ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 13 ຄົນ, 11 ຄົນແມ່ນກໍລະນີນຳເຂົ້າ

     ວັນທີ 22 ມີຖຸນາ ປີ 2021 ນີ້, ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ
ຂອງ ພະຍາດ COVID-19, ໄດ້ລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຜົນການກວດຕົວຢ່າງໃນມື້ວານນີ້ ທົ່ວປະເທດ
ມີຜູ້ຕິດເຊື້ອໃຫມ່ຈໍານວນ 13 ຄົນ, ຕິດເຊື້ອໃນຊຸມຊົນ 2 (ນະຄອນຫຼວງວຽງຈັນ), ຕິດເຊື້ອໃນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງ 11 ຄົນ, ສະຫວັນ
ນະເຂດ 2 ຄົນ, ຈໍາປາສັກ 9 ຄົນ, ເສຍຊິວິດໃຫມ່ 0 ສະສົມທັງຫມົດ 3 ຄົນ, ປິ່ນປົວດີ ອອກໂຮງຫມໍໃຫມ່ 6 ຄົນ, ທັງຫມົດ 1.954 ຄົນ, ຍັງຕິດຕາມ
ປິ່ນປົວທົ່ວປະເທດທັງຫມົດ 97 ຄົນ. ຈໍານວນບ້ານເຂດແດງໃນນະຄອນຫຼວງວຽງຈັນຮອດມື້ນີ້ມີທັງຫມົດ 14 ບ້ານ(ໃໝ່ 1) ໃນ 5 ເມືອງຄື: ເມືອງຈັນ
ທະບູລີ, ເມືອງສີສັດຕະນາກ, ໄຊເສດຖາ, ໄຊທານີ ແລະ ສີໂຄດຕະບອງ ແລະ ມື້ນີ້ ມີບ້ານໃຫມ່ທີ່ກໍານົດເປັນບ້ານເຂດແດງຄື: ບ້ານໂນນແກ້ວ, ສີໂຄດຕະ
ບອງ ແລະ ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ເປັນເຂດເຫຼືອງໃນວັນທີ 21/6/2021 (ມີ 2 ບ້ານ): 1. ບ້ານຄໍາຮຸ່ງ ມ. ໄຊທານີ 2. ບ້ານນາຄໍາ ມ. ສີ
ໂຄດຕະບອງ. ປະຈຸບັນຕາມຂໍມູນໂດຍລວມເຫັນວ່າຫຼາຍປະເທດໃນໂລກ ແມ່ນມີຄວາມວິຕົກກັງວົນຕໍ່ສະພາບການການເກີດລະບາດຮອບໃຫມ່ ພາຍໃນ
ປະເທດເຊິ່ງມີສາຍເຫດ ຍ້ອນພະຍາດ ໂຄວິດ-19 ສາຍພັນໃຫມ່ ເຊິ່ງເປັນສາຍພັນ ທີ່ສາມາດຕິດເຊື້ອໄດ້ໄວ ແລະ ງ່າຍດາຍ ກວ່າສາຍພັນດັ້ງເດີມ ແລະ ສາ
ມາດແຜ່ລະບາດເປັນວົງກ້ວາງ ຢ່າງໄວວາ, ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການວາງມາດຕະການປ້ອງກັນ, ໂຕ້ຕອບ ຕໍ່ການລະບາດຂອງພະຍາດ ເຊິ່ງເຮັດ
ໃຫ້ຕ້ອງເລື່ອນການປະຕິບັດມາດຕະການຜ່ອນຜັນ ໃນປະເທດອອກໄປໂດຍບໍ່ມີກໍານົດ; ສໍາລັບ ສປປ ລາວ ມາຮອດປະຈຸບັນເຫັນວ່າຕົວເລກການລາຍງານ
ຈໍານວນຜູ້ຕິດເຊື້ອໃຫມ່ຈາກບັນດາແຂວງ ລວມທັງນະຄອນຫຼວງ ໂດຍລວມແມ່ນຫຼຸດລົງ ນັ້ນກໍ່ແມ່ນ ຍ້ອນການເອົາໃຈໃສ່ ແລະ ຊີ້ນໍາຢ່າງໃກ້ຊິດຈາກ
ລັດຖະບານກໍຄືຄະນະສະເພາະກິດໃນແຕ່ລະຂັ້ນ ໄດ້ມີການວາງມາດ ຕະການຄວບຄຸມສະກັດກັ້ນ ແລະ ແກ້ໄຂສະພາບການ ລະບາດຂອງພະຍາດ ໂຄວິດ-
19 ຢ່າງເຂັ້ມງວດ ແລະ ສອດຄ່ອງກັບສະພາບການລະບາດຕົວຈິງຂອງພະຍາດ ເຊິ່ງປະຈຸບັນກໍ່ແມ່ນ ແຈ້ງການ ສະບັບ 671/ຫສນຍ ລົງວັນທີ 19 ມີຖຸນາ
2021, ອີກດ້ານນື່ງກໍ່ແມ່ນ ບັນດາທ່ານ ພໍ່ແມ່ປະຊາຊົນ, ການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ໃນສັງຄົມລວມທັງພາກລັດ, ພາກທຸລະກິດ ໄດ້ໃຫ້ການ
ຮ່ວມມື ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຮັດໃຫ້ທ່າອ່ຽງຂອງການຕິດເຊື້ອໃນປະເທດຄ່ອຍໆຫຼຸດລົງ.

     ບັນດາທ່ານ ທີ່ນັບຖື ແລະ ຮັກແພງ ເຖິງແມ່ນວ່າການລາຍງານຜູ້ຕິດເຊື້ອໃນປະເທດ ມີທ່າອ່ຽງຫຼຸດລົງ ໂດຍບໍ່ມີລາຍງານກໍລະນີຕິດເຊື້ອໃຫມ່ໃນຊຸມ
ຊົນ ໃນບັນດາແຂວງຕ່າງໆ (ມີແຕ່ແຮງງານນໍາເຂົ້າ) ແຕ່ສໍາລັບນະຄອນຫຼວງວຽງຈັນ ຕາມການລາຍງານໃນແຕ່ລະວັນ ເຫັນວ່າຍັງມີຄົນເຈັບຕິດເຊື້ອໃຫມ່
ໃນຊຸມຊົນ, ໃນສັງຄົມຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ, ຫມູ່ເພື່ອນ, ຊຸມແຊວສັງສັນກັນ ເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຄົວ,
ຍາດຕິພີ່ນ້ອງ ແລະ ຫມູ່ຄູ່. ສະນັ້ນພວກເຮົາກໍ່ບໍ່ຄວນປະຫມາດ ແລະ ຍັງຕ້ອງເອົາໃຈໃສ່ ແລະ ສືບຕໍ່ ປະຕິບັດທຸກມາດຕະການທີ່ ທາງຄະນະສະເພາະກິດ
ຂັ້ນສູງກາງ ແລະ ຂັ້ນແຂວງ ວາງອອກຢ່າງເຂັ້ມງວດ, ການຮັກສາໄລຍະຫ່າງໃນສັງຄົມໂດຍການ ໃສ່ຜ້າອັດປາກ-ດັງ ແລະ ລ້າງມືດ້ວຍເຈວ ແລະ ເຫຼົ້າ70
ເລື້ອຍໆ, ຖ້າບໍ່ມີຄວາມຈໍາເປັນ ກໍ່ບໍ່ອອກໄປບ່ອນທີ່ມີ ຊຸມຊົນແອອັດຈໍານວນຫຼາຍ ການປະຕິບັດສິ່ງ ເຫຼົ່ານີ້ ແມ່ນ ຍັງຖືວ່າເປັນຍຸດທະສາດ ແລະ ມາດຕະ
ການຫຼັກອັນສໍາຄັນ ໃນການຢັບຢັ້ງການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນປະເທດຂອງພວກເຮົາ ແລະ ອີກສິ່ງໜຶ່ງທີ່ ພວກເຮົາທຸກຄົນຕ້ອງໄດ້ ເປັນ
ເຈົ້າການ ນໍາກັນ ເພື່ອຫຼຸດຜ່ອນຄວາມສ່ຽງ ທີ່ຈະມີການລະບາດຂອງພະຍາດ ໂດຍການເປັນຫູເປັນຕາຊ່ວຍເຈົ້າຫນ້າທີ່ ຖ້າຫາກພົບເຫັນ ບຸກຄົນ ຫຼື ກຸ່ມ
ຄົນປະຕິບັດບໍ່ຖືກຕ້ອງຂັດຕໍ່ລະບຽບຫຼັກການ ແລະ ມາດຕະການທີ່ທາງຄະນະ ສະເພາະກິດວາງອອກ ບໍ່ວ່າຈະເປັນການການລັກລອບເຂົ້າເມືອງແບບບໍ່ຖືກ
ຕ້ອງຕາມຈຸດເຂດແດນຕ່າງໆ, ການຕັ້ງວົງກິນຊຸມແຊວ ແລະ ອື່ນໆ..... ຖ້າເຫັນເກີດຂຶ້ນຢູ່ບ້ານໃດ, ເມືອງໃດ ຫຼື ສະຖານທີ່ໃດ ກໍຂໍໃຫ້ແຈ້ງໃຫ້ທາງ ເຈົ້າ
ຫນ້າທີ່ ແລະ ອໍານາດການປົກຄອງຊາບໂດຍທັນທີ ເພາະຖ້າຜູ່ລັກລອບເຂົ້າມາປະເທດ ເປັນຜູ້ຕິດເຊື້ອບໍ່ໄດ້ຈໍາກັດບໍລິເວນ ແລ້ວ ມາເຄື່ອນໄຫວ ກໍ່ຈະມາ
ແຜ່ເຊື້ອພະຍາດໃນຊຸມຊົນ ໂດຍສະເພາະປະເທດໃກ້ຄຽງທີ່ມີການລະບາດ ຂອງພະຍາດ ໂຄວິດ-19 ສາຍພັນໃຫມ່ ແລະ ເຊັ່ນດຽວກັນ ຖ້າຢູ່ໃນວົງຊຸມແຊວ
ມີຜູ້ຕິດເຊື້ອ ກໍ່ຈະເຮັດໃຫ້ມີການແຜ່ເຊື້ອໃສ່ຜູ້ທີ່ມາຮ່ວມຊຸມແຊວນໍາກັນ ແລະ ແຕ່ລະຄົນ ກໍຈະນໍາເຊື້ອພະຍາດ ໄປແຜ່ລະບາດເປັນວົງກ້ວາງສູ່ສັງຄົມ ຈົນ
ອາດບໍ່ສາມາຄວບຄຸມໄດ້ ໃນສະພາບປະຈຸບັນທົ່ວໂລກ ລວມທັງປະເທດເຮົາ ນອກຈາກການປະຕບິບັດມາດຕະການຢາງເຂັ້ມງວດໃນສັງຄົມແລ້ວ ການໃຫ້
ວັກຊິນປອ້ງກັນພະຍາດ ໂຄວິດ-19 ແກ່ປະຊາຊົນຈໍານວນຫຼາຍໃນສັງຄົມກໍແມ່ນການສ້າງພູມຄຸ້ມກັນ ໃນຊຸມຊົນ ເຊິ່ງເປັນມາດຕະການອີກອັນຫນຶ່ງທີ່ຈະ
ເຮັດ ໃຫ້ການແຜ່ລະບາດຂອງພະຍາດໃນຊຸມຊົນຫຼຸດຜ່ອນລົງ, ລັດຖະບານກໍຄື ຄະນະສະເພາະກິດ ແມ່ນ ເຫັນຄວາມສໍາຄັນ ແລະ ຍັງສືບຕໍ່ຈັດຫາວັກຊິນ
ເພື່ອໃຫ້ປະຊາຊົນທົ່ວປະເທດ ໄດ້ຮັບວັກຊິນໃຫ້ໄດ້ຫຼາຍທີ່ສຸດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/06/2021