ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທີມກູ້ໄພກອງທັບ ລົງສຳຫຼວດພື້ນທີ່ໄພພິບັດ
ແລະ ອະນາໄມມ້ຽນມັດສະຖານທີ່ສູນບັນຊາບ້ານໃໝ່

     ວັນທີ 22 ສິງຫານີ້, ກຳລັງກອບກູ້ໄພພິບັດກະຊວງປ້ອງກັນປະເທດທີ່ປະຈຳຢູ່ສູນບັນຊາພາກສະໜາມ ຈຳນວນ 50 ກວ່າສະຫາຍ ໄດ້ລົງກວດກາພື້ນ
ທີ່ເຂດປະສົບໄພພິບັດຫຼັງນໍ້າຫຼຸດລະດັບລົງເລັກນ້ອຍທັງຮ່ວມກັນອະນາໄມມ້ຽນມັດສະຖານທີ່ຕັ້ງສູນບັນຊາຊົ່ວຄາວທີ່ໄດ້ຍົກຍ້າຍອອກໄປສູ່ເຂດປອດໄພ
ພາຍຫຼັງຖືກນໍ້າຖ້ວມຄັ້ງທີ 2 ຕັ້ງແຕ່ວັນທີ 14 ສິງຫາເປັນຕົ້ນມາ. ເພື່ອມ້ຽນມັດເຄື່ອງຂອງອະນາໄມສະຖານທີ່ຕັ້ງສູນບັນຊາຢູ່ໂຮງ ຮຽນປະຖົມບ້ານໃໝ່
ເມືອງສະໜາມໄຊ ແຂວງອັດຕະປື.


ທີມກູ້ໄພກອງທັບອະນາໄມມ້ຽນມັດສະຖານທີ່ສູນບັນຊາບ້ານໃໝ

     ພາຍຫຼັງເກີດໄພພິບັດຢ່າງຮ້າຍແຮງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງລາວ ຈາກກໍລະນີຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນຄໍ່າຄືນ
ຂອງວັນທີ 23 ກໍລະກົດ 2018 ນີ້ ໄດ້ເຮັດໃຫ້ 13 ບ້ານທີ່ຕັ້ງ ຢູ່ຕາມບໍລິເວນສອງຟາກຝັ່ງເຊປຽນ ເຊິ່ງຢູ່ກ້ອງສັນເຂື່ອນໄດ້ຮັບຜົນກະທົບຢ່າງໜັກໜ່ວງ
ໃນນັ້ນມີ 6 ບ້ານພັງພິນາດຈິບຫາຍບໍ່ວ່າເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ, ສັດລ້ຽງທຸກປະເພດ ລວມທັງຊີວິດອິນຊີຂອງປະຊາ ຊົນກໍເສຍຫາຍ ໃນ
ນັ້ນມີຜູ້ເສຍຊີວິດທັງໝົດຢູ່ໂຮງໝໍ 5 ຄົນ ແລະ ຄົ້ນພົບຊາກສົບທີ່ຈົມຢູ່ໃຕ້ເສດໄມ້ ແລະ ຂີ້ຕົມ 34 ສົບ ຍັງຊອກບໍ່ທັນເຫັນອີກເກືອບ 100 ຄົນ (ເວົ້າ
ຕາມຕົວເລກຜູ້ສູນຫາຍໃນເມື່ອກ່ອນ 131 ຄົນ) ເຊິ່ງໃນນັ້ນຈຳນວນທີ່ຊອກບໍ່ທັນພົບນັ້ນຄາດວ່າຈະເສຍຊີວິດແລ້ວ. ສ່ວນຜູ້ລອດຊີວິດຫຼາຍກວ່າ 10
ພັນຄົນກໍສິ້້ນເນື້ອປະດາຕົວ ຍັງແຕ່ລົມຫາຍໃຈສົມບັດເຂົ້າຂອງຕິດຕົວບໍ່ມີເລີຍຈຳຕ້ອງໄປຢູ່ບ່ອນພັກຊົ່ວຄາວທີ່ທາງການຈັດສັນໄວ້ໃຫ້ ແລະ ບຸກຄົນເຫຼົ່າ
ນັ້ນຍັງລໍຖ້າຄວາມຊ່ວຍເຫຼືອຢ່າງຮີບດ່ວນ.

     ພາຍຫຼັງເກີດໄພພິບັດກະຊວງປ້ອງກັນປະເທດໄດ້ນຳໃຊ້ກອງກຳລັງກູ້ໄພຈາກກອງບັນຊາການທະຫານເມືອງສະໜາມໄຊ, ກອງບັນຊາການທະຫານ
ແຂວງອັດຕະປື ແລະ ກອງພົນທີ 5 ເຂົ້າກອບກູ້ຊ່ວຍເຫຼືອຜູ້ປະສົບໄພຢ່າງຮີບດ່ວນຮ່ວມກັບທີມກູ້ໄພຈາກພາຍໃນ ແລະ ຕ່າງປະເທດ. ພາຍຫຼັງນຳ້ບົກແຫ້ງ
ລົງ ໄດ້ຈັດຕັ້ງເປັນສູນບັນຊາພາກສະໜາມເພື່ອຊອກຄົ້ນ ແລະ ເກັບກູ້ຜູ້ສູນຫາຍຈາກໄພພິບັດ ໂດຍກອງທັບມີກຳລັງພົນກວ່າ 600 ສະຫາຍເຂົ້າຮ່ວມ ໃນ
ນັ້ນໄດ້ນຳໃຊ້ທັງກຳລັງທ້ອງຖິ່ນ ແລະ ກຳລັງຫຼວງ ທັງວັດຖຸພາຫະນະຈາກທຸກເຫຼົ່າຮົບຂອງກະຊວງປ້ອງກັນປະເທດເຂົ້າຮ່ວມ ເພື່ອໃຫ້ການຊອກຄົ້ນຫາຜູ້ສູນ
ຫາຍໄດ້ຮັບຜົນດີ ແລະ ເດັດຂາດບໍ່ໃຫ້ຜູ້ເຄາະຮ້າຍຕົກຄ້າງຢູ່ບ່ອນເກີດໄພພິບັດ.

     ນອກຈາກທະຫານເມືອງສະໜາມໄຊ, ກອງພັນ 19 ທະຫານແຂວງອັດຕະປື ແລະ ກອງພົນທີ 5 ແລ້ວ ຍັງມີຕົວແທນຈາກກົມໃຫຍ່ເສນາທິການກອງ
ທັບ, ກົມໃຫຍ່ການເມືອງກອງທັບ, ກົມໃຫຍ່ພະລາທິການກອງທັບ, ກົມໃຫຍ່ເຕັກນິກກອງທັບ, ຫ້ອງວ່າການກະຊວງປ້ອງກັນປະເທດ ເຊິ່ງໃນນັ້ນມີເຫຼົ່າ
ຮົບຫຼັກເຂົ້າຮ່ວມ ເປັນຕົ້ນແມ່ນຊ່າງແສງສື່ສານ, ເຕັກນິກ, ຂົນສົ່ງ, ເສນາຮັກ, ທະຫານອາກາດ ແລະ ອື່ນໆທີ່ກ່ຽວຂ້ອງເຂົ້າຮ່ວມເຮັດໃຫ້ພາລະກິດຊອກ
ຄົ້ນຫາຜູ້ສູນຫາຍດຳເນີນໄປໄດ້ຢ່າງຕໍ່ເນື່ອງແຕ່ເມື່ອສູນບັນຊາພາກສະໜາມຢູ່ ບ້ານໃໝ່ຖືກນໍ້າຖ້ວມຢ່າງກະທັນຫັນຈຶ່ງຍົກຍ້າຍໄປຕັ້ງຢູ່ກອງບັນຊາການທະ
ຫານເມືອງສະໜາມໄຊເຮັດໜ້າທີ່ປັບປຸງກົມກອງ, ປັບປຸງກຳລັງພົນ ແລະ ພາຫະນະ ເພື່ອຊ່ວຍເຫຼືອປະຊາຊົນຢູ່ເຂດເມືອງສະໜາມໄຊ, ເມືອງໄຊເສດຖາ, ສາ
ມັກຄີໄຊ ແລະ ເມືອງພູວົງ ເພື່ອລໍຖ້າຄຳສັ່ງຂອງຂັ້ນເທິງດຳເນີນການຊອກຄົ້ນຫາຜູ້ສູນຫາຍຕໍ່ໄປພາຍຫຼັງນ້ຳແຫ້ງລົງ.