ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນ​ເອກ ຈັນ​ສະໝອນ ຈັນຍາ​ລາດ
ສຳ​ເລັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາຊຽນ-ວົງ​ແຄບ


     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີ
ປ້ອງກັນປະເທດອາຊຽນ-ວົງແຄບ (ADMM Retreat) ທີ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມໃນລະຫວ່າງວັນທີ 18-20 ກຸມພາ 2020 ນີ້, ພາຍໃຕ້ຄຳຂວັນ: “ ຊິກ
ອາຊຽນ ” ຕໍ່ກັບບັນຫາດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ໃນປັດຈຸບັນບົດບາດຂອງອາຊຽນ
ແມ່ນນັບມື້ນັບໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໄດ້ກາຍເປັນຈຸດສົນໃຈຂອງຫຼາຍອົງການ ແລະ ຫຼາຍປະເທດທີ່ມີຄວາມມຸ້ງປະສົງໃນການ
ຮ່ວມມືກັບອາຊຽນ. ອັນພົ້ນເດັ່ນແມ່ນຜົນຂອງກອງປະຊຸມລະຫວ່າງສະຫະປະຊາຊາດກັບອາຊຽນຫວ່າງບໍ່ດົນມານີ້ ກໍໄດ້ຮຽກຮ້ອງໃຫ້ອົງການສະຫະປະຊາຊາດເພີ່ມທະວີ
ການຮ່ວມມືກັບອາຊຽນ.

     ກອງປະຊຸມໄດ້ຮຽກຮ້ອງໃຫ້ອາຊຽນເພີ່ມທະວີຄວາມເປັນເອກະພາບ, ຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວກັນເພື່ອພ້ອມກັນຮັບມື, ແກ້ໄຂກັບສິ່ງທ້າທາຍ ແລະ ເພື່ອ
ເປັນການຮັກສາລະບຽບຫຼັກການ ແລະ ຄວາມເປັນແກນກາງຂອງອາຊຽນ, ເຊິ່ງເປັນປັດໄຈພື້ນຖານສໍາຄັນໃຫ້ແກ່ໂຄງສ້າງ ຄວາມໝັ້ນຄົງພາກພື້ນ ແລະ ການຂັບເຄື່ອນ
ວຽກງານການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ.