ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ແຕ່ງ​ຕັ້ງ​ຫົວໜ້າການ​ເມືອງກອງພັນໃຫຍ່ 941


     ໃນວັນທີ 18 ທັນວາ 2019 ນີ້, ກອງພັນໃຫຍ່ 941 ໄດ້ຈັດພິທີປະກາດການແຕ່ງຕັ້ງ ຫົວໜ້າການເມືອງຜູ້ໃໝ່ຂອງ ກອງພັນໃຫຍ່ 941 ປ່ຽນແທນຜູ້ເກົ່າທີ່ໄດ້ຮັບນະ
ໂຍບາຍພັກການກຽມ ຮັບເບ້ຍບຳນານ ແລະ ບາງຕຳແໜ່ງອີກຈຳນວນໜຶ່ງຂຶ້ນ ໂດຍພາຍໃຕ້ການເປັນ ປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການ
ສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບມີ ສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າ ກົມພະນັກງານ ກົມໃຫຍ່
ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນປັນ ຂຸນພູມີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການອານຸຍາດໃຫ້ນາຍທະຫານພັກການ ເພື່ອລໍຖ້າເຂົ້າຮັບເບ້ຍບຳນານ
ສະບັບເລກທີ 4254/ກປທ ລົງວັນທີ 26/9/ 2019 ເຊິ່ງໃນນີ້ໄດ້ຕົກລົງອານຸຍາດໃຫ້ສະຫາຍ ພັນເອກ ວອນຄຳ ສຸຂະວົງ ຫົວໜ້າ ການເມືອງ ກອງພັນໃຫຍ່ 941 ພັກ
ການ ເພື່ອລໍຖ້າຮັບເບ້ຍບຳນານ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຍົກຍ້າຍພະນັກງານ ໂດຍອີງຕາມກົດໝາຍກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກ ທີ II
ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ອີງຕາມທິດທາງ ກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນ ກຳລັງປະ
ກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ອີງຕາມການສະເໜີຂອງກົມພະ
ນັກງານ. ດັ່ງນັ້ນກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງສະຫາຍ ພັນໂທ ພູໂຂງ ມະໂນລາ ເປັນຫົວໜ້າ ການເມືອງກອງພັນໃຫຍ່ 941, ສະຫາຍ ພັນໂທ ສຸດທິກອນ ພິມ
ພັນ ເປັນຮອງຫົວໜ້າ ການເມືອງ ທັງເປັນ ຫົວໜ້າ ພະແນກການເມືອງ, ສະຫາຍ ພັນໂທ ທອງດີ ອຸ່ນທະວົງ ເປັນຮອງ ຮັບຜິດຊອບວຽກງານພະລາທິ ການ ທັງເປັນຫົວໜ້າ
ພະແນກພະລາທິການ ພ້ອມທັງຜ່ານຂໍ້ ຕົກລົງວ່າດ້ວຍການແຕ່ງຕັ້ງຂັ້ນ ພະແນກການທີ່ຂຶ້ນກັບກອງພັນ ໃຫຍ່ 941 ເຊິ່ງປະກອບມີດັ່ງນີ້.

     ສະຫາຍ ພັນໂທ ພອນແກ້ວ ສຸລິໄຊ ເປັນຫົວໜ້າ ພະແນກບໍລິຫານ-ສັງລວມ, ສະຫາຍ ພັນຕີ ຈາລະໄມ ສໍສີລິບຸນມາ ເປັນຮອງຫົວໜ້າ ພະແນກການເມືອງ, ສະຫາຍ
ພັນຕີ ບຸນກອງ ພົງສະຫວັນທອງ ເປັນຮອງຫົວໜ້າ ພະແນກບໍລິຫານ-ສັງລວມ ແລະ ຍົກຍ້າຍ ສະຫາຍ ພັນໂທ ຄຳສີ ອຸນຄຳປຸ້ຍ ຫົວໜ້າ ພະແນກພະລາ ທິການກອງພັນ
ໃຫຍ່ 941 ໄປຮັບໜ້າທີ່ໃໝ່ຢູ່ ກົມເສນາພະລາກົມໃຫຍ່ພະລາທິການກອງທັບ.

     ໂອກາດດັ່ງກ່າວ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ໃຫ້ກຽດໂອ້ລົມຕໍ່ນາຍທະຫານ ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ວ່າ: ການປະກາດການ
ປັບປຸງການຈັດຕັ້ງ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເປັນການມອບໝາຍໜ້າທີ່ອັນສຳຄັນຂອງ ຄະນະນຳ ກະຊວງປ້ອງກັນປະເທດ
ທີ່ໃຫ້ຄວາມໄວ້ເນື້ອເຊື່ອໃຈດັ່ງນັ້ນ ຈົ່ງສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ໂດຍການເພີ່ມທະວີບົດບາດຂອງຕົນ
ຢ່າງຕັ້ງໜ້າ ແລະ ເປັນແບບຢ່າງທີ່ດີ ຊີ້ນຳ-ນຳພາສຶກສາອົບຮົມໃຫ້ພະນັກງານ-ນັກຮົບໃນກົມກອງ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ເພື່ອສືບຕໍ່ພັດທະນາກົມກອງ ໃຫ້ມີ
ຄວາມຈະເລີນກ້າວໜ້າ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ.