ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍ 103 ຈັດຕັ້ງເຜີຍແຜ່ເອກະສານການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ

     ໃນວັນທີ 18 ຕຸລາ 2017 ນີ້, ໂຮງໝໍ 103 ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານທົ່ວໂຮງ
ໝໍ 103 , ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍ
ການ ຕະຫຼອດຮອດພະນັກງານໃນທົ່ວໂຮງໝໍ 103 ເຂົ້າຮ່ວມຢ່າງທົ່ວເຖິງ.


ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານກອງປະຊຸມເຜີຍແຜ່ເອກະສານການແຈ້ງຊັບສິນແລະລາຍຮັບຂອງພະນັກງານທົ່ວໂຮງໝໍ 103

     ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກ່າວວ່າ: ປະຕິບັດຕາມບົດແນະນຳຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1750/ກປທ ທັງນີ້ກໍເພື່ອເປັນ
ການຈັດຕັ້ງຜັນຂະຫຍາຍດຳລັດຂອງລັດຖະບານ ສະບັບເລກທີ 159/ລບ ວ່າດ້ວຍການແຈ້ງຊັບສິນໃຫ້ຖືກຕ້ອງເປັນເອກະພາບ, ມີປະສິດທິຜົນ ແລະ ເປັນ
ບ່ອນອີງໃຫ້ຄະນະພັກ-ຄະນະບັນຊາ ແລະ ຄະນະກວດກາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດລະອຽດກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກ
ງານ, ນາຍທະຫານໃນທົ່ວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນໂຮງໝໍ 103 ກອງ ທັບ ເຮັດໃຫ້ທຸກຄົນໄດ້ຮັບຮູ້, ເຂົ້າໃຈ ມີຄວາມເປັນເອກະພາບ ແລະ
ເປັນເຈົ້າການໃນການຈັດຕັ້ງປະຕິດ້ວຍຄວາມຮັບຜິດຊອບສູງ ແນໃສ່ເຮັດໃຫ້ການແຈ້ງຊັບສິນ ແລະ ລາຍຮັບຂອງແຕ່ລະບຸກຄົນ-ຄອບຄົວດຳເນີນໄປຢ່າງ
ຖືກຕ້ອງຈະແຈ້ງຄົບຖ້ວນ ແລະ ທັນຕາມເວລາທີ່ໄດ້ກຳນົດໄວ້.