ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງໄຊຍະບູລີ ເປີດຊຸດຮຽນແພດຊັ້ນຕົ້ນ

     ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດພິທີເປີດຊຸດຮຽນແພດຊັ້ນຕົ້ນ ຊຸດທີ 12 ຂຶ້ນ ຢູ່ທີ່ສະ ໂມສອນກອງບັນຊາການທະຫານແຂວງໄຊ
ຍະບູລີ ໃນວັນທີ 18 ພະຈິກ 2016 ທີ່ຜ່ານມານີ້, ໂດຍການເປັນປະທານຂອງ ພັນເອກ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານ
ແຂວງໄຊຍະບູລີ ແລະໃຫ້ກຽດເຂົ້າຮ່ວມຂອງ ພັນເອກ ດຣ. ບົວສິງ ອິນທະວົງ ຄະນະພັກກົມໃຫຍ່ພະລາທິການ ຫົວໜ້າກົມເສນາຮັກ ກົມໃຫຍ່ພະ
ລາທິການກອງທັບ ມີຄະນະພັກ-ຄະນະບັນຊາ 5 ຫ້ອງ ແຂກຖືກເຊີນ ຄູ-ອາຈານ ແລະນັກຮຽນເຂົ້າຮ່ວມ.


              

     ພັນໂທ ບຸນຈັນ ກິຕິຄຳມູນ ອຳນວຍການໂຮງຮຽນສ້າງແພດທະຫານແຂວງໄຊຍະບູລີ ໄດ້ຂຶ້ນຜ່ານແຜນການເຝິກອົບຮົມແພດຊັ້ນຕົ້ນ ຊຸດທີ 12 ສົກ
ປີ 2016-2017 ເຊິ່ງລວມມີ 4 ພາກຄື: ພາກການເມືອງ ມີ 5 ເອກະສານ, ພາກການທະຫານ ລວມມີ 15 ບົດ, ພາກວຽກງານອົບຮົມວິຊາສະເພາະແພດ
ລວມມີ 16 ວິ ຊາ ແລະພາກປະຕິບັດຕົວຈິງ 120 ວັນ ກຳນົດເວລາຮຽນ 365 ວັນ ຈຶ່ງຈະສຳເລັດ ທັ້ງນີ້ກໍເພື່ອອົບຮົມໃຫ້ນັກ ຮຽນມີຄວາມຮູ້ພື້ນຖານ
ທາງດ້ານທິດສະດີ ແລະຫຼັກການ, ແນໃສ່ຍົກລະດັບທາງດ້ານເຕັກນິກການແພດ ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານດ້ານການປິ່ນປົວ-ປ້ອງກັນ
ແລະສົ່ງເສີມສຸຂະພາບ ເພື່ອສ້າງບຸກຄະລາ ກອນແພດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ເພື່ອຮັບປະກັນການຕອບສະໜອງວຽກງານເສນາຮັກໃນກົມກອງ
ໄດ້ຢ່າງພຽງພໍ.

     ພັນເອກ ດຣ ບົວສິງ ອິນທະວົງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ກ່າວເນັ້ນໜັກໃຫ້ນັກຮຽນແຕ່ລະສະຫາຍຕ້ອງເອົາໃຈໃສ່ເຝິກຝົນຫຼໍ່ຫຼອມ
ຕົນເອງທາງດ້ານຄຸນທາດການເມືອງຮັກສາຄວາມສາມັກຄີໃຫ້ແໜ້ນແຟ້ນ ກຳແໜ້ນເນື້ອໃນບົດຮຽນທີ່ຄູ-ອາຈານໄດ້ສິດສອນ ແລະປະຕິບັດຂໍ້ກຳນົດ
ກົດລະບຽບຂອງກອງທັບ ກໍຄືປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ແລະພ້ອມກັນຕັ້ງໜ້າຄົ້ນຄວ້າຮໍ່າຮຽນໃຫ້ໄດ້ຄະແນນດີເດັ່ນ ແລະບັນລຸ
ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.