ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານການປ້ອງກັນ, ຄວບຄຸມ
ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19


ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 20 ສິງຫາ 2021 ນີ້, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂອງກະຊວງປ້ອງກັນປະ
ເທດ ໄດ້ຈັດກອງປະຊຸມສ່ອງແສງວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ປະຈຳອາທິດ ທີ 3 ແບບທາງໄກ
ຂຶ້ນ ໂດຍການ ເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າຄະນະສະເພາະກິດ ກະຊວງ
ປ້ອງກັນປະເທດ, ມີຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດາໂຮງໝໍບໍລິເວນ ແລະ ກອງເລຂາສະເພາະກິດຕະຫຼອດຮອດອະນຸກໍາມະການທີ່ກ່ຽວ
ຂ້ອງເຂົ້າຮ່ວມ.

     ໃນພິທີ ຕາງໜ້າກອງເລຂາຄະນະສະເພາະກິດ ກະຊວງປ້ອງກັນປະເທດ ຂຶ້ນລາຍງານຜ່ານບົດລາຍງານສະພາບການລະບາດ ແລະ ມາດຕະການປ້ອງກັນ,
ຄວບຄຸມ ແລະ ການແກ້ໄຂພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ໃຫ້ຮູ້ວ່າ: ຮອດວັນທີ 20 ສິງຫາ 2021, ທົ່ວໂລກມີລາຍງານຢັ້ງຢືນຕິດເຊື້ອ
ທັງໝົດດ 210.788.855 (713.462 ໃໝ່), ເສຍຊິວິດທັງໝົດ 4.416.131 (10.789 ໃໝ່), ປິ່ນປົວຫາຍດີ 188.724.646 (528.282 ໃໝ່).
ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ຫຼາຍກວ່າໝູ່ໃນແຕ່ລະວັນປະເທດ ອິນໂດເນເຊຍ ສໍາລັບປະເທດທີ່ມີໂຕເລກຕິດເຊື້ອສະສົມ ແລະ ເສຍຊີວິດ
ຫຼາຍກວ່າໝູ່ໃນທົ່ວໂລກຍັງແມ່ນ ສະຫະລັດອາເມລິກາ. ສໍາລັບ ສປປ ລາວ, ຮອດປັດຈຸບັນຈໍານວນຜູ້ຕິດເຊື້ອທັງໝົດມີ 11.753 ກໍລະນີໃນນີ້: ຕິດເຊື້ອ
ໃນຊຸມຊົນ 2.147 ກໍລະນີ, ກໍ ລະນີນຳເຂົ້າ 9.606 ກໍລະນີ, ກຳລັງປິ່ນປົວ 4.604 ຄົນ ແລະ ເສຍຊີວິດ 11 ຄົນ. ຈາກນັ້ນຄະນະສະເພາະກິດຂັ້ນສູນກາງ
ແລະ ທ້ອງຖິ່ນ, ບັນດາໂຮງໝໍບໍລິເວນ ກໍໄດ້ລາຍງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດ ໂຄວິດ-19 ຢູ່ຂອບເຂດຄວາມຮັບ
ຜິດຊອບຂອງຕົນຕື່ມອີກ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຍັງເນັ້ນໜັກໃຫ້ແຕ່ລະພາກສ່ວນສືບຕໍ່ປະຕິບັດຕາມມາດຕະການປ້ອງກັນຄວບຄຸມ ແລະ ແກ້
ໄຂການລະບາດຂອງພະຍາດ ໂຄວິດ-19 ຕາມແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີ ແລະ ບັນດາມາດຕະການຂອງຄະນະສະເພາະກິດວາງ
ອອກ ຢ່າງເຂັ້ມງວດ, ເອົາໃຈໃສ່ ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນຈັດຕັ້ງກໍາລັງລາດຕະເວນຕາມຂອບເຂດຊາຍແດນ ທີ່ມີຄວາມສ່ຽງທີ່ມີການຂ້າມລອຍ
ເຂົ້າມາ ພາຍໃນປະເທດແບບຜິດກົດໝາຍ, ສືບຕໍ່ສັກວັກຊິນໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນທີ່ບໍ່ທັນໄດ້ສັກວັກຊິນໃຫ້ສຳເລັດຕາມແຜນການ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/08/2021