ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມສໍາມະນາ
ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ


     ໃນລະຫວ່າງວັນທີ 15-17 ພະຈິກ ນີ້, ຄະນະຜູ້ແທນກອງທັບ ປະຊາຊົນ ລາວ, ນໍາໂດຍທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ, ຫົວໜ້າ ກົມ ວິທະ
ຍາສາດ-ປະຫວັດສາດ ການທະຫານ ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາເຄືອຂ່າຍ ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ແບບທາງ ໄກໃນ
ຫົວຂໍ້: “ ການຄົ້ນຄວ້າ ແລະ ການພັດທະນາທີ່ເປັນຂີດໝາຍ ໃນການເພີ່ມທະວີການຮ່ວມມື ດ້ານວຽກງານປ້ອງກັນຊາດ ໃນ ພາກພື້ນ” ໂດຍພາຍໃຕ້
ການເປັນ ປະທານຂອງ ທ່ານ ພົນຕີ ຈອນນີ່ ຈາມາລິດ ຫົວໜ້າສູນຄົ້ນຄວ້າ ຍຸດທະສາດ ເພື່ອການຄົ້ນຄວ້າ ແລະ ພັດທະນາ, ກະຊວງປ້ອງ ກັນປະເທດ
ແຫ່ງອິນໂດເນເຊຍ, ມີບັນດາຫົວໜ້າສະຖາບັນປ້ອງກັນຊາດ ແລະ ວິຊາການດ້ານຄວາມໝັ້ນຄົງ 13 ສະຖາບັນ ຈາກ ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

     ກອງປະຊຸມໄດ້ເນັ້ນໜັກເຖິງ ບົດບາດຂອງການຄົ້ນຄວ້າ ແລະ ການພັດທະນາໃນການເສີມຂະຫຍາຍຄວາມສາມາດດ້ານເຕັກ ໂນໂລຊີປ້ອງກັນຊາດ
ໃນພາກພື້ນ, ເຊິ່ງບັນດາຄະນະຜູ້ແທນ ກອງປະຊຸມຂອງແຕ່ລະປະເທດ ໄດ້ແລກປ່ຽນ ແລະ ໄດ້ປຶກສາຫາລື ບັນຫາຕ່າງໆເຊັ່ນ: ຄວາມສຳຄັນ ຂອງແຜນແມ່
ບົດປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ 2025 ເພື່ອສະໜັບສະໜູນການ ຄົ້ນຄວ້າ ແລະ ການພັດທະນາ. ຊຸກຍູ້ການແລກປ່ຽນນັກສຶກສາ, ພະ
ນັກງານ ແລະ ຜູ້ບັນຍາຍ ລະຫວ່າງ ມະຫາວິທະຍາໄລຂອງ ກອງທັບໃນບັນດາປະເທດສະມາ ຊິກອາຊຽນ. ຄຸນຄ່າ ແລະ ຄວາມສຳຄັນ ຂອງການນຳສະເໜີ
ຂອງ ບັນດາຄະນະຜູ້ແທນໃນການຍົກ ສູງຫົວຂໍ້ການຄົ້ນຄວ້າ ແລະ ການພັດທະນາດ້ານວຽກງານ ປ້ອງກັນຊາດ ແລະ ຄວາມຈຳເປັນ ຂອງບັນດາປະເທດ
ສະມາຊິກອາຊຽນ ໃຫ້ແກ່ຄວາມສາມາດ ທາງດ້ານເຕັກໂນໂລຊີ, ຊັບພະຍາກອນມະນຸດ ແລະ ການເງິນ ໃນບັນດາປະເທດສະມາຊິກອາຊຽນ ແລະ ສີ່ງທ້າຍ
ທາຍໃນການ ສ້າງຄວາມເປັນເອກະລາດດ້ານ ການຄົ້ນຄວ້າ ແລະ ການພັດທະນາ, ຮັບຮູ້ເຖິງຄວາມແຕກຕ່າງ ດ້ານນະໂຍບາຍຂອງການຄົ້ນຄວ້າ ແລະ ພັດ
ທະນາ ໃນບັນດາ ປະເທດສະມາຊິກອາຊຽນ. ຕາງໜ້າຄະນະຜູ້ແທນແຕ່ລະ ປະເທດໄດ້ມີການແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ກ່ຽວກັບ
ການຄົ້ນຄວ້າ ແລະ ການພັດທະນາມີບົດບາດແນວໃດ ກັບປະເທດຂອງຕົນເອງໃນການຍົກ ລະດັບດ້ານເຕັກໂນໂລຊີປ້ອງກັນຊາດ.

     ເນັ້ນໜັກກ່ຽວກັບບົດບາດ ຂອງກຳລັງປະກອບອາວຸດໃນ ການຄົ້ນຄວ້າ ແລະ ການພັດທະ ນາໃນການສະໜັບສະໜູນຍຸດທະ ສາດປ້ອງກັນຊາດ ລະ
ຫວ່າງບັນ ດາປະເທດສະມາຊິກອາຊຽນ ເພື່ອສະເໜີໄປຍັງກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ຮ່ວມມືກັນໃນ
ອານາຄົດ. ນອກ ຈາກນີ້, ກອງປະຊຸມຍັງໄດ້ເນັ້ນ ໜັກເຖິງເຫດການຄວາມໝັ້ນຄົງ ແລະ ສິ່ງທ້າທາຍໃນອະດີດທີ່ ກ່ຽວຂ້ອງກັບການພັດທະນາ, ການຮ່ວມ
ມືຂອງກອງທັບໃນ ພາກພື້ນ ທີ່ໄດ້ມີສ່ວນຮ່ວມໃນ ການເສີມສ້າງການຮ່ວມມື ແລະ ຄວາມເຊື່ອໝັ້ນລະຫວ່າງກອງທັບອາຊຽນ.

     ກອງປະຊຸມໄດ້ສະເໜີໄປຍັງ ກອງປະຊຸມລັດຖະມົນຕີປ້ອງກັນ ປະທດອາຊຽນ ADMM ກ່ຽວ ກັບບັນຫາຕ່າງໆເຊັ່ນ: ການສົ່ງ ເສີມຄວາມສາມາດດ້ານ
ອຸດສາ ຫະກຳປ້ອງກັນຊາດ. ການສົ່ງ ເສີມການຄົ້ນຄວ້າຮ່ວມກັນ ແລະ ການລິເລີ່ມໃໝ່ລະຫວ່າງບັນດາ ປະເທດສະມາຊິກອາຊຽນເພື່ອ ຮັບມືກັບພະຍາດ
ໂຄວິດ-19 ແລະ ການເພີ່ມທະວີການຮ່ວມມືດ້ານ ປ້ອງກັນຊາດ ໃນຂົງເຂດການ ຄົ້ນຄວ້າ ແລະ ການພັດທະນາ ໃນຂອບການຮ່ວມມືກັບ ADMM.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/11/2021