ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳ​ໄຕ​ມາດ 2 ບັນດາ​ກົມ​ກອງ​ພາກ​ເໜືອ


ສະຫາຍ ພົນຕີ ວົງຄຳ ພົມມະກອນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ພະລາທິການກອງທັບ

     ກອງປະຊຸມສ່ອງແສງວຽກງານຮອບດ້ານ ບັນດາກົມກອງພາກເໜືອ ປະຈຳໄຕມາດ II ປີ 2020 ຈັດຂຶ້ນໃນວັນທີ 19 ມິຖຸນາ ນີ້, ໂດຍແມ່ນ ໂຮງໝໍບໍລິເວນ 107
ກອງທັບ ເປັນເຈົ້າພາບ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມ
ໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ເລຂາຄະນະພັກຮາກຖານ, ອຳນວຍການ ໂຮງໝໍບໍລິເວນ 107, ມີຄະນະພັກ-ຄະນະບັນຊາ ໂຮງ
ໝໍບໍລິເວນ 107, ກອງບັນຊາການທະຫານແຂວງຫຼວງພະບາງ, ໄຊຍະບູລີ, ກອງພົນທີ II, ໂຮງຮຽນກໍ່ສ້າງນາຍສິບເລກ I, ໂຮງງານປະສານເຫຼົ່າຫຼວງພະບາງ, ໄອຍະການ
ທະຫານພາກເໜືອ ແລະ ສານທະຫານພາກເໜືອເຂົ້າຮ່ວມ.

     ໃນກອງປະຊຸມ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບ ການເຄື່ອນໄຫວວຽກງານຮອບດ້ານຂອງກົມກອງຕົນຍົກໃຫ້ເຫັນດ້ານດີ,
ຜົນງານ ແລະ ບັນຫາທີ່ຍັງຄົງຄ້າງເພື່ອພ້ອມກັນແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ​ເພື່ອຊອກວິທີການປັບປຸງແກ້ໄຂໃຫ້ດີຂຶ້ນ, ໃນຜ່ານມາ ຄະນະພັກ-ຄະນະບັນຊາ
ແຕ່ລະກົມກອງແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງດ້ວຍການນໍາເອົາມະ ຕິ, ຄໍາສັ່ງແນະນຳຕ່າງໆ ຂອງຂັ້ນ
ເທິງມາຈັດຕັ້ງເຜີຍແຜ່ຢ່າງທົ່ວເຖິງ ແລະ ທັນກັບສະພາບການເຮັດໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ມີແນວຄິດຫຼັກໝັ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີການ
ເມືອງຂອງຕົນ, ມີຄວາມຫ້າວຫັນປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່, ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ເຮັດວຽກງານ ປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ, ເປັນເຈົ້າການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆ ໃຫ້ຫຼຸດໜ້ອຍລົງເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມ
ສະຫງົບ ໂດຍພື້ນຖານ ແລະ ຊຸກຍູ້ຂະບວນການຂອງອົງການຈັດຕັ້ງມະຫາຊົນ ຕິດພັນກັບວຽກງານດ້ານຕ່າງໆ ເຮັດໃຫ້ບັນຍາກາດໃນວັນສຳຄັນຂອງພັກ, ຂອງຊາດ ແລະ
ຂອງກອງທັບເປັນຂະບວນຟົດຟື້ນກວ້າງຂວາງ.