ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 11 ສະຫຼຸບວຽກງານພັກ-ພະນັກງານ 5 ປີຜ່ານມາ
ແລະ ວາງທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ

     ໃນຕົ້ນເດືອນເມສາ 2017 ນີ້, ກອງພັນໃຫຍ່ 11 ໄດ້ເປີດກອງປະຊຸມເພື່ອຕີລາຄາຄືນຜົນງານການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພັກ-ພະນັກ
ງານໄລຍະ 5 ປີ ຜ່ານມາ ໂດຍການເປັນປະທານຂອງ ພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 11, ມີຄະນະພັກ-ຄະ
ນະບັນຊາກອງພັນໃຫຍ່ 11 ຕະຫຼອດຮອດພະນັກງານ, ສະມາຊິກພັກພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.


ພັນເອກ ບຸນສົງ ພິມມະວົງ ເປັນປະທານກອງປະຊຸມການເຄື່ອນໄຫວຈັດຕັ້ງປະຕິບັດ
ວຽກງານພັກ-ພະນັກງານໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນການໃນໄລຍະ 5 ປີ ຕໍ່ໜ້າ

     ໃນໂອກາດນີ້, ພັນໂທ ພອນມີໄຊ ສີວົງຊຳ ຫົວໜ້າພະແນກການເມືອງກອງພັນໃຫຍ່ 11 ກໍໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຈັດຕັ້ງພັກ, ພະນັກງານ
ຂອງກົມກອງໃນຊຸມປີຜ່ານມາ ແລະທິດທາງແຜນການໃນ 5 ປີ ຕໍ່ໜ້າ. ໃນນັ້ນ, ວຽກງານກໍ່ສ້າງພັກທາງດ້ານການເມືອງ ຄະນະພັກ-ຄະນະບັນຊາກອງພັນ
ໃຫຍ່ 11 ກໍໄດ້ເອົາໃຈໃສ່ເປັນບັນຫາສຳຄັນສ້າງພັກທາງດ້ານການເມືອງເປັນແຖວໜ້າ ເພື່ອເຮັດໃຫ້ສະມາຊິກພັກໄດ້ຮັບການສຶກສາອົບຮົມ, ຮຽນຮູ້ອຸດົມ
ການຂອງພັກ, ທັດສະນະຫຼັກໝັ້ນ, ຊົນຊັ້ນລັດທິມາກ-ເລນິນ, ແນວຄິດຂອງປະທານ ໄກສອນ ພົມວິຫານ ເພື່ອສ້າງໃຫ້ສະມາຊິກພັກມີແນວຄິດໜັກ
ແໜ້ນທາງດ້ານການເມືອງນຳພາແນວຄິດ-ເຂັ້ມແຂງທາງດ້ານການຈັດຕັ້ງຕິດພັນກັບການສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ.

     ທິດທາງແຜນການໃນ 5 ປີ ຕໍ່ໜ້າ ແມ່ນຈະໄດ້ສືບຕໍ່ສ້າງພັກ-ພະນັກງານ, ເຮັດໃຫ້ພັກ-ພະນັກງານໃນທົ່ວກອງພັນໃຫຍ່ມີຄວາມໜັກແໜ້ນເຂັ້ມແຂງ
ແລະມີແບບແຜນນຳພາທີ່ຖືກຕ້ອງ, ເຊື່ອມຊຶມບັນດາມະຕິຕ່າງໆຂອງພັກ, ຂໍ້ກຳນົດກົດລະບຽບຕ່າງໆ, ເສີມຂະຫຍາຍມູນເຊື້ອແບບແຜນວິທີເຮັດວຽກຢ່າງ
ເປັນລະບົບ.