອງ ກຳມະການພັກແຂວງ ເຈົ້າເມືອງ ເມືອງ ໝອກ ແຂວງ ຊຽງຂວາງ, ມີບັນດາທ່ານຄະນະຊີ້ນຳ, ບັນດາສະຫາຍອະ
ນຸກຳມະການຊີ້ນຳ, ກົມກອງ, ພະນັກງານຮາກຖານ, ບັນດາບໍລິສັດຜູ້ຮັບເໝົາ ແລະ ອຳນາດການປົກຄອງບ້ານຊາວໜຸ່ມ-ແມ່ຍິງກຸ່ມບ້ານຄັງວຽງເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ເຂົ້ຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນ
ການຈັດຕັ້ງປະຕິບັດວຽກງານພັດທະນາກຸ່ມບ້ານ ຄັງວຽງ 6 ເດືອນ ຕົ້ນປີ

     ທ່ານ ພົນຈັດຕະວາ ສົມບູນ ວັງລາດ ຫົວໜ້າຄະນະຮັບຜິດຊອບພາກສະໜາມວຽກງານພັດທະນາກຸ່ມບ້ານຄັງວຽງ ໄດ້ຂຶ້ນຜ່ານບົດສະຫຼຸບໃນໄລຍະ 6
ເດືອນຕົ້ນປີວ່າ: ຜ່ານການສຸມໃສ່ພັດທະນາມາຮອດປັດຈຸບັນທົ່ວກຸ່ມບ້ານມີ 4 ບ້ານພັດທະນາ, ບ້ານແມ່ຍິງ 3 ດີ 7 ບ້ານ, ບ້ານຊາວໜຸ່ມ 4 ບຸກ 5 ບ້ານ,
ບ້ານຢຸດຕິການຖາງປ່າແບບເລື່ອນລອຍ ໄດ້ 5 ບ້ານ ແລະ ບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ 7 ບ້ານ, ພ້ອມກັນນັ້ນທາງຂັ້ນເມືອງຍັງໄດ້ເອົາ
ໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍແຂງ-ຮູ້ນຳພາຮອບດ້ານ ສະມາຊິກພັກມີຄວາມຫ້າວຫັນເປັນແບບຢ່າງນຳໜ້າ ເຊິ່ງສະແດງສາມາດສ້າງ
ໜ່ວຍພັກແຂງຮູ້ນຳພາຮອບດ້ານໄດ້ 5 ໜ່ວຍໃນຈຳນວນ 11 ໜ່ວຍພັກ. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ນຳພາພໍ່ແມ່ປະຊາຊົນປະຕິ
ບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ສ້າງບ້ານປ້ອມໝັ້ນ ແລະ ກຸ່ມ ບ້ານປ້ອງກັນຊາດຕິດລຽນ ຕິດແໜ້ນກັບການ
ປັບປຸງກອງຫຼອນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບບ້ານ ໂດຍໄດ້ເຝິກອົບຮົມ ປກສ ບ້ານ 1 ຄັ້ງ ເອົາໃຈໃສ່ຊີ້ນຳການສ້າງໃຫ້ກາຍເປັນບ້ານປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບດີ.

     ວຽກງານກໍ່ສ້າງພື້ນຖານໂຄງລ່າງ ໄດ້ສຳເລັດໂຄງການກໍ່ສ້າງຫ້ອງການ ແລະ ສຳນັກຂອງຈຸດສຸມ (ຫ້ອງການພັດທະນາ), ໂຄງການກໍ່ສ້າງຕຶກອາຄານ
ໂຮງໝໍສຳເລັດປະມານ 90%, ໂຄງການກໍ່ສ້າງຄ້າຍກອງພັນໃຫຍ່ 584 ສຳເລັດປະມານ 85%, ໂຄງການກໍ່ສ້າງສູນເຕັກນິກກະສິກຳ ສຳເລັດ 85% ແລະ
ສຳເລັດການກໍ່ສ້າງໂຄງການຕ່າງໆຕາມແຜນການ.

     ໃນຕອນທ້າຍ ກອງປະຊຸມກໍໄດ້ພ້ອມກັນຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ເຊິ່ງໄດ້ຮຽກຮ້ອງໃຫ້ບັນດາສະ
ຫາຍຄະນະຊີ້ນຳເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ, ເພີ່ມທະວີນຳພາໂດຍກົງຂອງຄະນະນຳຕໍ່ບັນດາວຽກງານທີ່ໄດ້
ມອບໝາຍໃຫ້ໄປພ້ອມໆກັບການກວດກາຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ, ຍົກສູງຄວາມສາມັກຄີເປັນເອກະພາບ, ປະຕິບັດຫຼັກການລວມສູນ
ປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນແຕ່ລະບຸກຄົນ, ເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ, ປົກປັກຮັກສາທ້ອງຖິ່ນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ.