ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂກອງປະຊຸມວຽກງານເຕັກນິກທົ່ວກອງທັບ ປະຈຳປີ 2016-2017

     ກົມໃຫຍ່ເຕັກນິກກອງທັບໄດ້ໄຂກອງປະຊຸມວຽກງານເຕັກນິກທົ່ວກອງທັບປະຈຳປີ 2016-2017 ໃນຕອນເຊົ້າວັນທີ 22 ມິຖຸນານີ້, ໂດຍການເປັນ
ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າ
ກົມໃຫຍ່ເຕັກນິກກອງທັບ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງເຕັກນິກຈາກບັນດາກອງພົນ, ກອງພັນ
ໃຫຍ່, ກອງບັນຊາການທະຫານແຂວງໃນຂອບເຂດທົ່ວປະເທດ ແລະ ແຂກ ທີ່ຖືກເຊີນເຂົ້າຮ່ວມ.


ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານໄຂກອງປະຊຸມວຽກງານເຕັກນິກທົ່ວກອງທັບ ປະຈຳປີ 2016-2017

     ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ກ່າວໄຂກອງປະຊຸມວຽກງານເຕັກນິກທົ່ວກອງທັບ ປະຈຳປີ 2016-2017 ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ດໍາ
ເນີນໄປເປັນເວລາ 2 ວັນ ເຊິ່ງຈະໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານເຕັກນິກໃນທົ່ວກອງທັບໃນໄລຍະຊຸມປີຜ່ານມາ ແລະ ກໍານົດທິດທາງແຜນ
ການໃນປີຕໍ່ໜ້າບົນຈິດໃຈແມ່ນໃຫ້ມີຄວາມເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານເຕັກນິກ, ມີຄວາມຮັບຜິດຊອບໃນການ
ເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຈຸດ
ສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກົມກອງໃນກົມໃຫຍ່ເຕັກນິກ ໂດຍສຸມໃສ່ຮັບປະກັນວຽກງານເຕັກນິກຕາມມະຕິ ຂອງຄະ
ນະພັກກະຊວງປ້ອງກັນປະເທດວ່າດ້ວຍ 4 ໜ້າໃຫຍ່ 26 ແຜນງານໃຫ້ປາກົດຜົນເປັນຈິງ ເປັນຕົ້ນແມ່ນແຜນງານຮັບປະກັນພາຫະນະເຕັກນິກ ແລະ ວຽກ
ງານອົບຮົມຫັດແອບກຽມພ້ອມສູ້ຮົບ, ແຜນງານອຸດສາ ຫະກໍາປ້ອງກັນຊາດ ແລະ ແຜນງານຄຸ້ມຄອງປົກປັກຮັກສາວັດຖຸ-ສາງຄັງຈາກບັນດາສະຫາຍຄະນະ
ກົມ, ຫ້ອງຈະໄດ້ລາຍງານເພີ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດຂົງເຂດວຽກງານເຕັກນິກທີ່ນອນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງກົມກອງໃນໄລ
ຍະຜ່ານມາ ແລະ ທິດທາງວິທີການແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ. ສະນັ້ນຈິງຮຽກຮ້ອງມາຍັງສະຫາຍຈົ່ງຖືເປັນສໍາຄັນ ແລະ ຍົກສູງຄວາມຮັບຜິດຊອບ
ຂອງຕົນໃນການຄົ້ນຄວ້າຕີລາຄາສະພາບການດ້ານຕັ້ງໜ້າ, ຈຸດອ່ອນຄົງຄ້າງກ່ຽວກັບການຈັດຕັ້ງວຽກງານເຕັກນິກໃຫ້ຖືກຕ້ອງຕາມຄວາມເປັນ ຈິງຢ່າງພາ
ວະວິໃສ ເພື່ອແນໃສ່ເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ.