ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ປິດຂະບວນການແຂ່ງຂັນກີລາ ປະຈຳປີ 2016 ຢ່າງຝົດຝື້ນ

     ຂະບວນການແຂ່ງຂັນກິີລາ ປະຈຳປີ 2016 ຂອງອົງການກົມໃຫຍ່ການເມືອງກອງທັບ ໄດ້ປິດລົງຢ່າງຟົດຟື້ນມ່ວນຊື່ນ ໃນຕອນບ່າຍວັນທີ 17 ພະ
ຈິກ 2016 ຜ່ານມານີ້, ທີ່ເດີ່ນບານສົ່ງກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຄະ
ນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາກົມ, ຫ້ອງການ, ກອງ ພ້ອມດ້ວຍບັນດາ
ພະນັກງານ-ນັກຮົບ ແລະນັກກີລາເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ເຂົ້າຮ່ວມເປັນປະທານປິດຂະບວນການແຂ່ງຂັນກີລາ ປະຈຳປີ 2016

     ການແຂ່ງຂັນກີລາເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງພັກ ກໍຄືຂອງ ກອງທັບ ທີ່ດຳເນີນການແຂ່ງຂັນມາໄດ້ໄລຍະ
ໜຶ່ງນັ້ນໄດ້ປິດລົງຢ່າງຈົບງາມ, ສະແດງອອກໃນໄລຍະການແຂ່ງຂັນມີບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ ແລະມີຄວາມໝາຍ. ຜົນການແຂ່ງຂັນ
ໃນ 3 ປະເພດກີລານັບຕັ້ງແຕ່ມື້ເປີດຈົນຮອດມື້ປິດສາມາດສະຫຼຸບໄດ້ດັ່ງນີ້: ກີລາກະຕໍ້ຫວາຍມີ 12 ທິມ ຊະນະເລີດໄດ້ແກ່ ກອງວິທະຍຸໂທລະພາບ ກອງ
ທັບ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5 ແສນກີບ, ຮອງຊະນະເລີດ ອົງການໄອຍະການທະຫານຂັ້ນສູງ ໄດ້ຮັບເງິນລາງວັນ 4 ແສນກີບ ແລະຮອງ
ອັນດັບສອງໄດ້ແກ່ໜ່ວຍງານ 989 ກົມປ້ອງກັນພາຍໃນກອງທັບ ໄດ້ຮັບເງິນລາງວັນ 3 ແສນກີບ; ປະເພດກີລາເປຕັງປະສົມຊາຍ 2 ຍິງ 1 ມີ 27 ທິມ
ຊະນະເລີດໄດ້ແກ່ ຫ້ອງການກົມໃຫຍ່ ກມທ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5 ແສນກີບ, ຮອງຊະນະເລີດ ກົມປ້ອງກັນພາຍໃນກອງທັບ ໄດ້ຮັບ
ເງິນລາງວັນ 4 ແສນກີບ ແລະຮອງອັນດັບສອງ ກົມນະໂຍບາຍ ໄດ້ຮັບເງິນລາງວັນ 3 ແສນກີບ; ປະເພດບານສົ່ງ ຊະນະເລີດໄດ້ແກ່ ກອງວິທະຍຸ-ໂທລະ
ພາບກອງທັບ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 6 ແສນກີບ, ຮອງຊະນະເລີດຫ້ອງການເມືອງ ໄດ້ຮັບເງິນລາງວັນ 5 ແສນກີບ ແລະຮອງອັນດັບສອງ
ກົມກວດກາກອງທັບ ໄດ້ຮັບເງິນລາງວັນ 4 ແສນກີບ; ປະເພດກີລາບານສົ່ງຍິງ ຊະນະເລີດ ໄດ້ແກ່ກອງວິທະຍຸ-ໂທລະພາບກອງທັບ ໄດ້ຮັບຂັນ 1 ໜ່ວຍ
ພ້ອມເງິນລາງວັນ 6 ແສນກີບ, ຮອງຊະນະເລີດ ຫ້ອງການກົມໃຫຍ່ ກມທ ໄດ້ຮັບເງິນລາງວັນ 5 ແສນກີບ ແລະຮອງອັນດັບສອງ ກອງ “ຄ 160” ໄດ້
ຮັບເງິນລາງວັນ 4 ແສນກີບ.