ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວິທະຍາສາດ-ປະຫວັດສາດ​ການ​ທະຫານ
​ເຄື່ວນ​ໄຫວ​ປະກາດ​ສະພາ​ວິທະຍາສາດ​ຢູ່​ບາງ​ກົມ​ກອງ​ພາກ​ໃຕ້.


ພັນ​ເອກ ສຸ​ລິ​ວັນ ​ແສງ​ຈັນ ​ເຄື່ອນ​ໄຫວ​ປະກາດ​ສະພາ​ວິທະຍາສາດ​ຢູ່​ບາງ​ກົມ​ກອງ​ພາກ​ໃຕ້.

     ​ໃນ​ລະຫວ່າງ​ວັນ​ທີ15-21 ກຸມພາ 2017 ນີ້. ກົມ​ ວິທະຍາສາດ-ປະຫວັດສາດ​ການ​ທະຫານ ກະ​ຊ່ວງ​ປ້ອງ​ກັນ​ປະ​ເທດ ​ເຊີ່ງ​ນຳ​ໂດຍ​ສະຫາຍ ພັນ​ເອກ
ສຸ​ລິ​ວັນ ​ແສງ​ຈັນ ຮອງ​ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ​ການ​ທະຫານ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ​ປະກາດ​ສະພາ​ວິທະຍາສາດ​ຢູ່​ບັນດາ​ກົມ
ກອງ​ພາກ​ໃຕ້. ​ເປັນ​ຕົ້ນ​ແມ່ນ​ກອງ​ບັນຊາ​ການ​ທະຫານ​ແຂວງ ​ເຊ​ກອງ, ກອງ ພົນທີ 4 ​ແລະກອງ​ບັນຊາ​ການ​ທະຫານ​ແຂວງຄຳ​ມ່ວນ. ການ​ລົງ​ເຄື່ອນ​ໄຫວ​ປັບ
ປຸງ​ສະພາ​ວິທະຍາສາດ​ຂັ້ນ​ຮາກ​ຖານ​ຄັ້ງ​ນີ້​ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ ​ຢ່າງ​ອົບ​ອຸ່ນ​ຈາກ​ຄະນະ​ພັກ, ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ. ຢູ່​ກອງ​ບັນຊາ​ການ​ທະຫານ
​ແຂວງ ​ເຊ​ກອງ ​ໂດຍ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ພັນ​ໂທ ວິ​ສອນ ບົວລະພາ ຫົວໜ້າຫ້ອງການ​ເມືອງ​ພ້ອມ​ດ້ວຍ​ຄະນະ 5 ຫ້ອງ​ເຂົ້າ​ຮ່ວມ, ຢູ່​ກອງ
ພົນທີ 4 ມີ​ສະຫາຍພັນ​ເອກຄຳ​ໄຂວິ​ໄລ​ເຄືອຫົວໜ້າການ​ເມືອງ​ກອງພົນທີ 4 ​ແລະຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງຄຳ​ມ່ວນ ​ແມ່ນ​ສະຫາຍ​ຫົວໜ້າຫ້ອງ
ການ​ເມືອງ ​ແລະຫົວໜ້າການ​ທະຫານ​ພ້ອມ​ຄະນະ​ເຂົ້າ​ຮ່ວມ.


ປະກາດ​ສະພາ​ວິທະຍາສາດ​ຢູ່​ຂັ້ນ​ຮາກ​ຖານ.

     ການ​ປະກາດ​ສະພາ​ວິທະຍາສາດ​ຢູ່​ຂັ້ນ​ຮາກ​ຖານ​ກົມ​ກອງ​ຄັ້ງ​ນີ້​ສະຫາຍ ພັນ​ໂທ ອຳພອນ ພົມມາ​ລາ ຫົວໜ້າພະ​ແນ​ກການ​ເມືອງ ກົມ ວິທະຍາສາດ-ປະ
ຫວັດສາດ​ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ. ​ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ສະພາ​ວິທະຍາສາດ​ຂັ້ນ​ຮາກ​
ຖານ ​ໂດຍ​ອີງ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ວາ ລະສະພາ​ຂອງ​ແຕ່​ລະ​ກົມ​ກອງ​ມີ​ການ​ປ່ຽນ​ແປງ​ຊັບຊ້ອນ​ພະນັກງານ ​ແລະຍົກຍ້າຍໜ້າທີ່​ເພື່ອ​ເຮັດ​ໃຫ້​ສະພາ​ວິທະ
ຍາສາດຢູ່​ຂັ້ນ​ຮາກ​ຖານ​ມີ​ການຈັດ​ຕັ້ງ​ເຄື່ອນ​ໄຫວ​ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ. ສະຫາຍ ພັນ​ເອກ ສຸ​ລິ​ວັນ ​ແສງ​ຈັນ ຮອງ​ຫົວໜ້າກົມ ວິທະຍາສາດ-ປະ
ຫວັດສາດ​ການ​ທະຫານ ຍັງ​ໄດ້​ເໜັ້ນໜັກ​ໃຫ້​ທຸກ​ກົມ​ກອງ​ພາຍຫຼັງ​ໄດ້​ຮັບ​ການຈັດ​ຕັ້ງ​ຮັບຮອງ​ຈາກ​ຂັ້ນ​ເທີ​ງ​ແລ້ວ​ຕ້ອງ​ໄດ້​ເຄື່ອນ​ໄຫວ​ໃຫ້​ຖືກຕ້ອງ​ຕາມ​ພາລະ
​ບົດບາດ​ຂອງ​ຕົນ ​ໂດຍ​ຕິດ​ພັນ​ກັບ 4 ​ແຜນ​ງານ ​ແລະ26 ​ໂຄງການ​ທີ່​ກະ​ຊ່ວງ​ວາງ​ອອກ ​ແລະຄາດໝາຍສູ້​ຊົນ​ຂອງ​ແຕ່​ລະ​ກົມ​ກອງ ​ໂດຍ​ຖື​ເອົາ​ການ​ສື​ກສາ
​ອົບຮົມ​ການ​ເມືອງ​ນຳພາ​ແນວ​ຄິດ, ການ​ສື​ກສາ ​ແລະປັບປຸງກໍ່ສ້າງ​ກຳລັງ, ວຽກງານລ້ຽງດູ​ທັບ ​ແລະພາຫະນະ​ເຕັກນິກ​ຕ້ອງ​ເຮັດ​ໃຫ້​ເປັນ​ປົກກະຕິ ​ແລະມີ​ວິ
ທະຍາສາດ​ມີ​ຜົນສຳ​ເລັດ​ສູງ.