ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານສູງສຸດກອງບັນຊາການກອງທັບ
ແຫ່ງຣາຊະອານາຈັກໄທ ຢ້ຽມຢາມ ສປປ ລາວ

     ໃນລະຫວ່າງວັນທີ 22-24 ເມສາ ນີ້, ທ່ານ ພົນເອກ ຖານໄຊຍັນ ສີສຸວັນ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະໄດ້ເດີນ
ທາງມາຢ້ຽມຢາມມິດຕະພາບຢູ່ ສປປ ລາວ ຢ່າງເປັນທາງການ ເນື່ອງໃນໂອກາດທີ່ເຂົ້າຮັບໜ້າທີ່ໃໝ່ ໂດຍການຕ້ອນຮັບຢ່າງສົມກຽດຂອງ ທ່ານ ພົນໂທ ສຸ
ວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.


ພົນໂທ ສຸວອນ ເລືອງບຸນມີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດກອງບັນຊາການກອງທັບ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມ ສປປ ລາວ

     ໂອກາດນີ້ ສອງຝ່າຍໄດ້ພົບປະແລກປ່ຽນສະພາບເຊິ່ງກັນ ແລະ ກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ຝ່າຍລາວໄດ້ສະເໜີຕໍ່ທາງກອງ
ທັບໄທກ່ຽວກັບການເພີ່ມທະວີຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ແລະ ເສີມສ້າງສາຍພົວພັນ
ຮ່ວມມືທາງດ້ານເສດຖະກິດທີ່ດີຕະຫຼອດຮອດການເພີ່ມທະວີການຮ່ວມມືລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບໄທ ໂດຍສະເພາະການຮ່ວມມື
ຂອງຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ໃນດ້ານການຊ່ວຍເຫຼືອມະນຸດສະທຳ, ການຕ້ານໄພພິບັດທາງທຳ
ມະຊາດ ແລະ ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນລວມທັງບັນຫາອື່ນໆທີ່ສອງຝ່າຍມີຄວາມສົນໃຈ.

     ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ຄັ້ງນີ້ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່າ
ນັບ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈາກນັ້ນຄະນະຍັງໄດ້ເດີນທາງໄປວາງພວງ ມາລາທີ່
ອະນຸສາວະລີນັກຮົບປະຕິວັດ ແລະ ຄະນະຜູ້ແທນທັງສອງຝ່າຍໄດ້ເຂົ້າຮ່ວມພິທີທອດຜ້າປ່າສາມັກຄີຢູ່ວັດອົງຕື້ມະຫາວິຫານ ແລະ ເດີນທາງໄປທ່ຽວຊົມບັນ
ດາສະຖານທີ່ທ່ອງທ່ຽວສຳຄັນຢູ່ນະຄອນຫຼວງພະບາງ ພ້ອມຮ່ວມແຂ່ງຂັນກີລາກັອບມິດຕະພາບ ລະຫວ່າງ ຄະນະຜູ້ແທນກອງທັບລາວ ແລະ ຄະນະຜູ້ແທນ
ກອງທັບ ແຫ່ງ ຣາຊະອານາຈັກໄທ ອີກດ້ວຍ.