ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ມອບເງິນນະໂຍບາຍໃຫ້ພະນັກງານພັກການຮັບບຳນານ

     ວັນທີ 22 ມີຖຸນາ 2021 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບຮັບເງິນນະໂຍບາຍອຸດໜູນ ໃຫ້
ພະນັກງານທີ່ພັກການຮັບບຳນານ ຕາມນະໂຍບາຍຂອງກະຊວງປ້ອງກັນປະເທດ ໂດຍເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ, ຫົວໜ້າກົມ,
ມີບັນດາສະຫາຍຮອງຫົວໜ້າກົມ, ພະແນກການອ້ອມຂ້າງກົມເຂົ້າຮ່ວມ.

     ໃນພິທີສະຫາຍ ພັນໂທ ອ່າງຄຳ ສີວັນເພງ, ຮອງຫົວໜ້າພະແນກການເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສະ
ບັບເລກທີ 2391 ແລະ ເລກທີ 2392 ລົງວັນທີ 17 ເດືອນ 5 ປີ 2021 ວ່າດ້ວຍການອະນຸມັດໃຫ້ສະຫາຍພັນໂທ ໄມຄຳ ບຸດສະດີ, ໜ້າທີ່ຮັບຜິດຊອບ
ຮອງຫົວໜ້າກົມ ແລະ ສະຫາຍ ພັນໂທ ບຸນມີ ແກ້ວວົງສາ, ໜ້າທີ່ຮັບຜິດຊອບ ຫົວໜ້າຫ້ອງການກົມ, ທັງສອງສະຫາຍມີອາຍຸກະສຽນບຳນານຖືກຕ້ອງຕາມ
ກົດໝາຍນາຍທະຫານ ສະບັບປັບປຸງ, ກົດໝາຍປະກັນສັງຄົມ ແລະ ກົດລະບຽບຂອງກອງທັບຕາມການຄິດໄລ່ຂອງກົມປະກັນສັງຄົມ ຕໍ່ຜູ້ປະກັນຕົນ ກົມວິ
ທະຍາສາດ-ປະຫວັດສາດ ການທະຫານ ຈິ່ງມອບເງິນອຸດໜູນໃຫ້ທັງສອງສະຫາຍຕາມນະໂຍບາຍຂັ້ນເທິງ ຜູ້ລະ 17 ລ້ານກ່ວາກີບ, ກົມສົມທົບໃຫ້ຕື່ມ ສະ
ຫາຍລະ 5 ລ້ານກີບ ເປັນນະໂຍບາຍຂອງກົມກອງ, ລວມການມອບໃຫ້ທັງສອງສະຫາຍຄັ້ງນີ້ເປັນເງິນທັງໝົດ 40 ກ່ວາລ້ານກີບ.

     ໂອກາດນີ້ສະຫາຍຫົວໜ້າກົມ ຍັງໄດ້ຮຽກຮ້ອງໃຫ້ທັງສອງສະຫາຍ ທີ່ໄດ້ຮັບນະໂຍບາຍຄັ້ງນີ້ ຈົ່ງສືບຕໍ່ປະກອບສ່ວນວຽກງານຂອງສັງຄົມ ໂດຍສະເພາະ
ປະກອບສ່ວນເຂົ້າກັບທ້ອງຖິ່ນທີ່ຕົນອາໄສຢູ່ ປຸກລະດົນລູກຫຼານໃຫ້ເປັນຄົນດີ ສ້າງຄອບຄົວໃຫ້ມີຄວາມຜາສຸກ ສືບຕໍ່ຊຸກຍູ້ກົມກອງໃຫ້ມີທ່າກ້າວຂະຫຍາຍ
ຕົວດີຂື້ນເລື້ອຍໆ ແລະນຳເອົາເງິນດັ່ງກ່າວໄປພັດທະນາຄອບຄົວຂອງຕົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/06/2021