ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂ່ງຂັນກີລາຍິງປືນຂັ້ນການນຳກະຊວງປ້ອງກັນປະເທດ
ໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ

     ການແຂ່ງຂັນຍິງປືນສັ້ນຂັ້ນການນຳກະຊວງປ້ອງກັນປະເທດ ຊີງຂັນຫົວໜ້າກົມໃຫຍ່ເສນາທິການກອງທັບ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ
ປະຊາຊົນລາວ ຄົບຮອບ 68 ປີ ໄດ້ຈັດຂຶ້ນ ແລະສຳເລັດລົງຢ່າງຈົບງາມໃນວັນທີ 18 ມັງກອນ 2017 ນີ້, ທີ່ເດີ່ນກີລາຍິງປືນໃນຮົ່ມກອງທັບ (ຫຼັກ 5)
ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີຄະນະນຳກະ
ຊວງ, ຄະນະນຳກົມໃຫຍ່, ພ້ອມດ້ວຍການນຳຂັ້ນຫ້ອງການ, ກົມກອງເຂົ້າຮ່ວມແຂ່ງຂັນ.

                                
                                             ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ເປັນປະທານການແຂ່ງຂັນຍິງປືນສັ້ນຂັ້ນການນຳກະຊວງປ້ອງກັນປະເທດ

     ໃນການແຂ່ງຂັນກີລາຍິງປືນສັ້ນຂັ້ນການນຳກະຊວງປ້ອງກັນປະເທດ ຊີງຂັນຫົວໜ້າກົມໃຫຍ່ເສນາທິການກອງທັບໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ສາຍ
ຄື: ສາຍນາຍພົນ, ສາຍພັນເອກ ແລະສາຍການນຳກີລາຂັ້ນກະຊວງ ເຊິ່ງຜົນການແຂ່ງຂັນສາຍນາຍພົນຊະນະເລີດໄດ້ແກ່ ພົນຈັດຕະວາ ຄຳມີ ຫຼ້າບຸນທັນ,
ຮອງຊະນະເລີດໄດ້ແກ່ ພົນຈັດຕະວາ ວັນທອງ ກອງມະນີ ແລະຮອງອັນດັບສອງໄດ້ແກ່ ພົນຈັດຕະວາ ຄຳພັດ ພິມມະຫາໄຊ, ສາຍພັນເອກ ຊະນະເລີດໄດ້
ແກ່ ພັນເອກ ບຸນເຕົ້າ ທອງມະນີລາ, ຮອງຊະນະເລີດໄດ້ແກ່ ພັນເອກ ສີພອນໄຊ ຄຳທອງເວິນ ແລະຮອງອັນດັບສອງໄດ້ແກ່ ພັນເອກ ສົມພອນ ສີສຸວັນນະ
ແລະສາຍການນຳກີລາຂັ້ນກະຊວງ ຊະນະເລີດໄດ້ແກ່ ພັນໂທ ພູທອງ ພົມມະຈັນ, ຮອງຊະນະເລີດ ພັນໂທ ບຸນແພງ ລັດຕະນະວົງ ແລະຮອງອັນດັບທີສອງ
ໄດ້ແກ່ ພັນຕີ ຄຳພີ ສີສົມບັດ. ສຳລັບລາງວັນຂອງແຕ່ລະສາຍ ຊະນະເລີດ ແລະຮອງຊະນະເລີດແມ່ນຈະໄດ້ຮັບຂັນ 1 ໜ່ວຍຕາມລຳດັບ.