ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ເຂດໃຈ ກາງ II ກົມໃຫຍ່ພະລາທິການກອງທັບ


ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 18 ມັງກອນ 2022 ນີ້, ກົມໃຫຍ່ພະລາທິການກອງທັບ, ໄດ້ຮັບກຽດເປັນເຈົ້າພາບຈັດພິທີປະກາດ ການເລື່ອນຊັ້ນ ໃຫ້ນາຍທະຫານ ຈາກຊັ້ນ
ພັນຕີ ຂຶ້ນ ຊັ້ນ ພັນໂທ ຈໍານວນ 79 ສະຫາຍ ໃນເຂດໃຈ ກາງ II ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງ
ພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ກົມພະນັກງານກົມໃຫຍ່ການເມືອງກອງທັບ, ຄະນະນໍາກົມໃຫຍ່ພະລາທິການ, ກົມໃຫຍ່ເຕັກນິກກອງ
ທັບ, ຫ້ອງການ, ພະແນກ, ຄະນະພັກ-ຄະນະບັນຊາ ກົມ 213 , ກອງບັນຊາການທະຫານອາກາດ, ພ້ອມດ້ວຍນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່
ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ໂສພາວັນ ທໍາມະເທວາ ຮອງຫົວໜ້າ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງ
ກັນປະເທດ ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍທະຫານ ຈາກຊັ້ນ ພັນຕີ ຂຶ້ນ ພັນໂທ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ)
ພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ກະຊວງປ້ອງກັນປະເທດ ຕົກລົງ, ເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈໍາ
ນວນ 79 ສະຫາຍ, ໃນນີ້, ກົມໃຫຍ່ພະລາທິການກອງທັບ 19 ສະຫາຍ, ກົມໃຫຍ່ເຕັກນິກກອງທັບ 30 ສະຫາຍ, ກົມ 213 ຈໍານວນ 17 ສະຫາຍ ແລະ
ກອງບັນຊາການທະຫານອາກາດ 13 ສະຫາຍ.

     ໂອກາດນີ້, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ໄດ້ໃຫ້ກຽດໂອ້ລົມຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່, ກ່ອນອື່ນໄດ້ກ່າວສະເເດງຄວາມ
ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດ ທີ່ບັນດາສະຫາຍຍາດມາໄດ້ ຕະຫຼອດໄລຍະທີ່ ຜ່ານມາ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຢ່າງມີຜົນສໍາ
ເລັດ, ເຊິ່ງມັນສະເເດງອອກການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານການເມືອງຂອງກົມກອງ, ຕໍ່ກັບຜົນງານ ແລະ ຜົນສໍາເລັດ ດັ່ງກ່າວ, ກໍຄືການປະ
ດັບເລື່ອນຊັ້ນ ໃນຄັ້ງນີ້, ໃຫ້ເຂົ້າໃຈວ່າ ນີ້ແມ່ນການຈັດຕັ້ງມອບໝາຍໜ້າທີ່ອັນໜັກໜ່ວງ, ບໍ່ແມ່ນເລື່ອນ ໃຫ້ໄດ້ປະລິມານ, ເລື່ອນໃຫ້ມັນຫຼາຍ, ບໍ່ແມ່ນ
ເລື່ອນເອົາຕາມລະບຽບຫຼັການ, ເລື່ອນຕາມກົດໝາຍ, ເລື່ອນເພື່ອຍົກສູງສະມັດຕະພາບຂອງໜ້າທີ່ວຽກງານ, ເລື່ອນເພື່ອເປັນການມອບໝາຍສົມຄູ່ກັບໜ້າ
ທີ່ຕໍາແໜ່ງ, ເວົ້າອີກຢ່າງໜື່ງເພື່ອປະຕິບັດຕາມກົດໝາຍ, ສະນັ້ນ, ຈຶ່ງຮຽກຮ້ອງ ໃຫ້ບັນດາສະຫາຍ ຄະນະພັກ-ຄະນະບັນຊາ, ໂດຍສະເພາະນາຍທະຫານ ທີ່
ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ເປັນຕົ້ນແມ່ນທາງດ້ານຄຸນສົມບັດສິນທໍາປະຕິວັດ, ມີຄຸນທາດການ
ເມືອງໜັກແໜ້ນ, ປະຕິບັດ ເຊື່ອມຊຶມຕໍ່ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ໂດຍສະເພາະແມ່ນ 4 ໜ້າທີ່
26 ແຜນງານ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ, ກໍາແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ປະຕິບັດຂໍ້ກໍານົດ
ກົດລະບຽບຂອງກອງທັບ ວາງອອກ ຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນພາຍໃນພາຍນອກຢ່າງແໜ້ນແຟ້ນ, ຍົກສູງນໍ້າໃຈຮັກຊາດ,
ເຊີດຊູນໍ້າໃຈ ເອກະລາດ ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມທົນທານ ໜຽວແໜ້ນຕໍ່ອຸປະສັກຫຍຸ້ງຍາກສິ່ງທ້າທາຍທົດ
ສອບຕ່າງໆ, ແກ້ໄຂປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນຢູ່ ໃນຖັນແຖວພະນັກງນ-ສະມາຊິກພັກ, ນັກຮົບ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນດີງາມ
ຂອງກອງທັບ ແລະ ຄວາມເປັນແບບຢ່າງນໍາໜ້າທີ່ດີຂອງພະນັກງານ-ສະມາຊິກພັກ, ຖືເອົາການອົບຮົມທິດສະດີຕິດພັນກັບພຶດຕິກໍາຕົວຈິງໄປພ້ອມໆກັນ
ປັບປຸງແບບແຜນວິທີເຮັດວຽກງານ, ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຈະ
ເເຈ້ງ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນດີ, ການດໍາລົງຊີວິດຕ້ອງໂປ່ງໃສຂາວສະອາດ, ເຮັດຫຍັງກໍຕ້ອງຄໍານຶງເຖິງລະບຽບກົດໝາຍຢູ່ສະເໝີ, ພ້ອມກັນ
ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງກົມກອງ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍ, ມີການຫັນປ່ຽນຢ່າງຕັ້ງໜ້າ
ແລະ ຕ້ອງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບໃນສິ່ງທີ່ຕັດສິນໃຈຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານອັນສູງ ສົ່ງທີ່ພັກ-ລັດ ແລະ ກອງທັບ, ກໍຄື ປະຊາຊົນ
ມອບໝາຍໃຫ້ມີຜົນສໍາເລັດຈົບງາມຕະຫຼອດໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/01/2022