ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວຄະນະພັກ
ກົມໃຫຍ່ເຕັກນິກກອງທັບ ຄັ້ງທີ I


ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວຄະນະພັກ ກົມໃຫຍ່ເຕັກນິກກອງທັບ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ ນີ້, ໂດຍ
ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະ
ພັກກົມໃຫຍ່, ຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາກົມກອງຮາກຖານໃນທົ່ວອົງການ ກົມໃຫຍ່ເຕັກນິກກອງທັບເຂົ້າຮ່ວມ.

     ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະ
ຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວຄະນະພັກ ກົມໃຫຍ່ເຕັກນິກກອງທັບ ໃນໄລຍະ 5 ປີຜ່ານມາ. ໃນນີ້
ຂົງເຂດວຽກງານກໍ່ສ້າງພັກຄະນະພັກ ແຕ່ລະຂັ້ນໄດ້ຖືສໍາຄັນວຽກງານກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ
ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ຖັນແຖວສະມາຊິກພັກ ໃນທົ່ວກົມໃຫຍ່ເຕັກນິກກອງທັບ ດ້ວຍການຈັດຕັ້ງຄົ້ນຄວ້າເຊື່ອມ
ຊຶມບັນດາແນວທາງນະໂຍບາຍຂອງພັກ, ຈັດຕັ້ງດໍາເນີນຊີວິດການເມືອງພາຍໃນພັກ ເປັນປົກກະຕິ, ປາຖະກະຖາ ໃນໂອກາດວັນສໍາຄັນຕ່າງໆ ຂອງຊາດ,
ຂອງ ພັກ, ຂອງກອງທັບ, ເຮັດໃຫ້ພະນັກງານ-ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ,
ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີສະຕິເຄົາຮົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ, ໄດ້ເອົາໃຈ
ໃສ່ປັບປຸງການຈັດຕັ້ງພັກແຕ່ລະຂັ້ນເປັນລະບົບຕໍ່ເນື່ອງ, ເລືອກເຟັ້ນເອົາບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂເຂົ້າໃນໂຄງປະກອບການຈັດຕັ້ງພັກແຕ່ລະ
ຂັ້ນ​ໃຫ້ມີຄວາມເຂັ້ມແຂງ ສາມາດເປັນແກນນໍາໃນທຸກຂົງເຂດວຽກງານ, ຊຸກຍູ້ຢ່າງ ແຂງແຮງ ຂະບວນການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ
ແໜ້ນ, ໄປພ້ອມກັບການເຝິກອົບຮົມວຽກງານຈັດຕັ້ງພັກ, ເຝິກອົບຮົມກວດສອບເລຂາ-ຮອງເລຂາຮາກຖານພັກໃນທົ່ວກົມໃຫຍ່ເຕັກນິກກອງທັບ ເພື່ອ
ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານທີ່ເຮັດວຽກງານຈັດຕັ້ງພັກ ແລະ ຖັນແຖວເລຂາ-ຮອງເລຂາຮາກຖານພັກທົ່ວກົມໃຫຍ່ເຕັກນິກ ມີຄວາມ
ເປັນເອກະພາບສູງຕໍ່ວຽກງານກໍ່ສ້າງພັກ ພ້ອມກັນເສີມຂະຫຍາຍບົດບາດການນໍາພານັບມື້ສູງຂຶ້ນ, ເອົາໃຈໃສ່ຊີ້ນໍາວຽກງານຂະຫຍາຍພັກໃຫ້ຖືກຕ້ອງຕາມ
ກົດລະບຽບຂອງພັກ ເຮັດໃຫ້ຈໍານວນສະມາຊິພັກນັບມື້ເພີ່ມຂຶ້ນ, ສະແດງອອກໃນປັດຈຸບັນທົ່ວກົມໃຫຍ່ເຕັກນິກກອງທັບມີ 15 ຄະນະພັກ, 18 ໜ່ວຍ
ພັກຮາກຖານ, 61 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ທຽບໃສ່ປີ 2017 ເພີ່ມຂຶ້ນ 7 ຄະນະພັກຮາກຖານ, 4 ໜ່ວຍພັກຮາກຖານ, 36 ໜ່ວຍພັກ,
ມີສະມາຊິກພັກທັງໝົດ 1.584 ສະຫາຍ, ຍິງ 274 ສະຫາຍ, ຄຸນນະພາບສະມາຊິກພັກແຂງກວມເອົາ 96,37%, ສະມາຊິກພັກກາງ 1,4%, ບໍ່ໄດ້ແບ່ງ
ປະເພດ 2,22%. ໃນກອງປະຊຸມ, ຍັງຜ່ານບົດລາຍງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນ
ການໃນ 5 ປີຕໍ່ໜ້າ, ຮັບຟັງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ
ເລິກເຊິ່ງ​ໃນຂົງເຂດວຽກ ງານພະນັກງານ, ອີງ​ຕາມມະຕິກອງປະຊຸມວຽກງານຈັດຕັ້ງ ​ແລະ ກໍ່ສ້າງພັກ-ພະນັກງານທົ່ວກອງທັບຄັ້ງທີ VI, ບົດໂອ້ລົມຂອງສະ
ຫາຍເລຂາຄະນະພັກກະຊວງປ້ອງກັນປະເທດ ຕໍ່ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ VI, ພ້ອມກັນນັ້ນ, ຍັງໄດ້ຮັບຟັງ
ການປະກອບຄໍາເຫັນບົດຮຽນ-ປະສົບການ ໃນການຊີ້ນໍາ-ນໍາພາຈາກບັນດາຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ, ກອງປະ
ຊຸມ ໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງສໍາເລັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/05/2022