ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮ່ວມແຂ່ງຂັນເປຕັງມິດຕະພາບ

     ໃນວັນທີ 15 ພະຈິກ 2016 ນີ້, ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ການເມືອງກອງທັບ ພົບປະສ້າງສັນກັບຄະນະນຳ-ຄະນະບັນຊາ ບັນດາກົມກອງອ້ອມຂ້າງທະຫານແຂວງຈຳປາສັກ ໃນໂອກາດທີ່ທ່ານລົງເຄື່ອນໄຫວ
ເຮັດວຽກ ຢູ່ 4 ແຂວງ ພາກໃຕ້ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ເລຂາຄະນະພັກ ຫົວໜ້າການທະຫານ
ກອງບັນຊາການທະຫານແຂວງຈຳປາສັກ ພ້ອມຄະນະ, ມີຄະນະນຳ-ຄະນະບັນຊາກອງ “ກ 5”, ກອງ “ຂ 645”, ໂຮງຮຽນກໍ່ສ້າງນາຍສິບທະຫານຮາບ
ເລກ 2 ວຽງໄຊ ແລະໂຮງໝໍບໍລິເວນ 106 ກອງທັບເຂົ້າຮ່ວມຕ້ອນຮັບ.

 
ທ່ານພົນຕີວິ ໄລຫຼ້າ ຄຳຟອງ ເຂົ້າຮ່ວມແຂ່ງຂັນເປຕັງມິດຕະພາບ ກັບຄະນະນຳ-ຄະນະບັນຊາບັນດາກົມກອງອ້ອມຂ້າງທະຫານແຂວງຈຳປາສັກ

     ກິດຈະກຳທີ່ສ້າງຂຶ້ນໃນຄັ້ງນີ້ ແມ່ນຈັດຕັ້ງແຂ່ງຂັນກີລາເປຕັງມິດຕະພາບ ເພື່ອສ້າງບັນຍາກາດຊຸກຍູ້ຂະບວນການຕ່າງໆຂໍ່ານັບຮັບຕ້ອນບັນດາວັນ
ປະຫວັດສາດຂອງຊາດ ຂອງພັກ ແລະຂອງກອງທັບໃນຕໍ່ໜ້າ ແລະການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ສະໜິດສະໜົມ, ອົບ
ອຸ່ນ ແລະເປັນກັນເອງແຕ່ຕົ້ນຕະຫຼອດປາຍ.

     ການແຂ່ງຂັນກີລາເປຕັງມິດຕະພາບໃນຄັ້ງນີ້, ຍັງສ້າງໂອກາດອັນດີໃຫ້ແກ່ຄະນະພັກ-ຄະນະບັນຊາແຕ່ລະກົມກອງອ້ອມຂ້າງທະຫານແຂວງຈຳປາສັກ
ໄດ້ພົບປະໂອ້ລົມເຊິ່ງກັນ ແລະກັນຢ່າງໃກ້ຊິດ ລະຫວ່າງຄະນະນຳກະຊວງ ກັບທ້ອງຖິ່ນ ທັງສ້າງກຳລັງໃຈໃຫ້ແກ່ການປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ເຂັ້ມ
ແຂງ, ໜັກແໜ້ນເທື່ອລະກ້າວ.