ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການ ເປີດຊຸດອົບຮົມວຽກງານກວດກາພັກ-ລັດ ໄລຍະສັ້ນ ຄັ້ງທີ I

     ໃນຕອນເຊົ້າວັນທີ 22 ກຸມພາ 2017 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເປີດຊຸດອົບຮົມວຽກງານກວດກາພັກ-ລັດ ໄລຍະສັ້ນ ຄັ້ງທີ I
ທົ່ວກົມໃຫຍ່ພະລາທິການຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ
ຄະນະພັກອົງການກົມໃຫຍ່, ຄະນະຮັບຜິດຊອບວຽກງານກວດກາພາຍໃນວຽກງານພັກ, ຄະນະພັກ-ຄະນະບັນຊາຈາກກົມກອງທີ່ຂຶ້ນກັບເຂົ້າຮ່ວມ.

                  
                                                                    ພົນຈັດຕະວາ ຄຳເພັດ ສີຊານົນ ເປັນປະທານພິທີເປີດຊຸດອົບຮົມວຽກງານກວດກາພັກ-ລັດໄລຍະສັ້ນຄັ້ງທີ I

     ເອກະສານທີ່ນຳມາເປີດຊຸດອົບຮົມໃນຄັ້ງນີ້ມີ: ເອກະສານກ່ຽວກັບວຽກງານກວດກາພັກ, ວຽກງານກວດກາລັດ, ວຽກງານສະກັດກັ້ນ ແລະຕ້ານການ
ສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະຄຳສະເໜີ, ວຽກງານພາລະບົດບາດພະແນກກວດກາ, ເຊິ່ງການເປີດຊຸດອົບຮົມໃນຄັ້ງ
ນີ້ ກໍເພື່ອຍົກສູງຄວາມຮູ້ພື້ນຖານທາງດ້ານວຽກງານກວດກາພັກ-ລັດ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແນໃສ່ປັບປຸງ ແລະຍົກລະດັບທາງດ້ານ
ແນວຄິດການເມືອງ, ທັດສະນະຊົນຊັ້ນກຳມະກອນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ແນໃສ່ສ້າງພະນັກງານຫຼັກແຫຼ່ງຮຸ້ນສືບທອດປ່ຽນແທນໃຫ້ມີແນວຄິດ
ການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ມີຄວາມຮັບຜິິດຊອບໃນການປະຕິບັດໜ້າທີ່, ກຳແໜ້ນທິດສະດີຫຼັກການເນື້ອໃນ
ເອກະສານເພື່ອຍົກສູງຄຸນນະພາບ, ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ແລະນຳໄປຈັດຕັ້ງຜັນຂະຫຍາຍຢູ່ໃນຂັ້ນກົມກອງຂອງຕົນໃຫ້ເກີດ
ດອກອອກຜົນສູງຂຶ້ນເລື້ອຍໆ.