ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ​
ຈາກ​ຊັ້ນ​ ພັນ​ໂທ ຂຶ້ນ ພັນ​ເອກ ຈຳນວນ 35 ສະຫາຍ


     ກະຊວງປ້ອງກັນປະເທດ ໄດ້ ຈັດຕັ້ງປະກາດການເລື່ອນຊັ້ນໃຫ້ນາຍທະຫານຈາກຊັ້ນ ພັນໂທ ຂຶ້ນ ພັນເອກ,ໃນວັນທີ 23 ມີນາ 2020 ນີ້, ໂດຍການເປັນປະທານຂອງ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນຳ ກະຊວງປ້ອງກັນປະ
ເທດ, ພະນັກງານຫຼັກແຫຼ່ງ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການເລື່ອນ
ຊັ້ນນາຍທະຫານ ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ອີງຕາມການຕົກລົງ ໃນກອງປະຊຸມ ຄະນະເລຂາທິການສູນ
ກາງພັກ, ອີງຕາມໜັງສືສະເໜີຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 55/ຄຈສພ, ນາຍົກລັດຖະມົນຕີ ອອກດໍາລັດວ່າດ້ວຍການຕົກລົງ ເລື່ອນຊັ້ນ ພັນໂທ ຂຶ້ນຊັ້ນ
ພັນເອກ ມີ 35 ສະຫາຍ, ລະອຽດຄື: ພັນໂທ ຈັນສະໝອນ ເພັດສະໝອນ ຮອງຫົວໜ້າ ກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ພັນໂທ ບຸນສົດ ອິນສີນາ
ຮອງຫົວໜ້າ ກົມຊ່າງແສງ ກົມໃຫຍ່ເສນາ ທິການກອງທັບ, ພັນໂທ ພູວຽງ ຈັນທະວົງ ຮອງຫົວໜ້າ ກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ພັນໂທ ບຸນຄໍາ ສຸລິພັນ
ຮອງຫົວ ໜ້າ ກົມກວດກາກົມໃຫຍ່ການ ເມືອງກອງທັບ, ພັນໂທ ສິງທອງ ຄໍາປະເສີດ ຮອງປະທານສານ ທະຫານຂັ້ນສູງ ກົມໃຫຍ່ການ ເມືອງກອງທັບ, ພັນໂທ ສີຫະວົງ
ບຸນປະສົງ ຮອງຫົວໜ້າ ກົມເສນາຮັກ ກົມໃຫຍ່ພະລາທິການ ກອງທັບ, ພັນໂທ ຄໍາພັງ ອິນທິລາດ ຮອງຫົວໜ້າກົມຄຸ້ມຄອງອາວຸດ-ກະສູນ ກົມໃຫຍ່ເຕັກນິກ ກອງທັບ,
ພັນໂທ ບົວວັນ ພົມມະເພັງ ຫົວໜ້າ ການທະຫານ ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 1, ພັນໂທ ບຸນຈັນ ໂສລາວັນ ຮອງຫົວໜ້າ ການເມືອງ, ຫົວໜ້າ ຫ້ອງການ
ເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 1, ພັນໂທ ສີວິໄລພົງ ເພົ້າວິໄລ ຫົວໜ້າ ການເມືອງ ກອງພັນໃຫຍ່ 702, ພັນໂທ ຖາວອນ ສີຫາລາດ ຮອງຫົວໜ້າ ຫ້ອງການເມືອງ
ກົມໃຫຍ່ ການເມືອງກອງທັບ, ພັນໂທ ອຸ່ນເຮືອນ ເຮືອງບົວສອນ ຮອງຫົວ ໜ້າການທະຫານ, ຫົວໜ້າຫ້ອງ ເສນາທິການ ທະຫານແຂວງ ຫຼວງພະບາງ, ພັນໂທ ສົມພັນ
ເຮືອງພະຈັນ ຮອງຫົວໜ້າການເມືອງ, ຫົວໜ້າ ຫ້ອງການເມືອງ ທະຫານແຂວງວຽງຈັນ, ພັນໂທ ຄໍາແພນ ວິລື້ທໍາ ຮອງຫົວໜ້າ ການທະຫານ, ຫົວໜ້າຫ້ອງເສນາທິການ
ທະຫານແຂວງບໍລິຄໍາໄຊ, ພັນໂທ ສິນສຸກ ແສງຄໍາສິງ ຮອງຫົວໜ້າ ການທະຫານ, ຫົວໜ້າຫ້ອງເສນາທິການ ທະຫານ ແຂວງອັດຕະປື, ພັນໂທ ບຸນມີ ໄຊປັນຍາ ຮອງຫົວ
ໜ້າການເມືອງ, ຫົວໜ້າຫ້ອງການເມືອງ ທະຫານແຂວງອັດຕະປື, ພັນໂທ ທອງນູ ເຊັງຫວ່າງ ຫົວໜ້າ ຫ້ອງເຕັກນິກກອງພົນທີ 2, ພັນໂທ ປອ ບຸນຍອງ ດວງດີ ຫົວໜ້າ
ການທະຫານ ກອງພັນໃຫຍ່ 202 ກອງພົນ    ທີ 2, ພັນໂທ ທອງເດືອນ ໄຊຍະລາດ ຫົວໜ້າ ຫ້ອງເຕັກນິກ ກອງພົນທີ 4, ພັນໂທ ກຸມພົນ ແກ້ວວົງສາ ຫົວໜ້າຫ້ອງເຕັກ
ນິກ ກອງພົນທີ 5, ພັນໂທ ປອ ຄໍາສຸກ ພົມສະຫວັນ ຫົວໜ້າ ຄະນະວິຊາຄູປັດຊະຍາ ມາກ-ເລນິນ ວິທະຍາຄານປ້ອງ ກັນຊາດໄກສອນ ພົມວິຫານ, ພັນໂທ ປອ ອຸດົມໄຊ
ເມືອງໂຄດ ຮອງຫົວໜ້າ ຫ້ອງວິທະຍາສາດ-ປະຫວັດ ສາດການທະຫານ ວິທະຍາຄານກົມມະດຳ, ພັນໂທ ພູທອນຄຸນລິວົງ ຫົວໜ້າ ຫ້ອງເຕັກນິກວິທະຍາຄານເຕັກນິກ
ການທະຫານ, ພັນໂທ ປອ ບຸນທັນ ຈັນທະລີມາ ຮອງຫົວໜ້າ ການທະຫານຫົວໜ້າ ຫ້ອງອົບຮົມ ໂຮງຮຽນທິດສະດີການເມືອງ, ພັນໂທ ບົວຄໍາ ສາມາວົງ ຫົວໜ້າການ
ເມືອງ ກອງພັນໃຫຍ່ 605, ພັນໂທ ແສງທອງ ດວງວິໄລ ຫົວໜ້າ ການທະຫານ ກອງພັນໃຫຍ່ 642, ພັນໂທ ບົວລອຍ ດວງລາວົງ ຫົວໜ້າການທະຫານ ກອງພັນໃຫຍ່
643, ພັນໂທ ພູໂຂງ ມະໂນລາ ຫົວໜ້າ ການ ເມືອງກອງພັນໃຫຍ່ 941, ພັນໂທ ທອງພັນ ບຸນສະຫວັດ ຫົວໜ້າ ຫ້ອງພະລາ ກອງບັນຊາການທະຫານອາກາດ, ພັນໂທ
ສອນທອງ ແກ້ວຈັນດາ ຫົວໜ້າ ຫ້ອງເຕັກນິກ ກອງບັນຊາການທະຫານອາກາດ, ພັນໂທ ລະຄອນຄໍາ ທໍາມະສິດ ຫົວໜ້າຄະນະວິຊາຄູປ້ອງກັນອາກາດ ແລະ ທັບອາກາດ
ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ພັນໂທ ເດດນະຄອນ ສີຫາລາດ ຫົວໜ້າ ຄະນະວິຊາຄູສືບຂ່າວ-ສື່ສານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ,
ພັນໂທ ສຸພານິດ ບຸນລາວົງ ຮອງອໍານວຍການ ກຸ່ມບໍລິສັດລັດ ພັດທະນາຊົນນະບົດໃໝ່, ພັນໂທ ແສງເພັດ ສີປະເສີດ ນັກບິນ 1 ກອງພັນໃຫຍ່ 703 ແລະ ພັນໂທ ຄໍາບົນ
ໄຊເລົ່າວົງ ຮອງອໍານວຍການ ລັດວິສາຫະກິດ ພັດທະນາກະສິກໍາ ອຸດສາຫະ ກໍາ ຂາອອກ-ຂາເຂົ້າ.

     ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ໃນຄັ້ງ
ນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ ນາຍທະຫານແຕ່ລະສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ ຂອງຕົນ ຢ່າງເປັນ
ເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ໜັກແຟ້ນ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸມ, ປັບປຸງແບບແຜນວິທີ ເຮັດວຽກເປັນ
ບັນຫາສໍາຄັນບົນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນເຮັດວຽກຕ້ອງມີຂັ້ນມີຕອນ ແລະ ມີຈຸດສຸມ, ພາຍຫຼັງ
ໄດ້ຮັບຊັ້ນໃໝ່ກັບຄືນກົມກອງຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດຜົນສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບກ້າວຂຶ້ນເປັນກອງທັບປະຕິວັດ ທີ່ມີ
ແບບແຜນ ແລະ ທັນສະໄໝ.