ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍກົມກອງຈັດຕັ້ງປາຖະກະຖາວັນສຳຄັນຂອງຊາດ

     ໃນວັນທີ 22 ກໍລະກົດ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງພິທີປາຖະກະຖາວັນ ຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 112 ປີ
(13/7/1909- 13/7/2021) ຂຶ້ນຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ກ່າວປາຖະກະຖາໂດຍ ສະຫາຍ ພົນຕີ ວໍລະ
ສານ ວິລັດດາວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ
ງານ-ນັກຮົບ ໃນກົມໃຫຍ່ ການເມືອງກອງທັບ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ຍົກໃຫ້ເຫັນ ມູນເຊື້ອປະຫວັດ ການເຄື່ອນໄຫວ ແຕ່ລະໄລຍະຂອງ ປະທານ ສຸພານຸວົງ ຜົນງານ ແລະ
ຄຸນງາມ ຄວາມດີຂອງເພີ່ນ ທີ່ໄດ້ເສຍສະຫຼະອຸທິດຕົນທັງແຮງກາຍ ແລະ ສະຕິປັນຍາອັນສະຫຼຽວສະຫຼາດ ເຂົ້້າໃນພາລະກິດການຕໍ່ສູ້ເພື່ອ ຄວາມເປັນອິດສະ
ຫຼະພາບ, ເອກະລາດຂອງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ; ເສີມຂະຫຍາຍມູນເຊື້ອ ອັນດີງາມ ແບບແຜນ ການດຳລົງຊີວິດ, ຄຸນສົມບັດ ສິນທຳປະຕິ
ວັດຂອງ ປະທານສຸ ພານຸວົງ ໃຫ້ກັບຄົນລຸ້ນໃໝ່ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຖິງຄວາມສາມາດ ອົງອາດ ກ້າຫານ, ຄວາມເດັດດ່ຽວ ໜຽວແໜ້ນ,
ຄວາມສາມັກຄີ ແລະ ນຳເອົາບົດຮຽນ ອັນປະເສີດດັ່ງກ່າວນີ້ ໄປນຳໄຊ້ເຂົ້າໃນການເຝິກຝົນຫຼໍ່ຫຼອມຕົນເອງ, ໃຫ້ກາຍເປັນ ພະນັກງານ ຮຸ່ນສືບຖອດ ທີ່ມີ
ຄວາມຈົງຮັກພັກດີ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ.

     ພ້ອມດຽວກັນນັ້ນ, ຢູ່ທີ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ວິທະຍາຄານ ພະລາທິການ ກອງທັບ ກໍໄດ້ຈັດຕັ້ງພິທີ ປາຖະກະຖາວັນປະ
ຫວັດສາດ ດັ່ງກ່າວຄື: ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ແລະ ວັນ ເຊັນສົນ ທິສັນຍາມິດຕະພາບ-ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງ
ນັບແຕ່ລະໄລຍະ ທຳອິດຈົນເຖິງປັດຈຸບັນ ການຮ່ວມມືຮອບດ້ານລະຫ່ວາງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ກາຍເປັນມູນເຊື້ອອັນດີງາມ ຂອງສອງ
ຊາດເປັນຕົ້ນແມ່ນ ການຮ່ວມມືທາງດ້ານຍຸດທະສາດການເມືອງ-ການທະຫານ, ເສດຖະກິດ-ສັງຄົມ ແລະ ດ້ານອື່ນໆ ນັບວັນຍິ່ງໄດ້ຮັບຜົນດີ, ເສີມຂະ
ຫຍາຍ ແລະ ກ້າວເຂົ້າສູ່ລວງເລິກສອດຫ້ອຍທຸກຂົງເຂດວຽກງານ ແລະ ຍິ່ງສືບຕໍ່ຜູກແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ລະຫວ່າງສອງ
ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/07/2021