ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

     ໃນວັນທີ 23 ພຶດສະພາ 2017 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຂຶ້ນ ໂດຍ
ການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການ
ກອງທັບ, ເຊິ່ງມີບັນດາສະຫາຍເລຂາ ຮອງເລຂາ ແລະ ກຳມະການຄະນະພັກຮາກຖານ, ໜ່ວຍພັກຕ່າງໆ, ຫົວໜ້າພະແນກ, ຮອງພະແນກການ, ຄະນະພັກ
ຄະນະບັນຊາເຂົ້າຮ່ວມ.


ພົນຈັດຕະວາ ປະສິດ ທ່ຽງທຳ ເປັນປະທານກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

     ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ໄດ້ກ່າວຄຳເຫັນໄຂບັ້ນດຳເນີນຊີວິດການເມືອງພາຍໃນພັກຄັ້ງນີ້ວ່າ: ການດຳເນີນຊີວິດການເມືອງປັບປຸງປົວ
ແປງພາຍໃນພັກຢູ່ໃນທົ່ວອົງຄະນະພັກກົມໃຫຍ່ເສນາທິການກອງທັບໃນຄັ້ງນີ້ແມ່ນຄວາມຈຳເປັນພາວະວິໄສ, ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບ
ດ່ວນ, ເພື່ອປັບປຸງເຊີດຊູຄວາມຮັບຜິດຊອບການເມືອງຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດຫຼັກການກໍ່ສ້າງພັກ, ຫຼັກການລວມ
ສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມກັນ, ແກ້ໄຂ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນພັກເຊັ່ນ: ການຖືເບົາເຝິກຝົນຫໍ່ຼຫຼອມ
ຕົນເອງ, ປາກົດການເຊື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ການຝ່າຝືນລ່ວງລະເມີດກົດລະບຽບຂອງພັກ ແລະ ບັນດາ
ຂໍ້ຫ້າມສຳລັບພະນັກງານສະມາຊິກພັກ ເພື່ອແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ອີງຕາມວາລະຂອງບັ້ນດຳເນີນຊີວິດພັກຄັ້ງນີ້ຈະ
ໄດ້ເຜີຍແຜ່ເອກະສານສຳຄັນຕ່າງໆຄື: ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສເຂັ້ມແຂງ, ໜັກແໜ້ນ, ບົດສະຫຼຸບຕີລາຄາຈັດຕັ້ງປະຕິບັດມະ
ຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິວ່າດ້ວຍການແກ້ໄຂພະຍາດອາດ
ຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ເອກະສານສະຫຼຸບການນຳພາຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະພັກກົມໃຫຍ່ເສນາທິການກອງທັບ
ແລະ ເນື້ອໃນຂໍ້ເຈາະຈີມໃນການຂຽນໃບສຳຫຼວດບຸກຄົນ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະພັກແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະຄົນ ຈົ່ງຍົກ
ສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າເຊື່ອມຊຶມຕີລາຄາໄຈ້ແຍກບັນຫາຕ່າງໆ ກ້າຫານຕິຊົມຕົນເອງຕິຊົມເຊິ່ງກັນ ແລະ ກັນ, ກໍ່
ສ້າງຊ່ວຍເຫຼືອກັນກ້າວໜ້າ. ເຮັດໃຫ້ເກີດມີການປ່ຽນແປງໃໝ່ທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸ ແນໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າ
ຂອງພັກ, ເພີ່ມທະວີຄວາມເປັນປຶກແຜ່ນພາຍໃນພັກເພື່ອນຳເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງ
ທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ກໍຄືມະຕິຂອງຄະນະພັກອົງການກົມໃຫຍ່ເສນາທິການກອງທັບໃຫ້ເຂົ້າສູ່ລວງເລິກໃນວຽກງານຕົວຈິງສ້າງ
ກົມກອງໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນຢ່າງບໍ່ຢຸດຢັ້ງ.