ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮມຊຸມນຸມລະນຶກວັນຄຽດແຄ້ນສັດຕູ ຂອງປະຊາຊົນລາວ,
ວັນນັກຮົບ, ເສຍອົງຄະ ​ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ


ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນການພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ໃນວັນທີ 23 ມີນາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີໂຮມຊຸມນຸມລະນຶກວັນຄຽດແຄ້ນສັດຕູ ຂອງປະຊາຊົນລາວ, ວັນນັກຮົບເສຍ
ອົງຄະ-ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ (21 ມີນາ 1946-21 ມີນາ 2021) ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ
ສີລິວົງ ກໍາມະການສູນການພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະນໍາກະຊວງ, ກົມໃຫຍ່,
ກົມນ້ອຍ, ຫ້ອງການຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ ຈາກບັນດາກົມກອງ ອ້ອມຂ້າງກະຊວງ ຕະຫຼອດ ຮອດພະນັກງານປະຕິວັດອາວຸ
ໂສ-ບໍານານເຂົ້າຮ່ວມ.

     ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ໃຫ້ກຽດຫວນຄືນມູນເຊື້ອວັນສໍາຄັນດັ່ງກ່າວ ໂດຍໃຫ້ຮູ້ວ່າ: ວັນທີ 21 ມີນາປີ 1946 ເຊິ່ງເປັນວັນຄຽດ
ແຄ້ນສັດຕູຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ-ເສຍສະຫຼະຊີວິດເພື່ອປະເທດຊາດ ເຊິ່ງວັນດັ່ງກ່າວ ແມ່ນໄດ້ກໍາ ນົດເອົາບັ້ນຮົບປ້ອງກັນຕົວເມືອງທ່າ
ແຂກ ໂດຍການບັນຊາຂອງ ທ່ານ ປະທານສຸພາ ນຸວົງ ທີ່ໄດ້ນໍາພາກໍາລັງປະກອບອາວຸດຂອງລາວ ແລະ ຫວຽດນາມ ພ້ອມດ້ວຍພໍ່ແມ່ປະຊາຊົນຕໍ່ສູ້ຕ້ານຈັກ
ກະພັດຝຣັ່ງ ທີ່ຈະເຂົ້າຢຶດເອົາຕົວ ເມືອງ ທ່າແຂກ ຢ່າງອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ ເຖິງແມ່ນວ່າການຕໍ່ສູ້ໃນຄັ້ງນັ້ນຈະບໍ່ໄດ້ໄຊຊະນະກໍຕາມ
ຍ້ອນເຫຼັກຫຼາຍກວ່າຖ່ານພາຍຫຼັງພວກລ່າເມືອງຂຶ້ນ ຝຣັ່ງ ແລະ ລູກແຫຼ້ງຕີນມືຂອງພວກເຂົາຢຶດຄອງຕົວເມືອງ ທ່າແຂກ ໄດ້ແລ້ວ, ພວກເຂົາໄດ້ສ້າງໂທດ
ກໍາທີ່ບໍ່ມີວັນຈະລືມໄດ້ໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມ ຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ; ຂ້າ
ແມ່ມານດ້ວຍການເອົາກະບີແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົ້າປ່ານມັດປາກແລ້ວຖິ້ມລົງນ້ໍາຂອງ ແລະ ເອົາລົງໃສ່ຄົກມອງຕໍາຈົນຕາຍ, ເອົາປືນຍິງ
ກວາດໃສ່ຝູງຄົນແລ້ວໂຍນລົງນ້ໍາຂອງ ເຮັດໃຫ້ນ້ໍາຂອງ ຍາມນັ້ນເຕັມໄປດ້ວຍເລືອດສີແດງ ແລະ ຊາກສົບ ຂອງປະຊາຊົນຜູ້ບໍລິສຸດ ລວມທັງແມ່ຍິງ ແລະ
ເດັກນ້ອຍຈໍານວນຫຼາຍຮ້ອຍຄົນຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທໍາລາຍເປັນຈໍານວນ, ຫຼວງຫຼາຍ, ຄອບຄົວ, ຜົວ, ເມຍ, ພໍ່,
ແມ່, ລູກຖືກພັດພາກຈາກກັນ, ເດັກນ້ອຍຫຼາຍຄົນກາຍເປັນລູກກໍາພ້າ-ກໍາພອຍ. ຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ, ໂຫດຮ້າຍປ່າເຖື່ອນທີ່ສຸດໃນເຫດ
ການດັ່ງກ່າວ ເພື່ອລະນຶກເຖິງຄວາມເຈັບປວດ, ຄຽດແຄ້ນຂອງປະຊາຊົນລາວ ແລະ ໂດຍຄວາມເປັນຫວ່ງເປັນໃຍຂອງ ພັກ-ລັດ ທີ່ມີຕໍ່ບັນດາ ສະຫາຍ ນັກ
ຮົບທີ່ໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງເພື່ອປະເທດຊາດ, ເພື່ອການປະຕິວັດປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ
ປັດຈຸບັນ. ເພື່ອເສີມຂະຫຍາຍມູນເຊື້ອອັນລ້ໍາເລີດຂອງບັນດານັກຮົບປະຕິວັດຮຸ່ນກ່ອນ ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ອອກດໍາລັດເລກທີ 136/ນຍ,
ລົງວັນ ທີ 30 ກໍລະກົດ 2008 ກໍານົດ ເອົາວັນທີ 21 ມີນາ 1946 ເປັນວັນຄຽດແຄ້ນຂອງປະຊາຊົນລາວ ເປັນວັນເສຍອົງຄະ ແລະ ເສຍສະຫຼະຊີວິເພື່ອປະ
ເທດດຊາດ ເຊິ່ງປີນີ້ກໍ ຄົບຮອບ 75 ປີ.

     ການ​ຫວນ​ຄືນ​ມູນ​ເຊື້ອ​ດັ່ງກ່າວເຮັດໃຫ້ພະນັກງານ-ນັກຮົບ ຄົນຮຸ່ນຫນຸ່ມ ໄດ້ຮັບຮູ້ເຖິງຄວາມໂຫດຮ້າຍປ່າເຖື່ອນ ຂອງພວກລ່າເມືອງຂຶ້ນ ຝຣັ່ງ ຜູ້ຮຸກ
ຮານ ແລະ ເຫັນໄດ້ນໍ້າໃຈອັນເສຍສະຫຼະຂອງນັກຮົບປະຕິວັດ, ເຂົ້າໃຈແຈ້ງກ່ຽວກັບມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານ, ມູນເຊື້ອຂອງຄວາມສາມັກຄີ
ເປັນອັນຫນຶ່ງອັນດຽວຂອງປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການໂຄສະນາສຶກສາອົບຮົມ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອພິລະອາດຫານ, ມູນເຊື້ອ
ດຸໝັ່ນຂະຫຍັນພຽນຂອງ ປະຊາຊົນພົນລະເມືອງລາວ ໃຫ້ເປັນກໍາລັງແຮງໃນການແຂ່ງຂັນຮັກຊາດ ແລະ ພັດທະນາພາຍໃຕ້ການນໍາພາຂອງພັກ ແລະ ການ
ຄຸ້ມຄອງຂອງລັດໃຫ້ໜັກແໜ້ນ-ເລິກເຊິ່ງ.