ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບເອກອັກຄະລັດຖະທູດ ສ ເກົາຫລີ

     ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ຊິງຊັງຊູນ ເອກອັກຄະ
ລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ເກົາຫລີ ປະຈຳ ສປປ ລາວ ເພື່ອປຶກສາຫາລືປັບປຸງສາຍພົວພັນຮ່ວມມືດ້ານຕ່າງໆລະຫວ່າງສອງປະເທດໃນ
ຕອນບ່າຍວັນທີ 23 ພຶດສະພາ 2018 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ.


ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບການເຂົ້າຢ້ຽມພົບປະຂອງເອກອັກຄະລັດຖະທູດສເກົາຫລີ

     ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຊິງຊັນຊູນ ພ້ອມຄະນະ ທີ່
ມາພົບປະເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂອງສອງຝ່າຍໃນຄັ້ງນີ້, ພ້ອມນັ້ນກໍໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງສອງຝ່າຍໃນ
ໄລຍະຜ່ານມາ ເຊິ່ງສອງປະເທດໄດ້ມີການພົວພັນອັນດີງາມຮ່ວມກັນມາແຕ່ດົນນານ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ
ແລະ ຫຼາຍຝ່າຍໃນເວທີພາກພື້ນ ແລະ ສາກົນ ພ້ອມທັງເຊື່ອໝັ້ນວ່າໃນຕໍ່ໜ້າການຮ່ວມມືດ້ານວຽກງານປ້ອງກັນຊາດ ການແລກປ່ຽນບົດຮຽນຮ່ວມກັນ
ລະຫວ່າງສອງປະເທດຈະໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ມີໝາກຜົນທີ່ດີຍິ່ງໆຂຶ້ນ.

     ໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ສ ເກົາຫລີ ກໍໄດ້ສະແດງຄວາມຂອບໃຈ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ໃຫ້ການ
ຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າຈະສຸມທຸກຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ
ມິດຕະພາບທີ່ດີຕໍ່ກັນລະຫວ່າງສອງຊາດ ສ ເກົາຫລີ-ສປປ ລາວ ໃຫ້ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.